ວປກ ສຳເລັດການປັກດຳເຂົ້ານາແຊງ
ເວລາອອກຂ່າວ: 2022-01-26 08:53:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 709 | ຄວາມນິຍົມ:
ໃນລະຫວ່າງວັນທີ 17-18 ມັງກອນ 2022, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປັກດຳເຂົ້ານາແຊງ ປະຈຳປີ 2022 ສຳເລັດ 100%.
ການຜະລິດເຂົ້ານາແຊງໃນປີນີ້, ໄດ້ເລີ່ມການຄາດໄຖ, ວ່ານກ້າ
ນັບຕັ້ງແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ, ເຊິ່ງແນວພັນ
ເຂົ້າທີ່ນຳມາທຳການຜະລິດໃນ ຄັ້ງນີ້, ແມ່ນແນວພັນເຂົ້າທ່າ ດອກຄຳ 11 ຈຳນວນ 70 ກິໂລ ກຼາມ, ມີເນື້ອທີ່ນາທັງໝົດ 1,5 ເຮັກຕາ ແລະ ໄດ້ແບ່ງຄວາມຮັບ
ຜິດຊອບໃນການຫຼົກກ້າໃຫ້ແກ່ ພະນັກງານ 4 ກົມ, 1 ຫ້ອງການ,
ການປັກດຳ ມອບໃຫ້ນັກສຶກ ສາລະບົບກໍ່ສ້າງ ແລະ ນັກສຶກ ສາພາສາຕ່າງປະເທດ, ສ່ວນ
ການບົວລະບັດຮັກສາ, ການໃສ່
ຝຸ່ນ, ຫຼົກຫຍ້າ ແລະ ກຳຈັດສັດ
ຕູພືດຕ່າງໆ ມອບໃຫ້ພະແນກຜະ ລິດເປັນຜູ້ຮັບຜິດຊອບເບິ່ງແຍງ ຈົນເຖິງລະດູການເກັບກ່ຽວ.
ໂດຍ: ດາວວິນ ໂສພາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ