ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປີ 2021 ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວ 4,4%
ເວລາອອກຂ່າວ: 2022-01-21 14:01:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ແຫຼ່ງຂ່າວຈາກ ແຂວງໄຊຍະ ບູລີ ໃຫ້ຮູ້ວ່າ: ການຈັດຕັ້ງປະ ຕິບັດວຽກງານ ເສດຖະກິດ-ສັງ ຄົມຢູ່ແຂວງໄຊຍະບູລີ ໃນປີ 2021 ຜ່ານມາ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫຼາຍ ດ້ານ, ລວມທັງໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19, ໄພນໍ້າຖ້ວມ, ການລະ ບາດຂອງພະຍາດສັດ, ສັດຕູພືດ ທໍາລາຍຜົນລະປູກ, ແຕ່ພາຍໃຕ້ ການນຳພາ-ຊີ້ນຳຢ່າງໃກ້ຊິດ ຂອງຄະນະພັກ, ອົງການປົກ ຄອງທຸກຂັ້ນ ແລະ ບັນດາຂະແໜງ ການກ່ຽວຂ້ອງເຮັດໃຫ້ຫຼາຍຄາດ ໝາຍສູ້ຊົນແຕ່ລະຂົງເຂດບັນ ລຸຕາມແຜນວາງໄວ້, ເຊິ່ງມີລັກ ສະນະຫັນປ່ຽນຢ່າງຕັ້ງໜ້າ ໂດຍ ສະເພາະດ້ານເສດຖະກິດ ໃນປີ 2021 ຂະຫຍາຍຕົວ 4,4%. ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ຜູ້ ຊີ້ນໍາວຽກງານເສດຖະກິດ-ສັງ ຄົມ ໄດ້ລາຍງານຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII ໃນວັນທີ 17 ມັງກອນ 2022 ນີ້ວ່າ: ຕະຫຼອດ 1 ປີຜ່ານມາ, ອົງ ການປົກຄອງແຂວງ ໄດ້ສຸມໃສ່ ນຳພາ-ຊີ້ນຳການຈັດຕັ້ງ ປະ ຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ ປີ 2021 ດ້ວຍຈິດ ໃຈບຸກທະລຸ ຕິດພັນກັບການ ຜັນຂະຫຍາຍຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ, ໄດ້ເຮັດໃຫ້ເສດຖະ ກິດຂອງແຂວງສືບຕໍ່ຂະຫຍາຍ ຕົວໃນລະດັບ 4,4%, ລວມຍອດ ຜະລິດຕະພັນພາຍໃນບັນລຸໄດ້ 11.041 ຕື້ກີບ ທຽບໃສ່ແຜນ ການປະຕິບັດໄດ້ 98%, ສະເລ່ຍຕໍ່ ຫົວຄົນ 3.115 ໂດລາ ສະຫະ ລັດ; ດ້ານການເງິນໄດ້ສຸມໃສ່ ສໍາຫຼວດຫົວໜ່ວຍທຸລະກິດ, ຈັດຖານລາຍຮັບຄືນໃໝ່, ຄຸ້ມ ຄອງຈັດເກັບລາຍຮັບໃຫ້ຄົບ ຖ້ວນ, ຫັນຈັດເກັບໄປສູ່ລະບົບ ທັນສະໃໝ່ ເພື່ອຮັບປະກັນການ ຮົ່ວໄຫຼງົບປະມານ ແລະ ສອດ ຄ່ອງກັບລະບຽບວິໄນການເງິນ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.046,92 ຕື້ກີບ ເທົ່າກັບ 92,26% ຂອງ ແຜນດັດແກ້ເພີ່ມ ຕົວເລກລາຍຮັບ ແລະ ປະຕິບັດລາຍຈ່າຍໄດ້ທັງໜົດ 531,19 ຕື້ກີບ. ສໍາລັບແຜນການຕໍ່ໜ້າຈະ ສືບຕໍ່ເຮັດໃຫ້ແຂວງໄຊຍະບູລີມີ ຄວາມໝັ້ນຄົງ, ມີສະຖຽນລະ ພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍ, ສຸມໃສ່ແກ້ ໄຂບັນຫາຢາເສບຕິດ, ພັດທະນາ ເສດຖະກິດໃຫ້ສືບຕໍ່ຂະຫຍາຍ ຕົວຕໍ່ເນື່ອງ ໄປພ້ອມກັບການແກ້ ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ສ້າງການ ຫັນປ່ຽນໂຄງປະກອບເສດຖະກິດ ໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢ່າງໜັກແໜ້ນ ດ້ວຍການສົ່ງເສີມອຸດສາຫະກໍາ ຂະໜາດນ້ອຍ-ຂະໜາດກາງ, ຫັນເປັນທັນສະໄໝດ້ານການ ຜະລິດ, ການບໍລິການໃນຂະແໜງ ການທີ່ມີເງື່ອນໄຂ, ຍູ້ການຜະລິດ ພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງຂອງແຂວງ ເພື່ອເຊື່ອມໂຍງ ເຊື່ອມຈອດກັບແລວທາງເສດຖະ ກິດຂອງປະເທດເພື່ອນບ້ານ ແລະ ເສັ້ນທາງລົດໄຟ ລາວ-ຈີນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ