ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນຊ່າງແສງ ສອບເສັງ ພາກຮຽນທີ 1 ຊຸດທີ 30
ເວລາອອກຂ່າວ: 2022-01-24 10:03:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1365 | ຄວາມນິຍົມ:



ໃນລະຫວ່າງວັນທີ 12-13 ມັງກອນ 2022, ໂຮງຮຽນຊ່າງ ແສງ ໄດ້ຈັດຕັ້ງສອບເສັງພາກ ຮຽນທີ I ນັກຮຽນກໍ່ສ້າງນາຍສີບ ຊຸດທີ 30 ປະຈໍາສົກຮຽນ 2021- 2022, ໂດຍເປັນປະທານຂອງ ສະຫາຍ ພັນໂທ ຄໍາແອ່ນ ແກ້ວ ວັນຈ່າຍ ອຳນວຍການໂຮງຮຽນ ຊ່າງແສງ, ມີຄະນະ ວິຊາຄູຊ່າງ ແສງ ພ້ອມດ້ວຍນັກຮຽນກໍ່ສ້າງ ນາຍສິບຊຸດທີ 30 ເຂົ້າຮ່ວມ. ສະຫາຍ ພັນໂທ ສີບູນ ທຳມະ ວົງ ຮອງອຳນວຍການ ຫົວໜ້າ ພະແນກອົບຮົມໄດ້ຜ່ານແຜນ ການ ການສອບເສັງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການ ຂອງຄະນະພັກ-ຄະນະອຳນວຍ ການໂຮງຮຽນ ວ່າດ້ວຍ ການຈັດ ຕັ້ງສອບເສັງພາກຮຽນທີ l ເພື່ອ ແນໃສ່ເຮັດໃຫ້ນັກຮຽນຈື່ຈໍາຄືນ ບົດຮຽນພາກຄວາມຮູ້ພື້ນຖານທີ່ ໄດ້ຮຽນມາເພື່ອເປັນການເຊື່ອມຕໍ່ ກ່ອນຈະກ້າວເຂົ້າພາກຮຽນພາກ ວິຊາສະເພາະ ກໍຄືພາກຮຽນທີ II ໃຫ້ ໄດ້ຜົນດີ, ເພື່ອເປັນພື້ນຖານໃຫ້ ພະແນກອົບຮົມໂຮງຮຽນໄດ້ຕີ ລາຄາຕໍ່ຜົນໄດ້ຮັບທາງດ້ານ ການສິດສອນຂອງຄູ-ອາຈານ ແລະ ເປັນການຖອດຖອນບົດຮຽນເຂົ້າໃນການປັບປຸງເນື້ອ ໃນບົດສອນ, ວິທີຈັດຕັ້ງປະຕິບັດ ການສອນໃນພາກຮຽນທີ II ໃຫ້ ມີປະສິດທິພາບຂຶ້ນເລື້ອຍໆ ພ້ອມ ທັງເປັນການກວດກາຄວາມ ຮັບຮູ້ຂອງນັກຮຽນເປັນບ່ອນ ອີງໃນການຕີລາຄາຈັດປະເພດ ການຮ່ຳຮຽນພາກທີ I. ມີນັກ ຮຽນກໍ່ສ້າງນາຍສິບຊ່າງແສງ 101 ສະຫາຍ, ຄະນະຮັບຜິດ ຊອບ 10 ສະຫາຍ. ໃນນີ້, ວິຊາ ທີ່ນໍາເຂົ້າສອບເສັງມີ 3 ວິຊາ: ວິຊາການເມືອງ, ລະບຽບ-ງົດ ງາມ ແລະ ຂັບຂີ່ລົດຂັ້ນພື້ນຖານ. ເວລາສອບເສັງ 3 ວັນ. ແຕ່ວັນທີ 12-14 ມັງກອນ 2022. ໂດຍ: ເຕີ້ຍ ລາດສະບຸດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ