ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງຈອມເພັດ ປະກາດຮັບຮອງ 8 ບ້ານ ພາຍໃນ 3 ກຸ່ມ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-01-25 09:12:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 722 | ຄວາມນິຍົມ:



ກາງເດືອນມັງກອນ 2022 ນີ້, ຢູ່ທີ່ບ້ານນາງີ້ວ ເມືອງຈອມ ເພັດ ແຂວງຫຼວງພະບາງ ໄດ້ຈັດ ພິທີປະກາດຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໂດຍເປັນປະທານຂອງ ທ່ານ ສອນເພັດ ພົງສຸທິ ຮອງເຈົ້າ ເມືອງ ເມືອງຈອມເພັດ, ມີສະຫາຍ ພັນໂທ ຄຳແດງ ໄຊຍະຫານ ຫົວ ໜ້າພະແນກກໍ່ສ້າງຮາກຖານ, ຫ້ອງການເມືອງທະຫານແຂວງ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານເມືອງ, ຕາງ ໜ້າຫ້ອງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ ແລະ ປະ ຊາຊົນເຂົ້າຮ່ວມ. ສະຫາຍ ພັນໂທ ຄຳເຜີຍ ແກ້ວທຸມມາ ຫົວໜ້າພະແນກ ການເມືອງ ກອງບັນຊາການທະ ຫານເມືອງຈອມເພັດ ໄດ້ຜ່ານ ບົດລາຍງານການກໍ່ສ້າງຄອບ ຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ໂດຍຍົກໃຫ້ເຫັນສະ ພາບຈຸດພິເສດຂອງ 8 ບ້ານ ໃນ 3 ກຸ່ມ ຄື: ກຸ່ມເທສະບານ ເມືອງ, ກຸ່ມນ້ຳລຶມ ແລະ ກຸ່ມ ລອງນ້ຳຮ່າງ, ເຊິ່ງປະກອບມີ ບ້ານຊຽງແມນ, ບ້ານໂພລາດ, ບ້ານຈ່ານໃຕ້, ບ້ານຈ່ານເໜືອ, ບ້ານນາທ່າ, ບ້ານວັງສາ, ບ້ານ ນາງີ້ວ ແລະ ບ້ານວັງມ່ວງ, ມີ ທັງໝົດ 1.057 ຄອບຄົວ, ມີ ພົນລະເມືອງ 5.646 ຄົນ, ຍິງ 2.876 ຄົນ, ປະກອບມີເຜົ່າລາວ 3.772 ຄົນ, ຍິງ 2.032 ຄົນ, ເຜົ່າກຶມມຸ 1.553 ຄົນ, ຍິງ 723 ຄົນ ແລະ ເຜົ່າມົ້ງ 321 ຄົນ, ຍິງ 121 ຄົນ. ການດໍາລົງຊີ ວິດຂອງປະຊາຊົນສ່ວນຫຼາຍ ແມ່ນຖືເອົາການປູກຝັງ-ລ້ຽງ ສັດເປັນອາຊີບຕົ້ນຕໍ ແລະ ບໍລິ ການຂົນສົ່ງທາງນ້ຳ ແລະ ທາງ ບົກ, ໃນໄລຍະຜ່ານມາໂດຍຕິດ ພັນກັບການຈັດຕັ້ງປະຕິບັດຄຳ ສັ່ງແນະນຳເລກທີ 03 ຂອງ ກົມການເມືອງສູນກາງພັກ ວ່າ ດ້ວຍ ການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍ ພັດທະນາ ແລະ ປະຕິບັດຕາມ ຄໍາສັ່ງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ ແລະ ອີງໃສ່ 5 ມາດຖານເງື່ອນຄອບຄົວ ປ້ອງກັນຊາດເຂັ້ມແຂງ, ໃນນີ້ ປະເມີນໄດ້ 968 ຄອບຄົວ ເທົ່າ ກັບ 91,57% ປະເມີນບໍ່ໄດ້ 89 ຄອບຄົວເທົ່າກັບ 8,42%. ເພື່ອເປັນການຢັ້ງຢືນບັນດາ 8 ບ້ານດັ່ງກ່າວເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງນັ້ນ, ທ່ານ ສອນເພັດ ພົງສຸທິ ໄດ້ ມອບໃບຢັ້ງງຢືນໃຫ້ຕາງໜ້າ ອົງການປົກຄອງບ້ານ ແລະ ຄອບຄົວຢ່າງສົມກຽດ. ໂດຍ: ສຸລິພົນ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ