ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດງານແຂ່ງຂັນພອນສະຫວັນ ໃນຫົວຂໍ້ “ເປີດໃຈໃຫ້ຄວາມຫວັງ” ຄັ້ງທີ I
ເວລາອອກຂ່າວ: 2022-01-20 08:51:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 875 | ຄວາມນິຍົມ:



ວັນທີ 18 ມັງກອນ 2022 ນີ້, ກອງສິລະປະກອນກອງທັບ ໄດ້ຈັດພິທີປິດງານແຂ່ງຂັນພອນ ສະຫວັນໃນຫົວຂໍ້ “ເປີດໃຈໃຫ້ ຄວາມຫວັງ” ຄັ້ງທີ I ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ຫົວໜ້າກົມ ໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ, ມີ ສະຫາຍ ບົວ ເງິນ ຊາພູວົງ ສິລະປິນແຫ່ງ ຊາດ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ-ຄະນະບັນຊາ, ຄະນະກຳມະການ, ຄະນະຮັບຜິດຊອບພ້ອມດ້ວຍ ພະນັກງານ-ນັກສະແດງເຂົ້າ ຮ່ວມ. ສະຫາຍ ພັນໂທ ຈັນທີ ບຸດດາ ແກ້ວ ຮອງຫົວໜ້າການທະຫານ ກອງສິລະປະກອນກອງທັບໄດ້ ໃຫ້ຮູ້ວ່າ: ງານແຂ່ງຂັນພອນສະ ຫວັນໃນຫົວຂໍ້ “ເປີດໃຈໃຫ້ຄວາມ ຫວັງ” ຄັ້ງທີ I ພາຍໃນກອງສິ ລະປະກອນກອງທັບ ແມ່ນເພື່ອ ຂໍ່ານັບຊົມເຊີຍວັນຊາດທີ 2 ທັນ ວາ ຄົບຮອບ 46 ປີ, ວັນຄ້າຍວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 73 ປີ ແລະ ວັນສ້າງຕັ້ງ ກອງສິລະປະກອນ ກອງທັບປະ ຊາຊົນລາວ ຄົບຮອບ 53 ປີ, ໄດ້ດຳເນີນມາເປັນເວລາ 2 ວັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄຶກຄື້ນ, ສຳເລັດຕາມແຜນ ການທີ່ໄດ້ກຳນົດໄວ້. ບັນດາລາຍ ການທີ່ນຳເອົາມາແຂ່ງຂັນໃນ ຄັ້ງນີ້ລ້ວນແຕ່ມີເນື້ອໃນດີ,ສ່ອງ ແສງໃຫ້ເຫັນມູນເຊື້ອຕໍ່ສູ້ພິ ລະອາດຫານ ຂອງກອງທັບ ແລະ ປະຊາຊົນເຮົາ ພາຍໃຕ້ການນຳ ພາອັນປີຊາສາມາດສະຫຼາດ ສ່ອງໃສຂອງພັກປະຊາຊົນປະຕິ ວັດລາວ, ສ່ອງແສງໃຫ້ເຫັນເຖິງ ການເຄື່ອນໄຫວປະຕິບັດໜ້າທີ່ ຂອງກອງທັບເຮົາ, ສະແດງໃຫ້ ເຫັນນໍ້າໃຈຮັກຊາດ, ຮັກບ້ານ ເກີດເມືອງນອນ, ຮັກລະບອບປະ ຊາທິປະໄຕ. ພ້ອມນັ້ນ ກໍສະແດງ ເຖິງຄວາມສາມັກຄີອັນແໜ້ນ ແຟ້ນລະຫວ່າງກອງທັບ ກັບ ປະຊາຊົນລາວ ບັນດາເຜົ່າ, ໄປ ຄຽງຄູ່ກັນນັ້ນ, ກໍສ່ອງແສງເຖິງ ລັກສະນະຊາດ, ລັກສະນະກ້າວ ໜ້າ ແລະ ລັກສະນະມະຫາຊົນ ອັນເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນ ດີງາມຂອງຊາດ. ບັນຍາກາດຂອງງານແຂ່ງ ຂັນ ໄດ້ກາຍເປັນກິດຈະກຳໜຶ່ງ ທີ່ມີຄວາມໝາຍສຳຄັນ ເພື່ອອຸທິດ ແດ່ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ ແລະ ວັນ ສ້າງຕັ້ງກອງສິລະປະກອນ ກອງ ທັບປະຊາຊົນລາວ ຄົບຮອບ 53 ປີ. ນອກນີ້, ຍັງສາມາດຄັດເລືອກ ເອົາລາຍການສະແດງທີ່ດີເດັ່ນ, ມີເນື້ອໃນເລິກເຊິ່ງນໍາໄປປັບປຸງ ເປັນລາຍການສະແດງໃໝ່ທີ່ອຸດົມ ສົມບູນ, ມີຫຼາກຫຼາຍສີສັນເພື່ອ ກຽມພ້ອມເຄື່ອນໄຫວສະແດງຮັບ ໃຊ້ໜ້າທີ່ການເມືອງພາຍໃນກອງ ທັບ ແລະ ຮັບໃຊ້ສັງຄົມ ໃນເມື່ອມີ ຄຳສັ່ງຈາກຂັ້ນເທິງ ເປັນບັ້ນປຸກ ລະດົມພະນັກງານ-ນັກຮົບທົ່ວ ກົມກອງໃຫ້ມີຄວາມບຸກບືນ ຫ້າວຫັນ ໃນການປະຕິບັດໜ້າທີ່ ວຽກງານຂອງຕົນ. ຈາກນັ້ນ, ໄດ້ ຈັດຕັ້ງມອບລາງວັນໃຫ້ແຕ່ລະ ປະເພດຂອງການແຂ່ງຂັນຕາມ ລຳດັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ