ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖະແຫຼງຂ່າວສະເຫຼີມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດ ລາວເດີນອາກາດ ຄົບຮອບ 20 ປີ
ເວລາອອກຂ່າວ: 2022-01-26 08:43:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ:



ວັນທີ 24 ມັງກອນ ນີ້, ຢູ່ທີ່ ບໍ ລິສັດ ລັດວິສາຫະກິດ ລາວເດີນ ອາກາດ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນສ້າງຕັ້ງ ບໍ ລິສັດ ລັດວິສາຫະກິດ ລາວເດີນ ອາກາດ ຄົບຮອບ 20 ປີ (24 ມັງ ກອນ 2002-24 ມັງກອນ 2022) ໂດຍການເປັນປະທານ ຂອງ ສະຫາຍ ວຽງສະຫວັດ ສີ ພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ, ເຂົ້າຮ່ວມມີ ສະຫາຍ ພົນຕີ ວົງຄໍາ ພົມມະ ກອນ ຮອງລັດຖະມັນຕີກະຊວງ ປ້ອງກັນປະເທດ, ສະຫາຍ ພົນຕີ ອ່ອນສີ ແສນສຸກ ປະທານສະພາ ບໍລິຫານ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ, ສະຫາຍ ພົນ ຈັດຕະວາ ບຸນມາ ຈັນທະວົງສາ ອະດີດຜູ້ອໍານວຍການ ບໍລິສັດລັດ ວິສາຫະກິດ ລາວເດີນອາກາດ, ແຂກຖືກເຊີນ ແລະ ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສີວຽງທອງ ກອນນິວົງ ຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວ ເດີນອາກາດ ໄດ້ກ່າວວ່າ: ບໍລິສັດ ລັດວິສາຫະກິດ ລາວເດີນອາ ກາດ ແມ່ນສືບຕໍ່ມາຈາກບໍລິສັດ ອາກາດລາວ ເຊິ່ງແມ່ນກະຊວງ ປ້ອງກັນປະເທດ ເປັນຜູ້ສ້າງຕັ້ງ ຂຶ້ນ ໃນປີ 1993 ເພື່ອດໍາເນີນກິດ ຈະການຂົນສົ່ງທາງອາກາດ ດ້ວຍຍົນອານ-2 ທີ່ຜະລິດຈາກ ອະດີດ ສະຫະພາບໂຊວຽດ ມາ ບິນຮັບໃຊ້ເປັນຖ້ຽວບິນໂດຍສານ ແລະ ຖ້ຽວບິນເໝົາຮັບໃຊ້ພາຍ ໃນປະເທດ. ບໍລິສັດ ອາກາດລາວ ເປັນບໍລິສັດ ການບິນທີ 3 ທີ່ສ້າງ ຕັ້ງຂຶ້ນມາຮັບໃຊ້ສັງຄົມ ນັບແຕ່ ປະເທດຊາດໄດ້ສະຖາປະນາສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນປີ 1975 ເປັນຕົ້ນ ມາ ສ້າງໄດ້ບັນຍາກາດໃໝ່ໃຫ້ ວົງການການບິນ ຂອງ ສປປ ລາວ. ພາຍຫຼັງການເຄື່ອນໄຫວທຸລະ ກິດ ມາຮອດປີ 1996 ບໍລິສັດ ໄດ້ ປະສົບກັບຄວາມຫຍຸ້ງຍາກທາງ ດ້ານການເງິນ, ຈຳນວນເຮືອບິນ ຫຼຸດລົງ ໃນທີ່ສຸດ ບໍລິສັດອາກາດ ລາວ ກໍໄດ້ຢຸດຕິການເຄື່ອນໄຫວ ຂອງຕົນຊົ່ວຄາວບໍ່ເປັນທາງການ ເພື່ອລໍຖ້າໂອກາດຂອງການລົງ ທຶນອີກຄັ້ງໃໝ່. ມາຮອດປີ 2000 ກະຊວງປ້ອງກັນປະເທດ ໄດ້ສືບ ຕໍ່ຊອກຜູ້ມາຮ່ວມທຶນ ແລະ ຊອກ ໂຄງການໃໝ່ ເພື່ອມາປັບປຸງບໍ ລິສັດ ອາກາດລາວ. ໃນປີ 2001 ເພື່ອສືບຕໍ່ປັບປຸງ ຟື້ນຟູ ບໍລິສັດ ອາກາດລາວ ໃຫ້ ເກີດໝາກຜົນຕົວຈິງ, ຄະນະພັກ ກະຊວງປ້ອງກັນປະເທດ ຈຶ່ງໄດ້ ແຕ່ງຕັ້ງຄະນະປັບປຸງບໍລິສັດອາ ກາດລາວຂຶ້ນ ໂດຍເອົາກົມທະ ຫານອາກາດ, ກົມໃຫຍ່ເສນາທິ ການກອງທັບ ແລະ ກົມຄຸ້ມຄອງ ທຸລະກິດ ກະຊວງປ້ອງກັນປະເທດ ເປັນໃຈກາງສ້າງບົດວິພາກເສດ ຖະກິດເພື່ອນຳສະເໜີຂັ້ນເທິງອະ ນຸມັດປັບປຸງບໍລິສັດ ອາກາດລາວ ອີກເທື່ອໃໝ່ ໂດຍຖືເອົາໂຄງການ ສຳຫຼວດ, ຂຸດຄົ້ນຊອກຫາຮ່ອງ ຮອຍສິ່ງເສດເຫຼືອຂອງທະຫານ ອາເມຣິກາທີ່ຫາຍສາບສູນໃນ ປາງສົງຄາມຢູ່ລາວ ເປັນໂຄງ ການຫຼັກ ແລະ ເອົາການບໍລິການ ບິນຮັບໃຊ້ພາກສ່ວນອື່ນໆເປັນ ການສ້າງລາຍຮັບເພີ່ມ ເພື່ອໃຫ້ການດໍາເນີນທຸລະກິດມີປະສິດທິຜົນ. ສະນັ້ນ, ບໍລິສັດ ໄດ້ຖືເອົາວັນ ທີ 24 ມັງກອນ 2002 ທີ່ກະຊວງ ການເງິນຮັບຮອງເປັນມື້ສ້າງຕັ້ງ ລັດວິສາຫະກິດ ລາວເດີນອາກາດ ເປັນທາງການ ໝາຍວ່ານັບຕັ້ງ ແຕ່ ວັນທີ 24 ມັງກອນ 2002-24 ມັງກອນ 2022 ແມ່ນມີອາຍຸ ຄົບຮອບ 20 ປີ ພໍດີ. ສັງລວມແລ້ວ, ຕະຫຼອດໄລຍະ 20 ປີ ໃນການສ້າງສາພັດທະນາ ບໍລິສັດ ລັດວິສາຫະກິດ ລາວເດີນ ອາກາດ / Lao Skyway ທຸລະ ກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ມີປະສິດຕິພາບ, ມີປະສິດ ທິຜົນ, ການປະຕິບັດພັນທະຕໍ່ລັດ ແລະ ຄູ່ສັນຍາໄດ້ຄົບຖ້ວນ, ປີ 2002 ມື້ສ້າງຕັ້ງບໍລິສັດມີທຶນ ຈົດທະບຽນ 17 ຕື້ກີບ, ປັດຈຸບັນ ມີທຶນຈົດທະບຽນ 615.847.100.000 ກີບ, ພະ ນັກງານ-ວິຊາການ ໄດ້ຮັບການ ເຝິກອົບຮົມທາງດ້ານຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດ ສິນທຳປະຕິວັດ, ເຮັດສໍາເລັດໜ້າ ທີ່ ທີ່ການຈັດຕັ້ງຂັ້ນເທິງ ແລະ ບໍລິສັດມອບໝາຍໃຫ້, ນອກນີ້ ບໍລິສັດໃຫ້ບໍລິການຖ້ຽວບິນເຊົ່າ ເໝົາລຳ ແລະ ສາຍການບິນໃນ ຊຸມປີຜ່ານມາ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະ ນາຂະແໜງການບິນພົນລະເຮືອນ ໃນການຫັນເອົາຄົມມະນາຄົມ ເປັນປາຍແຫຼມໄດ້ຢ່າງຕັ້ງໜ້າ, ເປັນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດຂອງ ຊາດໃຫ້ມີຄວາມເຂັ້ມແຂງ ໂດຍ ສອດຄ່ອງຕາມແນວທາງການ ເມືອງຂອງພັກ ແລະ ລັດຖະບານ ວາງອອກ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ