ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຫ້ອງວ່າການກະຊວງປ້ອງກັນ ປະເທດສະຫຼຸບຕີລາຄາການນຳພາ
ເວລາອອກຂ່າວ: 2022-01-25 08:50:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 343 | ຄວາມນິຍົມ:



ກອງປະຊຸມສະຫຼຸບຕີລາ ຄາການນຳພາຂອງຄະນະພັກອົງ ການຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2022 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະ ສິດ ກຳມະການ ຄະນະປະຈຳພັກ ກະຊວງ ເລຂາຄະນະພັກອົງການ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາທີ່ຂຶ້ນກັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ເດືອນ ສະຫວັນ ສາຍພິມຄຳປະທຸມ ຄະນະພັກກະຊວງ ຮອງເລຂາຄະນະພັກອົງການ, ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ສະຫຼຸບຕີລາຄາ ການນໍາພາຂອງຄະນະພັກ ອົງ ການຫ້ອງວ່າກະຊວງປ້ອງກັນ ປະເທດໃນໄລຍະຜ່ານມາ ເຊິ່ງ ໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ໃນໄລຍະຜ່ານມາຄະ ນະພັກ-ຄະນະນຳອົງການໄດ້ ເອົາໃຈໃສ່ຊີ້ນຳແຕ່ລະກົມກອງ ຈັດຕັ້ງລະບົບປະຈຳການ, ປ້ອງ ກັນບັນດາການນຳຂັ້ນສູງ, ສຳ ນັກງານ-ອົງການ, ຄ້າຍຄູ, ຄັງ- ສາງ, ສູນ, ວັດຖຸພາຫະນະ- ເຕັກນິກ ແລະ ເອກະສານສຳຄັນ ຕ່າງໆ ເພື່ອເຮັດໃຫ້ຂອບເຂດທີ່ ຕົນຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານຄຽງຄູ່ກັນນັ້ນ ຍັງໄດ້ຖືສຳຄັນວຽກງານສຶກສາ ອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮົບຮູ້ແຈ້ງຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ ກໍຄືຂໍ້ກຳນົດ, ກົດລະ ບຽບຕ່າງໆ ຂອງກອງທັບ ອັນເຮັດໃຫ້ຖັນ ແຖວພະນັກງານ-ນັກຮົບມີຄຸນ ທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທຳປະຕິວັດ, ດ້ານ ວຽກງານວິຊາສະເພາະເປັນເສ ນາທິການໃຫ້ແກ່ຄະນະພັກ, ຄະ ນະນຳກະຊວງປ້ອງກັນປະເທດ, ຄົ້ນຄວ້າຫັນບັນດາມະຕິຂອງ ຄະນະບໍລິຫານງານສູນກາງ ພັກ, ມະຕິຂອງກົມການເມືອງສູນ ກາງພັກ, ມະຕິ-ຄຳສັ່ງຂອງຄະ ນະປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂັ້ນສູນກາງມາ ເປັນມະຕິຂອງຄະນະພັກກະຊວງ, ນອກນັ້ນຍັງໄດ້ຂຽນບັນດາເອ ກະສານນິຕິກຳ, ຄໍາສັ່ງແນະນຳ, ແຈ້ງການ, ລາຍງານ, ບົດປາໄສ, ແລະ ບົດໂອ້ລົມຂອງການນຳພັກ-ລັດ ໃນໂອກາດພິທີສຳຄັນຕ່າງໆ, ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ການພົວພັນຮ່ວມມືກັບຕ່າງປະ ເທດຈັດຕັ້ງຄະນະຜູ້ແທນກະຊວງ ປ້ອງກັນປະເທດໄປເຂົ້າຮ່ວມ ກອງປະຊຸມຢູ່ຕ່າງປະເທດ, ເຂົ້າ ຮ່ວມກອງປະຊຸມທາງໄກກ່ຽວ ກັບວຽກງານອາຊຽນ ພ້ອມນີ້ຍັງ ໄດ້ປະຕິບັດນະໂຍບາຍ ແລະ ຄຸ້ມ ຄອງບັນດາຊ່ຽວຊານປ້ອງກັນ ຊາດຕ່າງປະເທດປະຈຳຢູ່ລາວ ພ້ອມທັງຄຸ້ມຄອງນັກຮຽນທະ ຫານຕ່າງປະເທດຮຽນຢູ່ລາວ ເປັນປົກກະຕິ, ດ້ານວຽກງານຮັບ ປະກັນດ້ານຊີວິດການເປັນຢູ່ ແມ່ນ ສາມາດຮັບປະກັນເບີກຈ່າຍເງິນ ເດືອນ, ເງິນກິນ, ເຂົ້າກິນ ເຄື່ອງ ນຸ່ງຫົ່ມ ແລະ ເງິນງົບປະມານ ຮັບໃຊ້ວຽກງານຂອງຂັ້ນເທິງ, ວຽກງານຂອງກົມກອງ ແລະ ວຽກງານຕ່າງປະເທດ ຮັບປະກັນ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ດ້ານ ວຽກງານດຳເນີນທຸລະກິດໄດ້ເອົາ ໃຈໃສ່ຊີ້ນຳ-ນຳພາບັນດາຫົວ ໜ່ວຍທຸລະກິດທີ່ຂຶ້ນກັບການຊີ້ນຳ ແລະ ຄຸ້ມຄອງຂອງຫ້ອງວ່າການ ເຮັດໜ້າທີ່ກໍ່ສ້າງພື້ນຖານໂຄງ ລ່າງເຄຫາສະຖານ, ຂົວທາງ, ໂທລະຄົມ ແລະ ຂົນສົ່ງທາງອາ ກາດ ເຊິ່ງມີຫລາຍບໍລິສັດ-ລັດ ວິສາຫະກິດເຄື່ອນໄຫວທຸລະກິດ ຂອງຕົນມີຄວາມຄ່ອງຕົວ, ມີ ລາຍຮັບສູງ, ມີຜົນກຳໄລ ຮັບປະ ກັນດ້ານເງິນເດືອນ, ເງິນສະ ຫວັດດີການ-ສັງຄົມ, ມອບພາສີ-ອາກອນ ແລະ ມອບພັນທະໃຫ້ ຂັ້ນເທິງຢ່າງຄົບຖ້ວນ ແລະ ວຽກ ງານອື່ນໆ ທີ່ປິ່ນອ້ອມສາມາດ ຮັບປະກັນ ແລະ ເຮັດສໍາເລັດໜ້າ ທີ່ໄດ້ເປັນຢ່າງດີ. ກອງປະຊຸມຍັງ ໄດ້ຜ່ານທິດທາງແຜນການນຳພາ ປະຈຳປີ 2022 ຈາກນັ້ນ ສະຫາຍ ປະທານກອງປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານທີ່ສຳຄັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າບັນລຸໝາກຜົນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ