ຊາວໜຸ່ມກອງພັນ 901 ຈັດການແຂ່ງຂັນກີລາ
ເວລາອອກຂ່າວ: 2022-01-24 10:06:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2512 | ຄວາມນິຍົມ:
ກາງເດືອນມັງກອນ ນີ້, ໜ່ວຍ
ຊາວໝຸ່ມກອງພັນ 901 ກອງພັນ
ໃຫຍ່ 941 ໄດ້ຈັດການແຂ່ງຂັນ ກີລາ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ສຸດທິກອນ
ພີມພັນ ຫົວໜ້າພະແນກການ ເມືອງ ກອງພັນໃຫຍ່ 941, ມີຄະ
ນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບ ພ້ອມດ້ວຍນັກກີ ລາເຂົ້າຮ່ວມ.
ສະຫາຍ ພັນຕີ ຈັນທະລາ ມືນມະວົງ ຫົວໜ້າພະລາທິການ
ກອງພັນ 901 ໄດ້ຜ່ານແຜນການ
ເປີດຂະບວນການແຂ່ງຂັນກີລາ ໃນຄັ້ງເພື່ອຮັດແໜ້ນຄວາມສາ ມັກຄີລະຫວ່າງຊາວໜຸ່ມ-ໄວໜຸ່ມ
ໃນກົມກອງໃຫ້ແໜ້ນແຟ້ນຍິ່ງໆຂຶ້ນພ້ອມທັງເສີມສ້າງໃຫ້ພະນັກ ງານ-ນັກຮົບມີສຸຂະພາບແຂງ ແຮງ ພ້ອມກັນເຮັດສຳເລັດໜ້າ ທີ່ ທີ່ຂັ້ນເທິງມອບໝາຍໃຫ້. ສໍາ ລັບກີລາທີ່ນໍາມາແຂ່ງຂັນປະ ກອບມີ 3 ປະເພດ ຄື: ກີລາເປ ຕັງ, ບານສົ່ງ ແລະ ກະຕໍ້. ການ
ແຂ່ງຂັນກີລາດໍາເນີນເປັນເວລາ 1 ວັນ. ຜົນການແຂ່ງຂັນກີລາ ບານສົ່ງທີມຊະນະເລີດໄດ້ແກ່ ຊາວໜຸ່ມກອງຮ້ອຍ 101, ທີ 2 ທີມຊາວໜຸ່ມໝວດສຳນັກງານ ກອງພັນ; ກະຕໍ້ ຊະນະເລີດ ໄດ້ແກ່
ຊາວໜຸ່ມກອງຮ້ອຍ 101, ທີ 2 ຊາວໜຸ່ມກອງຮ້ອຍ 102; ກີລາ ເປຕັງ ຊະນະເລີດໄດ້ແກ່ຊາວ ໜຸ່ມກອງຮ້ອຍ 104 , ທີ 2 ຊາວ ໜຸ່ມກອງຮ້ອຍ 101.
ໂດຍ: ນາງ ທອງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ