ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກ-ຄະນະບັນຊາກອງພົນທີ 3 ຢ້ຽມຢາມ ພະນັກງານ-ນັກຮົບ ທີ່ກໍາລັງປິ່ນປົວຢູ່ໂຮງໝໍ
ເວລາອອກຂ່າວ: 2022-01-25 08:49:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ໃນວັນທີ 20 ມັງກອນ 2022 ນີ້, ສະຫາຍ ພົນຈັດຕະວາ ໄຊຍະ ວົງ ໄຊນາມທິລາດ ຫົວໜ້າການ ທະຫານກອງພົນທີ 3, ພ້ອມຄະ ນະໄດ້ຢ້ຽມຢາມພະນັກງານ-ນັກ ຮົບ ທີ່ກໍາລັງປິ່ນປົວຢູ່ໂຮງໝໍ ໃຫ້ ການຕ້ອນຮັບຂອງ ສະຫາຍ ພັນໂທ ອຳເພີຍ ພູວົງ ຫົວໜ້າ ການທະຫານໂຮງໝໍ ກອງພົນ ທີ 3 ພ້ອມທັງໄດ້ຮັບຟັງການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ວຽກງານຕະຫຼອດໄລຍະຜ່ານ ມາ ເຊິ່ງຍາມໃດຄະນະພັກ-ຄະ ນະບັນຊາກໍຍົກສູງນໍ້າໃຈຮັບຜິດ ຊອບຕໍ່ໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນ ຢ່າງຕັ້ງໜ້າຕາມການມອບໝາຍ ຂອງຂັ້ນເທິງທັງປັບປຸງກໍ່ສ້າງ ກົມກອງ ແລະ ເຮັດໜ້າທີ່ປິ່ນປົວສຸ ຂະພາບຂອງພະນັກງານ-ນັກຮົບ ໂດຍຖືເອົາຈັນຍາບັນ ຈັນຍາທໍາ ຂອງແພດປະຕິວັດ ເປັນສໍາຄັນ ຍົກສູງ 5 ດີ 1 ພໍໃຈ ວິຊາສະເພາະ ແພດໝໍເປັນຕົ້ນຕໍ, ນອກນັ້ນຍັງ ໄດ້ປັບປຸງກໍ່ສ້າງກຳລັງໃຫ້ໜັກ ແໜ້ນເຂັ້ມແຂງ, ປັບປຸງກໍ່ສ້າງສະ ຖານທີ່ຄ້າຍຄູໃຫ້ມີຄວາມຈົບ ງາມ, ຍູ້ແຮງການເພີ່ມພູນຜະລິດ ຜົນປູກຝັງ-ລ້ຽງສັດແກ້ໄຂຊີວິດ ການເປັນຢູ່ຂອງກົມກອງປະຕິ ບັດຄຳຂວັນທີວ່າ: ເພິ່ງຕົນເອງ ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ໄຊຍະວົງ ໄຊນາມທິລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ-ຄະນະ ບັນຊາ ຍາດມາໄດ້ຕະຫຼອດໄລຍະ ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ຍົກສູງນ້ຳໃຈຮັບຜິດຊອບຕໍ່ໜ້າ ທີ່ການເມືອງແລະວິຊາສະເພາະ ຂອງຕົນຢ່າງຕັ້ງໜ້າປະກອບ ສ່ວນສໍາຄັນເຂົ້າໃນການປິ່ນປົວ ສຸກະພາບພະນັກງານ-ນັກຮົບກໍຄືຄົນເຈັບທີ່ເຂົ້າມາໃຊ້ບໍລິການ,ຍົກສູງມູນເຊື້ອນໍ້າໃຈແພດປະຕິ ວັດໃຫ້ສູງເດັ່ນ ເຮັດໃຫ້ສັງຄົມ ຍອມຮັບ ແລະ ເຂົ້າມາບໍລິການ ໃຫ້ຫຼາຍຂຶ້ນ, ຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນທາດ ການເມືອງ ແລະ ວິຊາສະເພາະໃຫ້ມີຄວາມຊຳນິຊຳນານຄ່ອງ ແຄ້ວ ມີຄວາມຮັບປະກັນໃນການ ປິ່ນປົວສຸກະພາບຄົນເຈັບ ເວົ້າ ຈາສຸພາບອ່ອນຫວານຕໍ່ຜູ້ມາໃຊ້ ບໍລິການດ້ວຍຈັນຍາບັນຂອງ ແພດປະຕິວັດ, ເພີ່ມທະວີຄວາມ ສາມັກຄີພາຍໃນພາຍນອກໃຫ້ໜັກແໜ້ນພ້ອມກັນເຮັດສຳເລັດ ໜ້າທີ່ອັນມີກຽດທີ່ຂັ້ນເທິງກໍຄື ການຈັດຕັ້ງມອບໝາຍໃຫ້. ໂອກາດນີ້, ຍັງໄດ້ຢ້ຽມຢາມພະ ນັກງານ-ນັກຮົບ ແລະ ປະຊາຊົນ ທີ່ກຳລັງພະຍາບານຕົວຢູ່ໂຮງໝໍ ເພື່ອໃຫ້ກໍາລັງໃຈເຮັດໃຫ້ຄົນເຈັບ ຫາຍດີ ແລະ ກັບຄືນສູ່ກົມກອງ ປະຕິບັດໜ້າທີ່ເປັນປົກກະຕິ. ຂ່າວ ຍັງໃຫ້ຮູ້ຕື່ມອີກວ່າ: ໃນມື້ດຽວ ກັນຄະນະພັກ-ຄະນະບັນຊາກອງ ພົນທີ 3 ໄດ້ວ່າງພວງມາລາຢູ່ ອະນຸສາວະລີໂດຍການນໍາພາ ຂອງສະຫາຍ ພົນຈັດຕະວາ ໄຊ ຍະວົງ ໄຊນາມທິລາດ ຫົວໜ້າ ການທະຫານ, ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການ ເມືອງພ້ອມຄະນະ ທັງນີ້ກໍເພື່ອເປັນການສະແດງເຖິງຄວາມຮູ້ ບຸນຄຸນຜົນງານ ມີຄຸນງາມຄວາມ ດີນາຍ ແລະ ພົນທະຫານທີ່ປະ ກອບສວນອຸທິຊີວິດເລືອດເນື້ອ ສະຕິປັນຍາທັງກາຍ ແລະ ໃຈ ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເຂົ້າໃນພາ ລະກິດປົກປັກຮັກສາແລະສ້າງ ສາ ພັດທະນາປະເທດຊາດກໍຄືປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການເຄື່ອນໄຫວເຮັດໜ້າທີ່ປົກ ປ້ອງຜືນແຜ່ນດິນອັນແສນຮັກ ແລະ ສະຖາປະນາ ປະເທດຊາດ ຂຶ້ນຢ່າງສະຫງ່າຜ່າເຜີຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ