ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກບຊ ທະຫານແຂວງອຸດົມໄຊ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-24 09:51:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 479 | ຄວາມນິຍົມ:



ວັນທີ 20 ມັງກອນ 2022 ນີ້, ກອງບັນຊາການທະຫານ ແຂວງອຸດົມໄຊ ໄດ້ຈັດພິທີປາ ຖະກະຖາລະນຶກ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 73 ປີ ໂດຍເປັນກຽດເຂົ້າ ຮ່ວມເປັນປະທານໃນພິທີຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງອຸດົມໄຊ ປະທານຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ, ໂດຍມີ ຄະນະພັກ-ຄະນະກອງບັນຊາ ການ, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ໂຮງຮຽນ, ໂຮງ ໝໍ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ 100 ກວ່າສະຫາຍ. ສະຫາຍ ພົນຈັດຕະວາ ຄຳ ຢີນ ແສງສຸລີ ກຳມະການພັກ ແຂວງ ເລຂາພັກຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງອຸດົມໄຊ ໄດ້ກ່າວຫວນ ຄືນປະຫວັດ ແລະ ວິລະກໍາອັນລໍ້າ ເລີດຂອງກອງທັບປະຊາຊົນລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນ ວັນທີ 20 ມັງກອນ 1949 ໂດຍ ປະທານ ໄກສອນ ພົມວິຫານ. ຜ່ານເສັ້ນທາງແຫ່ງການສ້າງ ຕັ້ງ, ການສູ້ຮົບ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ພາຍໃຕ້ການຊີ້ນຳ-ນຳພາອັນສະ ຫຼາດສ່ອງໃສຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ກອງ ທັບປະຊາຊົນລາວ ໄດ້ກາຍເປັນ ກຳລັງຫຼັກແຫຼ່ງໃນສົງຄາມຕໍ່ສູ້ ເພື່ອປົດປ່ອຍຊາດ ທີ່ມີຄວາມ ເດັດດ່ຽວ ໜຽວແໜ້ນ ແລະ ພິລະ ອາດຫານ ເຕັມໄປດ້ວຍການເສຍ ສະຫຼະອັນໃຫຍ່ຫຼວງ ໃນພາລະ ກຳຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຈົນສຳເລັດຕາມພາລະກຳປະ ຫວັດສາດທີ່ພັກ-ລັດ ແລະ ປະ ຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດນຳເອົາປະເທດຊາດອອກ ຈາກແອກຄອບຄອງຂອງພວກ ຈັກກະພັດໄດ້ຢ່າງສົມບູນ ແລະ ສະ ຖາປະນາ ສປປ ລາວ ຂຶ້ນໃນວັນ ທີ 2 ທັນວາ 1975 ຢ່າງສະຫງ່າ ຜ່າເຜີຍ. ມາຮອດປັດຈຸບັນ, ກອງ ທັບປະຊາຊົນລາວ ກໍຍັງສືບຕໍ່ເປັນ ກຳລັງຫຼັກແຫຼ່ງໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັກສາລະບອບປະຊາທິປະໄຕ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ໂອກາດດຽວກັນ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ປະທານຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ ໄດ້ ຮຽກຮ້ອງໃຫ້ບັນດາພະນັກງານ- ນັກຮົບ, ນາຍ ແລະພົນທະຫານ ໃນທົ່ວກອງບັນຊາການທະຫານ ແຂວງອຸດົມໄຊ ຈົ່ງອອກແຮງ ເສີມຂະຫຍາຍທາດແທ້, ມູນ ເຊື້ອຂອງຊາດ ແລະ ຂອງກອງ ທັບ, ເອົາໃຈໃສ່ເຄື່ອນໄຫວປະຕິ ບັດໜ້າທີ່ໃຫ້ເຂັ້ມງວດເຮັດໃຫ້ສະ ພາບພາຍໃນແຂວງອຸດົມໄຊ ມີ ຄວາມສະຫງົບ, ມີສະຖຽນລະ ພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສ້າງເງື່ອນໄຂໃຫ້ພໍ່ແມ່ ປະຊາຊົນ ພໍ່ຄ້າຊາວຂາຍໄດ້ດຳ ເນີນຄ້າຂາຍຢ່າງສະດວກສະ ບາຍ, ພ້ອມກັນຍາດເອົາຜົນງານ ໃໝ່ໃຫຍ່ຫຼວງກວ່າເກົ່າ ເປັນກຳ ລັງແກ່ນສານທີ່ເຂັ້ມແຂງຂອງ ການປະຕິວັດ, ເປັນເຄື່ອງມືອັນ ຄົມແຫຼມຂອງພັກຢ່າງແທ້ຈິງ. ໃນໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ຍັງໄດ້ນຳເອົາເງິນ ສົດຈຳນວນ 30.000.000 ກີບ ແລະຄອມພິວເຕີ້ 5 ຊຸດ ມູນຄ່າ 25.000.000 ກີບ ມອບໃຫ້ ກອງບັນຊາການທະຫານແຂວງອຸດົມໄຊຕື່ມອີກ. ຂ່າວ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ