ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍສື່ສານ 310 ທະຫານແຂວງບໍ່ແກ້ວ ປິດອົບຮົມ-ຫັດແອບ ປະຈຳປີ 2021
ເວລາອອກຂ່າວ: 2022-01-25 09:12:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 568 | ຄວາມນິຍົມ:



ພິທີປິດຊຸດ ອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະ ລາທິການເຕັກນິກ ແລະ ວິຊາສະ ເພາະປະຈຳປີ 2021 ຂອງກອງ ຮ້ອຍສື່ສານ 310 ທະຫານ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນ ວັນທີ 20 ມັງກອນ 2022, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຮອງຫົວ ໜ້າຫ້ອງການກອງບັນຊາການ ທະຫານແຂວງບໍ່ແກ້ວ, ມີຄະ ນະພັກ-ຄະນະບັນຊາຕະຫຼອດ ຮອດພະນັກງານຫຼັກແຫຼ່ງກອງ ຮ້ອຍ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ດວງ ປະເສີດ ຮອງຫົວໜ້າການທະ ຫານກອງຮ້ອຍສື່ສານ 310 ທະ ຫານແຂວງບໍ່ແກ້ວ ໄດ້ສະຫຼຸບຕີ ລາຄາຜົນໄດ້ຮັບໃນການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ ແອບ ການເມືອງ, ການທະຫານ, ພະລາທິການເຕັກນິກ ແລະ ວິ ຊາສະເພາະ ປະຈຳປີ 2021 ທົ່ວກ້ອງຮ້ອຍ 310, ໂດຍໄດ້ປະ ຕິບັດຕາມແຜນການຂອງກົມ ໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມ ວ່າດ້ວຍ ການຈັດຕັ້ງປະຕິບັດ ອົບຮົມ-ຫັດແອບ ປັບປຸງລະບຽບ ແບບແຜນເຝິກຝົນກຳລັງແຮງ ກາຍປະຈຳປີ ໃຫ້ໄດ້ຮັບຜົນສູງ ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ຄະນະຮັບຜິດຊອບທີ່ກ່ຽວ ຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການເຄື່ອນໄຫວຊີ້ນຳໃກ້ຊິດ ຕິດແທດຢູ່ກົມກອງຂອງຕົນ ຈັດຕັ້ງການອົບຮົມ-ຫັດແອບ ປະຈຳປີຢ່າງເປັນປົກກະຕິ ແລະ ເຂັ້ມງວດ, ເຮັດໃຫ້ນາຍ ແລະ ພົນທະຫານມີຄວາມຮູ້, ຄວາມ ສາມາດ ແລະ ກໍາໄດ້ທິດສະດີຫຼັກການທາງດ້ານສິລະປະຍຸດ-ຍຸດທະວິທີ ມີຄວາມຊຳນິຊຳນານ, ຮັບປະກັນການກຽມພ້ອມສູ້ ຮົບໃນສະເພາະໜ້າ ແລະ ຍາວ ນານ, ມີສະຕິຕໍ່ການຈັດຕັ້ງ, ມີ ຄວາມຕື່ນຕົວຕໍ່ການປະຕິບັດ ລະບຽບວິໄນຂອງກອງທັບຢ່າງ ເຂັ້ມງວດ, ຖືເອົາວຽກງານດັ່ງ ກ່າວກາຍເປັນຊີວິດປະຈຳວັນ ທັງເປັນການເຝິກຝົນຫຼໍ່ຫຼອມ ແຮງກາຍຂອງພະນັກງານ-ນັກ ຮົບໃຫ້ມີສຸຂະພາບແຂງແຮງດີ, ຫ້າວຫັນຕໍ່ໜ້າທີ່ວຽກງານ ເຮັດ ສຳເລັດໜ້າທີ່ຕາມການຈັດຕັ້ງ ຂັ້ນເທິງມອບໝາຍ ແລະ ເຮັດໃຫ້ ກົມກອງມີຜົນງານໃບໜ້າໃໝ່ ຂຶ້ນເປັນກ້າວໆ, ຜ່ານການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ ແອບ ສາມາດຕີລາຄາ ຄື: ພາກ ການເມືອງບັນລຸໄດ້ 97%, ພາກ ພະລາທິການ 91%, ພາກລະ ບຽບ 87%, ພາກວິຊາສະເພາະ 95%, ພາກສິລະປະຍຸດ 87%, ພາກຍຸດທະວິທີ 90% ສາມາດຕີ ລາຄາຜົນການເຝິກແອບຮໍ່າຮຽນ ພາຍໃນກົມກອງ ຂັ້ນເກັ່ງ 8 ສະຫາຍ, ກາງ 22 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ຫຸມເພັງ ອິນເປົ່າແກ້ວ ເລຂາໜ່ວຍພັກ 3 ຫ້ອງການກອງ ບັນຊາການທະຫານແຂວງ ຍັງໄດ້ ຜ່ານມະຕິຕົກລົງຂອງຄະນະປະ ຈຳພັກກອງບັນຊາການທະຫານ ແຂວງບໍ່ແກ້ວ ວ່າດ້ວຍ ການບົ່ງ ຕົວແຕ່ງຕັ້ງຄະນະໜ່ວຍພັກ ກອງ ຮ້ອຍ 310 ຂຶ້ນກັບຄະນະພັກ ຮາກຖານ ຫ້ອງການກອງບັນຊາ ການ ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍເອກ ບົວພັນ ດວງປະເສີດ ເປັນກຳມະການໜ່ວຍພັກ ກອງ ຮ້ອຍ 310 ປ່ຽນແທນ ສະຫາຍ ຮ້ອຍເອກ ໄລຄຳ ພົມມະຫານ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ອີກ ດ້ວຍ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ