ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານນະຄອນຫຼວງວຽງຈັນ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-21 14:01:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2890 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2022 ນີ້, ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ໄດ້ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022) ໂດຍການເຂົ້າ ຮ່ວມເປັນປະທານ ແລະ ປາຖະ ກະຖາຂອງ ສະຫາຍ ພົນຈັດຕະ ວາ ໄພວັນ ຈັນທະພົມມາ ຫົວ ໜ້າການເມືອງ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ, ເຊິ່ງມີຄະນະພັກ-ຄະນະບັນຊາ ທົ່ວອົງການ 5 ຫ້ອງ ແລະ ກົມ ກອງອ້ອມຂ້າງຂຶ້ນກັບເຂົ້າຮ່ວມຮັບຟັງ. ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ຍົກໃຫ້ເຫັນປະ ຫວັດມູນເຊື້ອແຫ່ງການຕໍ່ສູ້ກູ້ຊາດ ຂອງກອງທັບປະຊາຊົນລາວ ໃນເມື່ອກ່ອນ ໃນແຕ່ລະໄລຍະ ດ້ວຍຄວາມພິລະອາດຫານທີ່ ສ່ອງແສງເຖິງຜົນງານອັນຍິ່ງ ໃຫຍ່ ແລະ ຄຸນສົມບັດສິນທຳປະ ຕິວັດອັນຜ່ອງໃສ, ຄວາມສະ ຫຼຽວສະຫຼາດ ມີໄຫວພິກທີ່ຄ່ອງ ແຄ້ວ, ມີຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມແຂງ, ມີເຫດມີ ຜົນ, ເຮັດແທ້ທຳຈິງ, ມີຄວາມກ້າ ຫານ ແລະ ຄວາມເສຍສະຫຼະ ອັນສູງສົ່ງກັບພາລະກິດຕໍ່ສູ້ປົດ ປ່ອຍຊາດ ຂອງບັນດາທ່ານຜູ້ນໍາ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງຍາມໃດ ພວກເພິ່ນກໍໄດ້ຍົກສູງຜົນປະ ໂຫຍດສ່ວນລວມຂອງຊາດ, ຂອງປະຊາຊົນຫຼາຍກວ່າຜົນ ປະໂຫຍດສ່ວນຕົວ ແລະ ຄອບ ຄົວ, ມີນ້ຳໃຈອັນດູດດື່ມ ແລະ ອົງອາດກ້າຫານຍອມເສຍສະ ຫຼະເພື່ອປະເທດຊາດ, ເພື່ອປະຊາ ຊົນໂດຍນໍາພາປະຊາຊົນລາວ ບັນດາເຜົ່າຕໍ່ສູ້ກັບພວກສັດຕູ ຢ່າງບໍ່ຍອມຈຳນົນ, ສາມາດຂ້າມ ຜ່ານອຸປະສັກນາໆປະການຢ່າງ ລະອິດລະອ້ຽວ ຈົນສາມາດຍາດ ເອົາໄຊຊະນະອັນຍິ່ງໃຫຍ່, ນຳ ເອົາຄວາມອຸດົມສົມບູນພູນສຸກ ມາສູ່ປະເທດຊາດລາວຢ່າງສະ ຫງ່າຜ່າເຜີຍ. ການຈັດຕັ້ງປາຖະກະຖາໃນ ຄັ້ງນີ້ ກໍເພື່ອແນໃສ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກ ງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດ- ສິນທຳປະຕິວັດ, ຄຸນງາມຄວາມ ດີຂອງກອງທັບປະຊາຊົນລາວ ກໍຄືບັນດາຜູ້ນຳປະຕິວັດທີ່ແສນ ເຄົາລົບຮັກຂອງປວງຊົນລາວ ທັງຊາດ ເພື່ອເປັນບົດຮຽນໃນ ການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ ມີຄວາມກ້າວໜ້າ, ມີຜົນງານອັນ ໃໝ່ ແລະ ສ້າງໃຫ້ກົມກອງມີ ຄວາມເຂັ້ມແຂງ ໜັກແໜ້ນເປັນ ກ້າວໆ, ພ້ອມນັ້ນ ຍັງເຮັດໃຫ້ເຂົາ ເຈົ້າໄດ້ຮັບຮູ້ຢ່າງເລິກເຊິ່ງ ເພື່ອ ພ້ອມກັນນຳເອົາມູນເຊື້ອ ອັນດີ ງາມດັ່ງກ່າວໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານໃຫ້ເກີດ ດອກອອກຜົນເປັນກ້າວໆ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ