ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະແພດຊ່ຽວຊານໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-01-25 09:18:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 996 | ຄວາມນິຍົມ:



ໃນວັນທີ 21 ມັງກອນ 2022 ນີ້, ຢູ່ທີ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບຫຼຽນກາ ມິດຕະພາບກອງທັບປະຊາຊົນ ລາວ ແລະ ໃບຍ້ອງຍໍຂອງໂຮງ ໝໍສູນກາງ 103 ກອງທັບປະຊາ ຊົນລາວໃຫ້ບຸກຄົນ ແລະ ຄະ ນະແພດຊ່ຽວຊານໂຮງໝໍສູນ ກາງ 108 ກອງທັບປະຊາຊົນ ຫວຽດນາມ ໂດຍການເປັນ ປະທານ ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າກົມເສນາຮັກ ກົມ ໃຫຍ່ພະລາທິການກອງທັບ, ມີຕາງໜ້າຄະນະທູດປ້ອງກັນ ຊາດ ສສ ຫວຽດນາມ, ຄະນະ ອຳນວຍການໂຮງໝໍສູນກາງ 103 ກອງທັບ, ຄະນະແພດຊ່ຽວ ຊານໂຮງໝໍສູນກາງ 108 ກອງ ທັບປະຊາຊົນຫວຽດນາມ ພ້ອມ ດ້ວຍພະນັກງານວິຊາການທັງ ສອງຝ່າຍເຂົ້າຮ່ວມ. ສະຫາຍ ພັນເອກ ດຣ ນາງ ມາລີວອນ ສຸລິຍະແສງ ຫົວໜ້າ ການເມືອງໂຮງໝໍສູນກາງ 103 ກອງທັບ ໄດ້ກ່າວວ່າ: ໃນການ ປະດັບຫຼຽນໃນຄັ້ງນີ້ ລວມມີ: ຫຼຽນກາມິດຕະພາບກອງທັບ ປະຊາຊົນລາວ ໃຫ້ບຸກຄົນຈຳ ນວນ 2 ສະຫາຍ ແລະ ມອບ ໃບຍ້ອງຍໍໂຮງໝໍສູນກາງ 103 ກອງທັບ ເພື່ອຍ້ອງຍໍ ແລະ ສັນລະເສີນຜົນງານຂອງຄະນະແພດຊ່ຽວຊານໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ທີ່ໄດ້ປະຕິບັດໜ້າຢ່າງຕັ້ງໜ້າ ແລະ ທຸ່ມເທສະຕິປັນຍາ ດ້ວຍ ຄວາມຮູ້, ຄວາມສາມາດ ເຂົ້າ ໃນການອົບຮົມດ້ານການແພດ ໃຫ້ພະນັກງານແພດໝໍໂຮງໝໍ ສູນກາງ 103 ກອງທັບມີຄວາມ ຊຳນິຊຳນານ ແລະ ເຮັດສໍາເລັດ ໜ້າທີ່ຕາມການມອບໝາຍຂອງ ຂັ້ນເທິງ. ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດ ກໍຄືກົມໃຫຍ່ ພະລາທິການກອງທັບ, ກົມເສ ນາຮັກ ກ່າວສະແດງຄວາມຂອບ ໃຈຢ່າງສູງ ແລະ ສະແດງຄວາມ ຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ກະຊວງ ປ້ອງກັນປະເທດ ສສ ຫວຽດນາມ ເວົ້າລວມ-ເວົ້າສະເພາະ ກໍຄື ໂຮງໝໍສູນກາງ 108 ກອງທັບ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ ການຊ່ວຍ ເຫຼືອ ແລະ ກໍ່ສ້າງ ບໍາລຸງວຽກງານການແພດໃຫ້ ພະນັກງານແພດໝໍໂຮງໝໍສູນ ກາງ 103 ກອງທັບປະຊາຊົນ ລາວ ໃນຫຼາຍໆລະດັບທີ່ແຕກ ຕ່າງກັນເປັນຈຳນວນຫຼວງຫຼາຍ ເຊິ່ງເປັນການປະກອບສ່ວນເຮັດ ໃຫ້ວົງການແພດທະຫານເຕີບ ໃຫຍ່ເຂັ້ມແຂງ . ໂດຍ: ອະນຸສັກ ພົມໄຊຍະສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ