ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ ລົດຕັງ-ຍານເກາະ 661
ເວລາອອກຂ່າວ: 2022-01-21 13:50:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 549 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022 ນີ້, ທ່ານ ຄໍາພັນ ເຜີຍຍະ ວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ພ້ອມຄະນະ ໄດ້ລົງ ຢ້ຽມຢາມ ແລະ ໂອ້ລົມພະນັກ ງານ-ນັກຮົບກອງພັນໃຫຍ່ ລົດ ຕັງ-ຍານເກາະ 661 ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022), ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ຄໍາປານ ແພງພັນ ຫົວໜ້າການເມືອງກອງ ພັນໃຫຍ່ລົດຕັງ-ຍານເກາະ 661 ພ້ອມຄະນະ, ມີພະນັກງານ-ນັກ ຮົບທົ່ວກອງພັນໃຫຍ່ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນ ເອກ ຄໍາປານ ແພງພັນ ຫົວໜ້າ ການເມືອງ ກອງພັນໃຫຍ່ລົດຕັງ- ຍານເກາະ 661 ໄດ້ລາຍງານຫຍໍ້ ກ່ຽວກັບຜົນງານການເຄື່ອນ ໄຫວຕະຫຼອດໃນໄລຍະທີຜ່ານ ມາ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງກອງພັນໃຫຍ່ ລົດຕັງ-ຍານເກາະ 661 ໂດຍໄດ້ ເປັນເຈົ້າການເຄື່ອນໄຫວເຮັດໜ້າ ທີ່ການເມຶອງຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຈັດປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ພ້ອມນັ້ນໄດ້ສຸມ ໃສ່ການປັບປຸງພື້ນຖານໂຄງລ່າງ ປະຕິບັດຕາມທິດກໍ່ສ້າງກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໃນທຸກດ້ານຄຽງຄູ່ກັບການກໍ່ ສ້າງກອງປອດໃສປອດໄພ ປອດ ຄະດີ. ທ່ານ ປອ ຄໍາພັນ ເຜີຍຍະ ວົງ ໄດ້ກ່າວສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍ ດ້ານທີ່ກອງພັນໃຫຍ່ລົດຕັງ-ຍານ ເກາະ 661 ຍາດມາໄດ້ຕະຫຼອດ ໄລຍະທີ່ຜ່ານມາ ພ້ອມດຽວກັນ ນັ້ນກໍຕ້ອງໄດ້ເອົາໃຈໃສ່ປັບປຸງ ກໍ່ສ້າງກໍາລັງໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ນໍາ ພາແນວຄິດ ເຮັດໃຫ້ພາຍໃນມີ ຄວາມເຂັ້ມແຂງ ຕັ້ງໜ້າເສີມຂະ ຫຍາຍມູນເຊື້ອພິລະອາດຫານ ຄວາມດຸໝັ່ນຂະຫຍັນພຽນຂອງ ກອງທັບໃຫ້ກາຍເປັນກອງທັບ ປະຕິວັດມີແບບແຜນທັນສະໄໝ ເທື່ອລະກ້າວໆ ສືບຕໍ່ປັບປຸງກໍ່ສ້າງ ກົມກອງໃຫ້ເປັນລະບຽບຮຽບ ຮ້ອຍເພື່ອໃຫ້ມີບາດກ້າວໃໝ່ສຸມ ໃສ່ເຝິກແອບຮໍ່າຮຽນທາງດ້ານ ສິລະປະຍຸດ-ຍຸດທະວິທີ ເພື່ອ ໃຫ້ມີຄວາມຊໍານິຊໍານານ ມີພິກ ໄຫວທີ່ຄ່ອງແຄ້ວ ແລະ ພ້ອມກັນ ເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິງ ມອບໝາຍໃຫ້. ໃນໂອກາດດັ່ງ ກ່າວ ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ນຳເອົາວັດຖຸປັດໄຈຈໍາ ນວນໜຶ່ງມາມອບໃຫ້ກອງພັນ ໃຫຍ່ ລົດຕັງ-ຍານເກາະ 661, ຄະນະຍັງໄດ້ລົງຢ້ຽມຢາມກອງ ພັນ 161 ທີ່ຂຶ້ນກັບກອງພັນໃຫຍ່ ລົດ ຕັງ-ຍານເກາະ 661. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ