ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າຄອງນະຄອນຫຼວງວຽງຈັນ ລົງເຄື່ອນໄຫວຢ້ຽມຢາມ ກອງພັນ 513
ເວລາອອກຂ່າວ: 2022-01-27 09:11:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 876 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022 ນີ້, ສະຫາຍ ປ.ອ ອາດສະພັງ ທອງ ສີພັນດອນ ກຳມະການ ສູນກາງພັກ ເຈົ້າຄອງນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມກອງ ພັນ 513 ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບ ປະຊາຊົນລາວຄົບຮອບ 73 ປີ, ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມ ມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງ ວຽງຈັນ ພ້ອມຄະນະ ແລະ ບັນ ດາຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ພາຍໃນກົມກອງ ກໍໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນພິທີ ສະຫາຍ ພັນໂທ ອານຸ ສັກ ສຸທຳມະວົງ ຫົວໜ້າການ ເມືອງກອງພັນ 513 ກໍໄດ້ລາຍ ງານໂດຍຫຍໍ້ ກ່ຽວກັບການເຄື່ອນ ໄຫວຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງກົມກອງໃນຜ່ານມາ. ເຊິ່ງຜ່ານມາກອງພັນ 513 ແມ່ນ ໄດ້ຖືເອົາວຽກງານການລົງກໍ່ ສ້າງຮາກຖານການເມືອງແບບ ມູນເຊື້ອເປັນກົກ ໂດຍປະສານ ສົມທົບແໜ້ນກັບອຳນາດການ ປົກຄອງທ້ອງຖິ່ນ ແລະ ກົມກອງ ອ້ອມຂ້າງ ເພື່ອສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດ ຂຶ້ນໃຫ້ທັນເວລາ, ໄດ້ຈັດຕັ້ງລະ ບົບປະຈຳການກຽມພ້ອມສູ້ຮົບ ເປັນຕົ້ນແມ່ນຈັດຕັ້ງປະຈຳ ການບັນຊາ, ສິດປະຈຳການ, ກຳ ລັງປະຈຳການ ແລະ ພາຫະນະປະ ຈຳການຕະຫຼອດ 24 ຊົ່ວໂມງ ຢ່າງເປັນປົກກະຕິ, ຖືເອົາການ ສຶກສາອົບຮົມການເມືອງ-ນຳພາ ແນວຄິດເປັນບັນຫາສຳຄັນແນ ໃສ່ເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ຮັບຮູ້, ເຊື່ອມ ຊຶມຕໍ່ແນວທາງນະໂຍບາຍຂອງ ພັກ-ລັດຢ່າງໜັກແໜ້ນ, ຍົກສູງ ວຽກງານການອົບຮົມ-ຫັດແອບ, ສິລະປະຍຸດ-ຍຸດທະວິທີ ເພື່ອຮັບ ປະກັນຄຸນນະພາບທາງດ້ານວຽກ ງານກຽມພ້ອມສູ້ຮົບ ແລະ ສູ້ຮົບ ມີໄຊ ແລະ ສາມາດຕອບສະໜອງ ໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ ເປັນປົກກະຕິ, ເອົາ ໃຈໃສ່ຈັດຕັ້ງປະຕິບັດລະບຽບ ແບບແຜນຂອງກອງທັບຢ່າງ ເຂັ້ມງວດ ໂດຍສະເພາະແມ່ນ ການຈັດຕັ້ງ 07 ລະບອບ 18 ວຽກຂອງກອງທັບ ໃນມື້ໜຶ່ງ, ສ່ວນວຽກງານແກ້ໄຂຊີວິດການ ເປັນຢູ່ແມ່ນອິງໃສ່ພື້ນຖານ ແລະ ເງື່ອນໄຂຕົວຈິງຂອງກົມກອງ ໂດຍໄດ້ຖືເອົາການປູກ-ການລ້ຽງ ເປັນຕົ້ນຕໍ ເພື່ອແນໃສ່ຮັບປະກັນ ໃຫ້ພະນັກງານ-ນັກຮົບ ຂອງຕົນໄດ້ກິນອີ່ມນຸ່ງອຸ່ນເປັນຢ່າງດີ. ໃນໂອກາດນີ້ ສະຫາຍ ປ.ອ ອາດ ສະພັງທອງ ສີພັນດອນ ພ້ອມ ດ້ວຍຄະນະ ຍັງໄດ້ນຳເອົາກະຕ່າ ຂອງຂວັນ ແລະ ເຄື່ອງອຸປະໂພກ- ບໍລິໂພກ ພ້ອມດ້ວຍເງິນສົດ ຈໍາ ນວນໜຶ່ງມອບໃຫ້ແກ່ກອງພັນ 513 ອີກດ້ວຍ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ