ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ກອງພົນທີ 1 ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2021
ເວລາອອກຂ່າວ: 2022-01-24 10:07:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2079 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2022 ນີ້, ຫ້ອງການເມືອງ ກອງພົນທີ1 ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ປອ ສອນ ໄຊ ຈັນຍາລາດ ຫົວໜ້າຫ້ອງ ການເມືອງ ກອງພົນທີ 1, ມີຄະ ນະພັກ-ຄະນະບັນຊາ, ພະນັກ ງານຫຼັກແຫຼ່ງທົ່ວຫ້ອງເຂົ້າ ຮ່ວມ. ສະຫາຍ ພັນໂທ ນາງ ບຸນເສັງ ດວງທອງລາ ຮອງຫົວໜ້າພະ ແນກບໍລິຫານ ຫ້ອງການເມືອງ ກອງພົນທີ1 ໄດ້ສະຫຼຸບການ ເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2021 ແລະ ວາງທິດ ທາງແຜນການ ປະຈຳປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສະພາບການຂອງ ໂລກ, ພາກພື້ນ ແລະ ພາຍໃນປະ ເທດ, ພ້ອມທັງຍົກໃຫ້ເຫັນຜົນສຳເລັດໜ້າທີ່ວຽກງານໃນໄລຍະ 1 ປີຜ່ານມາ ບົນພື້ນຖານຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ- ນຳພາແນວຄິດ ເຜີຍແຜ່ເຊື່ອມຊຶມ ບັນດາເອກະສານສຳຄັນຕ່າງໆ ຂອງຊາດ, ຂອງພັກ ຂອງກອງ ທັບ, ປຸກລະດົມຊຸກຍູ້ຂະບວນ ການຂອງກົມກອງເປັນຂະບວນ ຟົດຟື້ນມີເນື້ອໃນເລິກເຊິ່ງ, ຫັນ ເອົາພະນັກງານລົງກໍ່ສ້າງຮາກ ຖານການເມືອງ ພັດທະນາຊົນນະ ບົນແບບມູນເຊື້ອ, ນຳເອົາແນວ ທາງປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານຕິດພັນກັບການສ້າງກຸ່ມ ບ້ານພັດທະນາຂອງກົມກອງຮັບ ຜິດຊອບ, ປັບປຸງກອງປະຕິບັດ ງານ 201 ຜັດປ່ຽນພະນັກງານ ລົງກໍ່ສ້າງຮາກຖານໜ່ວຍງານ ປະຈຳຢູ່ເຂດໄຊສົມບູນ. ພ້ອມກັນ ນັ້ນ, ຍັງຈະສຶບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃນຂອບເຂດກົມກອງຮັບຜິດ ຊອບ, ເຄື່ອນໄຫວຕິດຕາມຊຸກຍູ້ ຂະບວນການກໍ່ສ້າງນັກຮົບວັດ ທະນະທຳ ແລະ ກົມກອງວັດທະ ນະທຳຢູ່ບັນດາກົມກອງໄປຄຽງ ຄູ່ກັນນັ້ນ ກໍໄດ້ຊຸກຍູ້ໃຫ້ພະນັກ ງານນັກຮົບສ້າງເສດຖະກິດຕາມ ທ່າແຮງບົ່ມຊ້ອນຂອງກົມກອງ ຕາມທິດນຳ 4 ປູກ 4 ລ້ຽງ, ສາ ມາດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. ໃນກອງປະຊຸມຜູ້ເຂົ້າ ຮ່ວມໄດ້ຜັດປ່ຽນກັນປະກອບ ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດ ທາງແຜນການໃນຕໍ່ໜ້າຢ່າງກົງ ໄປກົງມາ, ມີເນື້ອໃນ, ຄວາມ ໝາຍ, ຄວາມສໍາຄັນຢ່າງຮັດກຸມ ຕໍ່ບັນດາວຽກງານໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ໄດ້ ເນັ້້ນໜັກໃຫ້ເພີ່ມທະວີຄວາມສາ ມັກຄີຢ່າງແໜ້ນແຟ້ນ, ຍົກສູງບົດ ບາດຄວາມຮັບຜິດຊອບຕໍ່ໜ້າ ທີ່ວຽກງານຂອງຕົນ, ມີແນວ ຄິດການເມືອງໜັກແໜ້ນ, ມີ ຄວາມບໍລິສຸດສັດຊື່ ແລະ ຈົງຮັກ ພັກດີຕໍ່ປະເທດຊາດ, ເປັນເຈົ້າ ການຊີ້ນໍາ-ນໍາພາ ແລະ ຈັດຕັ້ງ ປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນ ເທິງ ແລະ ບັນດາຂໍ້ກໍານົດ, ກົດ ລະບຽບຕ່າງໆຂອງກອງທັບ ກໍຄື ຂອງກົມກອງວາງອອກຢ່າງ ເຂັ້ມງວດ. ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕເປັນໝູ່ ຄະນະ ແບ່ງບຸກຄົນຮັບຜິດຊອບ, ເຮັດວຽກຕ້ອງມີຫຼັກການ, ມີ ແບບແຜນອັນລະອຽດຈະແຈ້ງ ແລະ ມີຈິດໃຈຟົດຟື້ນປະຕິວັດ ເພື່ອພ້ອມກັນປັບປຸງກໍ່ສ້າງກົມ ກອງໃຫ້ກ້າວຂຶ້ນຕາມທິດນໍາ ຫັນກົມກອງເຂົ້າສູ່ລະບົບ, ແບບ ແຜນ ແລະ ທັນສະໄໝກ້າວສູ່ ຄວາມພັດທະນາແບບຍືນຍົງຕະ ຫຼອດໄປ. ໂດຍ: ຕິກ ມູນຄຳເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ