ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ເຂດໃຈກາງ II ຢູ່ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2022-01-24 09:52:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ:



ວັນທີ 18 ມັງກອນ 2022 ນີ້, ກົມໃຫຍ່ພະລາທິການກອງ ທັບ, ໄດ້ຮັບກຽດເປັນເຈົ້າພາບຈັດ ພິທີປະກາດການເລື່ອນຊັ້ນໃຫ້ ນາຍທະຫານຈາກຊັ້ນພັນຕີຂຶ້ນ ຊັ້ນພັນໂທຈໍານວນ 79 ສະຫາຍ ໃນເຂດໃຈກາງ II ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະ ການສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີ ກົມພະນັກງານກົມໃຫຍ່ການ ເມືອງກອງທັບ, ຄະນະນໍາກົມ ໃຫຍ່ພະລາທິການ, ກົມໃຫຍ່ ເຕັກນິກກອງທັບ, ຫ້ອງການ, ພະແນກ, ຄະນະພັກ-ຄະນະບັນ ຊາກົມ 213 , ກອງບັນຊາການທະ ຫານອາກາດ, ພ້ອມດ້ວຍນາຍ ທະຫານທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ໂສພາ ວັນ ທໍາມະເທວາ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການ ເມືອງກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ທະຫານຈາກຊັ້ນພັນຕີ ຂຶ້ນພັນ ໂທ, ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະ ຫານ, ກະຊວງປ້ອງກັນປະເທດ ຕົກລົງ, ເລື່ອນຊັ້ນພັນຕີຂຶ້ນຊັ້ນ ພັນໂທຈໍານວນ 79 ສະຫາຍ, ໃນ ນີ້, ກົມໃຫຍ່ພະລາທິການກອງທັບ 19 ສະຫາຍ, ກົມໃຫຍ່ເຕັກນິກ ກອງທັບ 30 ສະຫາຍ, ກົມ 213 ຈໍານວນ 17 ສະຫາຍ ແລະ ກອງ ບັນຊາການທະຫານອາກາດ 13 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ໄດ້ໃຫ້ ກຽດໂອ້ລົມຕໍ່ນາຍທະຫານທີ່ ໄດ້ຮັບການເລື່ອນຊັ້ນໃໝ່, ກ່ອນ ອື່ນໄດ້ກ່າວ ສະເເດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາ ເລັດທີ່ບັນດາສະຫາຍຍາດມາ ໄດ້ຕະຫຼອດ ໄລຍະທີ່ ຜ່ານມາໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຢ່າງມີຜົນສໍາເລັດ, ເຊິ່ງມັນ ສະເເດງອອກການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນວຽກ ງານການເມືອງຂອງກົມກອງ, ຕໍ່ກັບຜົນງານ ແລະ ຜົນສໍາເລັດ ດັ່ງກ່າວ, ກໍຄືການປະດັບເລື່ອນ ຊັ້ນໃນຄັ້ງນີ້, ໃຫ້ເຂົ້າໃຈວ່ານີ້ ແມ່ນການຈັດຕັ້ງມອບໝາຍໜ້າ ທີ່ອັນໜັກໜ່ວງ, ບໍ່ແມ່ນເລື່ອນ ໃຫ້ໄດ້ປະລິມານ, ເລື່ອນໃຫ້ມັນ ຫຼາຍ, ບໍ່ແມ່ນເລື່ອນເອົາຕາມລະ ບຽບຫຼັການ, ເລື່ອນຕາມກົດ ໝາຍ, ເລື່ອນເພື່ອຍົກສູງສະມັດ ຕະພາບຂອງໜ້າທີ່ວຽກງານ, ເລື່ອນເພື່ອເປັນການມອບໝາຍ ສົມຄູ່ກັບໜ້າທີ່ຕໍາແໜ່ງ, ເວົ້າອີກ ຢ່າງໜື່ງເພື່ອປະຕິບັດຕາມກົດ ໝາຍ, ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ ບັນດາສະຫາຍຄະນະພັກ-ຄະ ນະບັນຊາ, ໂດຍສະເພາະນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ເຝິກຝົນ ຫຼໍ່ຫຼອມ ຕົນເອງຢ່າງຮອບດ້ານ, ເປັນຕົ້ນແມ່ນທາງດ້ານຄຸນສົມ ບັດສິນທໍາປະຕິວັດ, ມີຄຸນທາດ ການເມືອງໜັກແໜ້ນ, ປະຕິບັດ ເຊື່ອມຊຶມຕໍ່ມະຕິກອງປະຊຸມ ໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ ໂດຍສະເພາະແມ່ນ 4 ໜ້າ ທີ່ 26 ແຜນງານ, ມີຄວາມຈົງ ຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດ ຊາດ ແລະ ປະຊາຊົນ, ກໍາແໜ້ນ ແນວທາງນະໂຍບາຍປ່ຽນແປງ ໃໝ່ຂອງພັກ, ປະຕິບັດຂໍ້ກໍານົດ ກົດລະບຽບຂອງກອງທັບ ວາງ ອອກຢ່າງເຂັ້ມງວດ, ເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນພາຍ ໃນພາຍນອກຢ່າງແໜ້ນແຟ້ນ, ຍົກສູງນໍ້າໃຈຮັກຊາດ, ເຊີດຊູນໍ້າ ໃຈເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ມີຄວາມທົນທານໜຽວ ແໜ້ນຕໍ່ອຸປະສັກຫຍຸ້ງຍາກສິ່ງທ້າ ທາຍທົດສອບຕ່າງໆ, ແກ້ໄຂປະ ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຢູ່ ໃນ ຖັນແຖວພະນັກງນ-ສະມາຊິກ ພັກ, ນັກຮົບ, ເສີມຂະຫຍາຍທາດ ແທ້ມູນເຊື້ອປະຕິວັດອັນດີງາມ ຂອງກອງທັບ ແລະ ຄວາມເປັນ ແບບຢ່າງນໍາໜ້າທີ່ດີຂອງພະນັກ ງານ-ສະມາຊິກພັກ, ຖືເອົາການ ອົບຮົມທິດສະດີຕິດພັນກັບພຶດຕິກໍາຕົວຈິງໄປພ້ອມໆກັນປັບປຸງ ແບບແຜນວິທີເຮັດວຽກງານ, ບົ ນ ພື້ນຖານປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ, ນໍາພາ ເປັນໝູ່ຄະນະ, ແບ່ງງານໃຫ້ບຸກ ຄົນຮັບຜິດຊອບຈະເເຈ້ງ, ມີສະຕິ ຕໍ່ການຈັດຕັ້ງ, ມີລະບຽບວິໄນ ດີ, ການດໍາລົງຊີວິດຕ້ອງໂປ່ງໃສ ຂາວສະອາດ, ເຮັດຫຍັງກໍຕ້ອງ ຄໍານຶງເຖິງລະບຽບກົດໝາຍຢູ່ ສະເໝີ, ພ້ອມກັນປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການປັບປຸງ ກໍ່ສ້າງກົມກອງ ເພື່ອເຮັດສໍາເລັດ ໜ້າທີ່ການເມືອງຂອງຕົນທີ່ການ ຈັດຕັ້ງມອບໝາຍ, ມີການຫັນ ປ່ຽນຢ່າງຕັ້ງໜ້າ ແລະ ຕ້ອງກ້າ ຄິດ, ກ້າເຮັດ, ກ້າຮັບຜິດຊອບໃນ ສິ່ງທີ່ຕັດສິນໃຈຕໍ່ການຈັດຕັ້ງ ປະຕິບັດໜ້າທີ່ວຽກງານອັນສູງ ສົ່ງທີ່ພັກ-ລັດ ແລະ ກອງທັບ, ກໍຄື ປະຊາຊົນມອບໝາຍໃຫ້ມີຜົນ ສໍາເລັດຈົບງາມຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ