ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍກົມກອງຈັດຕັ້ງວາງພວງມາລາ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-25 09:17:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 992 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ, ຢູ່ບັນດາກົມກອງ ຕ່າງໆ ໄດ້ຈັດຕັ້ງພິທີວາງພວງ ມາລາຢູ່ສຸສານ ອະນຸສອນສະ ຖານ ແລະ ອະນຸສາວະລີ ທີ່ສໍາຄັນ ຂອງແຕ່ລະກົມກອງ ໃນນີ້ ມີການ ນໍາພັກ-ລັດແຂວງຄໍາມ່ວນ, ຄະ ນະພັກ-ຄະນະບັນຊາກອງພົນທີ 1, ຄະນະພັກ-ຄະນະບັນຊາກອງ ພົນທີ 4 ແລະ ຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 497 ພ້ອມ ດ້ວຍພະນັກງານ-ນັກຮົບຂອງ ແຕ່ລະກົມກອງເຂົ້າຮ່ວມ. ການວາງພວງມາລາຂອງແຕ່ ລະກົມກອງໃນຄັ້ງນີ້, ກໍເພື່ອໄຫວ້ ອາໄລລະນຶກເຖິງດວງວິຍານ ແລະ ຄຸນງາມຄວາມດີ ຂອງພະ ນັກງານ-ນັກຮົບປະຕິວັດທີ່ອຸທິດ ຕົນເສຍສະຫຼະເລືອດເນື້ອ ແລະ ຊີວິດອິນຊີເພື່ອພາລະກິດປະຕິ ວັດໃນການຕູ້ສູ້ກູ້ຊາດ, ຕີຕ້ານ, ປາບປາມ, ທໍາລາຍ, ຂັບໄລ່ພວກ ມານຕ່າງດ້າວໃນປາງສົງຄາມ ແລະ ເສຍສະຫຼະຊີວິດໃນພາລະກິດເຄື່ອນໄຫວແກ້ໄຂໜໍ່ແໜງທີ່ ກໍໃຫ້ເກີດຄວາມບໍ່ສະຫງົບພາຍ ໃນຂອບເຂດທີ່ກົມກອງຮັບຜິດ ຊອບເພື່ອປົກປັກຮັກສາເຂດນໍ້າ ແດນດິນ, ປິຕິພູມທີ່ແສນຮັກຂອງ ຕົນ, ດ້ວຍຄວາມອົງອາດກ້າ ຫານ, ເດັດດ່ຽວໜຽວແໜ້ນ, ບໍ່ ຍອມຈໍານົນ, ມີມານະຈິດອົດທົນ ຜ່ານຜ່າຄວາມຫຍຸ້ງຍາກ, ມີ ຄວາມສາມັກຄີຢ່າງແໜ້ນແຟ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ທຸກສິ່ງຢ່າງເພື່ອຊາດ ເພື່ອປະຊາ ຊົນລາວທຸກທົ່ວໜ້າ ໂດຍພາຍໃຕ້ ການນໍາພາຂອງພັກບົນ ເສັ້ນທາງ ແຫ່ງການປະຕິວັດຂອງນັກຮົບ ປະຕິວັດປະຊາຊົນ ລາວ ໂດຍຍຶດ ໝັ້ນອຸດົມການປະຕິວັດສັງຄົມນິ ຍົມຢ່າງສຸດໃຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ