
ຄະນະຊ່ຽວຊານ ກອງທັບປະຊາຊົນຫວຽດນາມ ສຳເລັດການເຮັດວຽກຢູ່ໂຮງຮຽນທະຫານຊາຍແດນ 712
ເວລາອອກຂ່າວ: 2022-01-26 08:55:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 238 | ຄວາມນິຍົມ:
ໃນວັນທີ 22 ມັງກອນ 2022, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີສົ່ງຄະນະຊ່ຽວ ຊານ ກອງທັບປະຊາຊົນຫວຽດ
ນາມ ຈຳນວນ 3 ສະຫາຍ ກັບຄືນ
ປະເທດ, ພາຍຫຼັງທີ່ສຳເລັດປະ ຕິບັດໜ້າທີ່ ໃນການຊ່ວຍສ້າງໂຄງ ການຫຼັກສູດຊັ້ນກາງ, ໂຄງການ
ສືບຂ່າວຊັ້ນຕົ້ນ, ແຜນການອົບ
ຮົມ-ຫັດແອບ ແຕ່ວັນທີ 5 ກໍລະ ກົດ 2021 ເຖິງ 22 ມັງກອນ 2022. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການ ທະຫານໂຮງຮຽນ ແລະ ພະນັກ ງານທີ່ກ່ຽວຂ້ອງ.
ສະຫາຍ ພັນເອກ ສັກສົມ ບັດ ແກ້ວສິດທິວົງສາ ໄດ້ຕາງ ໜ້າຄະນະພັກ-ຄະນະອຳນວຍ ການໂຮງຮຽນທະຫານຊາຍແດນ ກ່າວສະແດງຄວາມຂອບໃຈ ແລະ
ຮູ້ບຸນຄຸນເປັນຢ່າງສູງມາຍັງຄະ
ນະຊ່ຽວຊານ ກໍຄືກະຊວງປ້ອງ
ກັນປະເທດ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໜາຍຄວາມ ສໍາຄັນ ແລະ ໃຫ້ການຊ່ວຍເຫຼືອ ໂຄງການຫຼັກສູດຕ່າງໆເຂົ້າໃນ
ການອົບຮົມ-ຫັດແອບໃຫ້ ບັນດາ ຄູ-ອາຈານ ເພື່ອສິດສອນນັກ ຮຽນບໍາລຸງ ແລະ ກໍ່ສ້າງໃຫ້ເຂົ້າ ໃຈງ່າຍ ສາມາດກໍາທິດສະດີຫຼັກ ການພາກປະຕິບັດຕົວຈິງຮູ້ໝູນ ໃຊ້ບົດຮຽນຕາມພູມີປະເທດໄດ້ ຢ່າງວ່ອງໄວ. ຕະຫຼອດໄລຍະ ການປະຕິບັດໜ້າທີ່ຂອງຄະນະ ຊ່ຽວຊານກອງທັບປະຊາຊົນ ຫວຽດນາມ ຜ່ານມາ, ເຊິ່ງໄດ້
ຮ່ວມເຮັດວຽກກັບພະແນກອົບ ຮົມໂຮງຮຽນຈັດຕັ້ງເຝິກອົບຮົມ, ຖ່າຍຖອດບົດຮຽນ ແລະ ປະສົບ
ການຕົວຈິງ, ທັງໃຫ້ຄຳປຶກສາ
ແລະ ແນະນຳ, ປັບປຸງແບບແຜນ
ວິທີອົບຮົມໃຫ້ບັນດາຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້
ຮັບໝາກຜົນຢ່າງຈົບງາມ. ພ້ອມດຽວກັນນີ້, ຍັງໄດ້ອວຍ ພອນໃຫ້ຄະນະຊ່ຽວຊານວິທະ ຍາຄານປ້ອງກັນຊາຍແດນກອງ
ທັບປະຊາຊົນຫວຽດນາມ ເດີນ
ທາງກັບຄືນປະເທດດ້ວຍຄວາມ
ສະຫວັດດີພາບ, ອວຍພອນໃຫ້ ສາຍພົວພັນມິດຕະພາບແບບ ພິເສດ, ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງສອງພັກ-ສອງລັດ ສອງກອງທັບ ກໍຄື ປະ
ຊາຊົນສອງຊາດ ລາວ ແລະ ຫວຽດ ນາມໃຫ້ນັບມື້ຈະເລີນງອກງາມ ແລະ ທະວີຄູນຂຶ້ນໄປເລື້ອຍໆ.
ໂດຍ: ສົມພອນ ດວງສີລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ