ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ສຳເລັດການປັກດຳເຂົ້ານາແຊງ
ເວລາອອກຂ່າວ: 2022-01-26 08:53:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 682 | ຄວາມນິຍົມ:



ໃນລະຫວ່າງວັນທີ 17-18 ມັງກອນ 2022, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປັກດຳເຂົ້ານາແຊງ ປະຈຳປີ 2022 ສຳເລັດ 100%. ການຜະລິດເຂົ້ານາແຊງໃນປີນີ້, ໄດ້ເລີ່ມການຄາດໄຖ, ວ່ານກ້າ ນັບຕັ້ງແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ, ເຊິ່ງແນວພັນ ເຂົ້າທີ່ນຳມາທຳການຜະລິດໃນ ຄັ້ງນີ້, ແມ່ນແນວພັນເຂົ້າທ່າ ດອກຄຳ 11 ຈຳນວນ 70 ກິໂລ ກຼາມ, ມີເນື້ອທີ່ນາທັງໝົດ 1,5 ເຮັກຕາ ແລະ ໄດ້ແບ່ງຄວາມຮັບ ຜິດຊອບໃນການຫຼົກກ້າໃຫ້ແກ່ ພະນັກງານ 4 ກົມ, 1 ຫ້ອງການ, ການປັກດຳ ມອບໃຫ້ນັກສຶກ ສາລະບົບກໍ່ສ້າງ ແລະ ນັກສຶກ ສາພາສາຕ່າງປະເທດ, ສ່ວນ ການບົວລະບັດຮັກສາ, ການໃສ່ ຝຸ່ນ, ຫຼົກຫຍ້າ ແລະ ກຳຈັດສັດ ຕູພືດຕ່າງໆ ມອບໃຫ້ພະແນກຜະ ລິດເປັນຜູ້ຮັບຜິດຊອບເບິ່ງແຍງ ຈົນເຖິງລະດູການເກັບກ່ຽວ. ໂດຍ: ດາວວິນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ