ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະດັບຫຼຽນໄຊແຮງງານ ໃຫ້ແກ່ ສະຖາບັນການເມືອງ ແລະ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສສ ຫວຽດນາມ
ເວລາອອກຂ່າວ: 2022-01-21 13:48:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 841 | ຄວາມນິຍົມ:



ໂດຍໄດ້ຮັບການມອບສິດ ຈາກລັດຖະບານ ກໍຄື ຄະນະພົວ ພັນຕ່າງປະເທດສູນກາງພັກປະ ຊາຊົນປະຕິວັດລາວ, ສະຖານ ເອກ ອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມ ທົບກັບສະຖາບັນການເມືອງແຫ່ງ ຊາດ ໂຮ່ຈີມິນ ແລະ ສຳນັກພິມ ຈຳໜ່າຍການເມືອງແຫ່ງຊາດ ຊຶເທິດ ໄດ້ຈັດພິທີປະດັບຫຼຽນໄຊ ແຮງງານຊັ້ນ II ແລະ ຊັ້ນ III ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ການນຳ-ພະນັກງານຂອງສະຖາບັນການ ເມືອງໂຮ່ຈີມິນ ແລະ ສຳນັກພິມ ຈຳໜ່າຍການເມືອງແຫ່ງຊາດ ຊຶເທິດ ໃນວັນທີ 17 ມັງກອນ 2022 ທີ່ ສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ. ຝ່າຍລາວນຳ ໂດຍ ສະຫາຍ ຈັນທະພອນ ຄຳ ມະນີຈັນ, ທີ່ປຶກສາ, ຮອງຫົວໜ້າ ສຳນັກງານສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຮວ່າງ ຟຸກ ເລິມ ຮອງ ຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ມີ ຄະນະອຳ ນວຍການສະຖາບັນການເມືອງ ໂຮ່ຈິມິນ ແລະ ສຳນັກພິມຈຳໜ່າຍ ການເມືອງແຫ່ງຊາດ ຊຶເທິດ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພະນັກງານ, ຄູອາຈານ, ນັກສຶກສາ-ນັກຄົ້ນ ຄວ້າລາວ ແລະ ຜູ້ໄດ້ຮັບການຍ້ອງ ຍໍຈາກສະຖາບັນການເມືອງ ໂຮ່ ຈີມິນ ແລະ ສຳນັກພິມຈຳໜ່າຍ ການເມືອງແຫ່ງຊາດ ຊຶເທິດ ເຂົ້າຮ່ວມ. ການປະດັບຫຼຽນໄຊແຮງ ງານໃນຄັ້ງນີ້, ລວມມີ: ຫຼຽນໄຊ ແຮງງານຊັ້ນ II ໃຫ້ແກ່ບຸກຄົນ ຈຳ ນວນ 3 ສະຫາຍ : ສະຫາຍ ເລ ວັນ ເລິ້ຍ, ຮອງຫົວໜ້າສະຖາບັນ ການເມືອງແຫ່ງຊາດ ໂຮ່ຈີມິນ; ສະຫາຍ ຟາມ ຈີ ແທັງ ຮັກສາການ ອຳນວຍການ ຫົວໜ້າຄະນະບັນ ນາທິການໃຫຍ່ໂຮງພິມການ ເມືອງແຫ່ງຊາດຊຶເທິດ ແລະ ສະ ຫາຍ ເຈິ່ນ ມິງ ເຈື່ອງ ຫົວໜ້າອະ ນຸສະຖາບັນໂຮ່ຈີມິນ ສະຖາບັນ ການເມືອງແຫ່ງຊາດໂຮ່ຈີມິນ ແລະ ຊັ້ນ III ໃຫ້ແກ່ບຸກຄົນ ຈໍາ ນວນ 10 ສະຫາຍ ໃນນີ້, ສະຖາ ບັນ ການເມືອງແຫ່ງຊາດໂຮ່ຈີມິນ ມີ: ສະຫາຍ ຮວ່າງ ວັນ ເຫງັຍ ຫົວ ໜ້າກົມຮ່ວມມື, ສະຫາຍ ຮວ່າງ ແອັງ ຮວ່າງ ຫົວໜ້າກົມແຜນ ການ-ການເງິນ, ສະຫາຍ ນາງ ຫງວຽນ ທິ ຮົ່ງ ເວິນ ຮອງຫົວ ໜ້າຮ່ວມມືສາກົນ, ສະຫາຍ ຟ້າມ ຫງັອກ ແອັງ ອະດີດຫົວໜ້າອະ ນຸສະຖາບັນໂຮ່ຈີມິນ ແລະ ບັນດາ ຜູ້ນໍາຂອງພັກ, ສະຫາຍ ນາງ ເລ ທິ ຊອງ ລາມ, ຫົວໜ້າພະແນກ ການເງິນ-ການບັນຊີ, ສະຫາຍ ໂງ່ ຊວັນ ລົກ ຮອງຫົວໜ້າພະ ແນກການເງິນ-ການບັນຊີ, ສະ ຫາຍ ຟ້າມ ວັນ ແຄັງ ວິຊາການ ກົມຮ່ວມມືສາກົນ ແລະ ສະຫາຍ ກາວ ວັນ ຕັງ ວິຊາການກົມຮ່ວມ ມືສາກົນ. ສ່ວນພະນັກງານສຳ ນັກພິມຈຳໜ່າຍການເມືອງແຫ່ງ ຊາດ ຊຶເທິດ ໄດ້ຮັບການປະດັບ ຫຼຽນໄຊແຮງງານ ຊັ້ນ III ປະ ກອບມີ : ສະຫາຍ ນາງ ກຸ ທິ ຖຸຍ ລ່ານ ຫົວໜ້າຄະນະປື້ມສາກົນ ແລະ ສະຫາຍ ນາງ ບຸ່ຍ ທິ ແອັງ ຮົ່ງ ຮອງຫົວໜ້າຄະນະປື້ມແບບ ຮຽນ. ສະຫາຍ ຈັນທະພອນ ຄຳມະ ນີຈັນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນອັນເລິກ ເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫຼືອ ລໍ້າຄ່າ ແລະ ທັນການໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ໃນ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ເວົ້າລວມ, ເວົ້າສະເພາະ ຕໍ່ການນຳ-ພະນັກ ງານຂອງສະຖາບັນການເມືອງ ໂຮ່ຈີມິນ ແລະ ສຳນັກພິມຈຳ ໜ່າຍການເມືອງແຫ່ງຊາດ ຊຶເທິດ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະ ຕິປັນຍາຂອງຕົນປະກອບສ່ວນ ເຂົ້າໃນການຮັດແໜ້ນການພົວ ພັນຮ່ວມມື ລະຫວ່າງ ສະຖາບັນ ການເມືອງ-ການປົກຄອງແຫ່ງ ຊາດ ແຫ່ງ ສປປ ລາວ ກັບ ສະຖາ ບັນການເມືອງແຫ່ງຊາດ ໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ໂດຍສະ ເພາະໃນວຽກງານການບຳລຸງ-ກໍ່ສ້າງພະນັກງານຂັ້ນນຳພາ-ຄຸ້ມຄອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ການຈັດຕັ້ງປະຕິບັດໂຄງ ການ “ແປປື້ມນິພົນຄົບຊຸດ ໂຮ່ ຈີມິນ ຈາກພາສາຫວຽດນາມ ມາເປັນພາສາລາວ” ໃນໄລຍະ ຊຸມປີ 2010-2020. ຜົນງານດັ່ງ ກ່າວ, ເປັນການປະກອບສ່ວນ ລວມເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ບໍ່ພຽງແຕ່ບໍ່ຈືດຈາງ ລົງ ແຕ່ນັບມື້ນັບແຕກດອກອອກ ຜົນຍິ່ງໆຂຶ້ນ. ພ້ອມຍັງກ່າວຕື່ມ ອີກວ່າ: ເຖິງສະພາບການຂອງ ພາກພື້ນ ແລະ ໃນໂລກ ຈະຜັນແປ ໄປຢ່າງໄວວາ, ສັບສົນ ໂດຍສະ ເພາະການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະ 2 ປີ ຜ່ານ ມາ, ແຕ່ສາຍພົວພັນພິເສດ ລະ ຫວ່າງ ສອງຊາດ ລາວ-ຫວຽດ ນາມ ໂດຍແມ່ນ ປະທານ ໂຮ່ ຈີມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະ ທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາ ລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບ ການຖະໜຸຖະໜອມຜ່ານການ ນໍາຮຸ່ນຕ່າງໆ ສືບຕໍ່ໄດ້ຮັບການ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບ ມື້ນັບເຂົ້າສູ່ລວງເລິກ-ລວງ ກວ້າງກວ່າເກົ່າ. ພິເສດ ປີ 2022 ເປັນປີທີ່ສອງປະເທດຈະມີກິດ ຈະກໍາຕ່າງໆຢ່າງຟົດຟື້ນ ເພື່ອ ເປັນການສະເຫຼີມສະຫຼອງສອງ ວັນປະຫວັດສາດ : ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ1962-5 ກັນຍາ 2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ (18 ກໍລະ ກົດ1977-18 ກໍລະກົດ 2022). ສະຫາຍ ຮວ່າງ ຟຸກ ເລິມ ໄດ້ ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນພິເສດຂອງພື້ນ ຖານແນວຄິດ-ທິດສະດີຂອງພັກ ຕໍ່ພາລະກິດປະຕິວັດ, ການນຳພາ ແລະ ການພັດທະນາປະເທດຂອງ ສອງພັກ, ສອງລັດ ລາວ ແລະ ຫວຽດນາມ; ກົມການເມືອງ, ຄະນະເລຂາທິການສູນກາງພັກຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ມອບໃຫ້ສະຖາບັນການ ເມືອງ-ການປົກຄອງແຫ່ງຊາດ ລາວ ແລະ ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງຜັນ ຂະຫຍາຍໂຄງການ “ແປປຶ້ມນິ ພົນຄົບຊຸດ ໂຮ່ຈີມິນ” ທັງໝົດ ຈຳ ນວນ 15 ເຫຼັ້ມ ໂດຍປະກອບມີ ບົດຂຽນ ທີ່ສຳຄັນຂອງ ປະທານ ໂຮ່ຈິມິນ ຈຳນວນ 3.300 ບົດ ເຊິ່ງໄດ້ຂຽນໄວ້ໃນໄລຍະແຕ່ປີ 1912-1969 ແລະ ປຶ້ມວັດຈະ ນານຸກົມສາດ ໂຮ່ຈີມິນ. ໃນໂອກາດດຽວກັນນີ້, ການ ນຳສະຖານບັນການເມືອງແຫ່ງ ຊາດ ໂຮ່ຈິມິນ ແລະ ການນຳສະ ຖານທູດລາວ ຍັງໄດ້ເຂົ້າຮ່ວມ ພິທີເປີດການນໍາໃຊ້ເຮືອນຄົວ ລວມຮັບໃຊ້ນັກສຶກສາຕ່າງປະ ເທດ ເວົ້າລວມ, ເວົ້າສະເພາະ ແມ່ນໃຫ້ແກ່ນັກສຶກສາຈາກ ສປປ ລາວ ຢູ່ວິທະຍາເຂດຂອງສະ ຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕື່ມອີກ. ໂດຍ : ສະຖານທູດລາວ ທີ່ຮ່າໂນ້ຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ