ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສານປະຊາຊົນສູງສຸດ ມອບເຄື່ອງອຸປະກອນກີລາ ໃຫ້ສານທະຫານພາກເໜືອ
ເວລາອອກຂ່າວ: 2022-01-26 08:40:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 408 | ຄວາມນິຍົມ:



ວັນທີ 24 ມັງກອນ 2022 ນີ້, ທ່ານ ນາງ ຈັນສຸກ ຝັ້ນດີສະຫວັດ ປະທານສານປະຊາຊົນພາກ ເໜືອ ພ້ອມຄະນະ ໄດ້ຕາງໜ້າ ໃຫ້ສານປະຊາຊົນສູງສຸດ ນໍາ ເອົາກະຕ່າຂອງຂວັນ ແລະ ເຄື່ອງ ກີລາ 26 ຊຸດ, ເຄື່ອງຊຸດວອມ 15 ຊຸດ, ບານເຕະ 3 ໜ່ວຍ, ກະຕໍ້ 2 ໜ່ວຍ, ຕານ່າງ 2 ດາງ ແລະ ຮູບພາບທີ່ລະນຶກຂອງສານປະຊາ ຊົນສູງສຸດ 1 ພາບ ມາມອບໃຫ້ແກ່ ສານທະຫານພາກເໜືອ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ ໂດຍ ການກ່າວຮັບຂອງ ທ່ານ ພັນໂທ ໄຊຍະພອນ ພິຈິດ ຮອງປະທານ ສານທະຫານພາກເໜືອ ພ້ອມ ດ້ວຍຄະນະ. ທ່ານ ນາງ ຈັນສຸກ ຝັ້ນດີສະ ຫວັດ ໄດ້ກ່າວອວຍພອນໄຊໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວສານທະຫານ ພາກເໜືອ ກໍຄື ນາຍ ແລະ ພົນ ທະຫານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີ ຄວາມຜາສຸກ ແລະ ມີຜົນສໍາເລັດ ໃນໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້. ໂອກາດນີ້ ທ່ານ ພັນໂທ ໄຊຍະພອນ ພິຈິດ ຕາງ ໜ້າໃຫ້ພະນັກງານ-ນັກຮົບສານ ທະຫານພາກເໜືອ ກ່າວສະແດງ ຄວາມຂອບໃຈມາຍັງສານປະຊາ ຊົນສູງສຸດ ແລະ ສານປະຊາຊົນ ພາກເໜືອ ເຊິ່ງເວລາໃດກໍມີຄວາມ ເປັນຫ່ວງເປັນໃຍ, ໃກ້ຊິດຕິດແທດ ໃຫ້ການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະ ຫຼອດມາ ພ້ອມທັງຢືນຢັນວ່າຈະນໍາໃຊ້ເຄື່ອງດັ່ງກ່າວໃນຂະບວນການລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ