ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ປາຖະກະຖາ ວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-20 08:42:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 502 | ຄວາມນິຍົມ:



ກະຊວງປ້ອງກັນປະເທດໄດ້ ປາຖະກະຖາເພື່ອລະນຶກເຖິງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ໃນວັນທີ 19 ມັງ ກອນ 2022 ນີ້, ໂດຍການເປັນ ປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິ ວົງ ກຳມະການສູນກາງພັກ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະ ຫ້ອງການເມືອງ 4 ກົມໃຫຍ່, ຫ້ອງ ວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານ-ນັກຮົບ ຈາກບັນດາອົງການ, ຫ້ອງການ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ທົບທວນຫວນຄືນປະຫວັດມູນເຊື້ອແຫ່ງການກໍາ ເນີດ ເຕີບໃຫຍ່ຂະຫຍາຍຕົວລວມ ທັງຜົນງານ ແລະ ໄຊຊະນະ ທີ່ກອງທັບປະຊາຊົນລາວ ຍາດ ມາໄດ້ ຕະຫຼອດໄລຍະ 73 ປີຜ່ານ ມາກອງທັບປະຊາຊົນລາວກຳ ເນີດເກີດຂຶ້ນ ໃນທ່າມກາງປະ ເທດຊາດຖືກພວກລ່າເມືອງຂຶ້ນ ຝຣັ່ງເຂົ້າມາຮຸກຮານ ແລະ ຄອບ ຄອງປະເທດລາວເຮົາ, ໂດຍ ພາຍໃຕ້ການນຳພາຂອງພັກ ປະຊາຊົນລາວບັນດາເຜົ່າໄດ້ລຸກ ຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງ ເປັນຂະບວນຟົດຟື້ນໃນທົ່ວປະ ເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດຂອງກອງ ທັບເຮົາໃນປັດຈຸບັນ) ຢູ່ເຂດລາວ ຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງ ຫົວພັນ ໂດຍແມ່ນປະທານ ໄກ ສອນ ພົມວິຫານ ເປັນຜູ້ປະກາດ ສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ນັບແຕ່ກອງທັບໄດ້ຮັບການສ້າງ ຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດດ່ຽວ ໜຽວແໜ້ນ, ບໍ່ຍອມຈໍານົນ ກອງ ທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າສືບຕໍ່ດຳເນີນການ ຕໍ່ສູ້ຢ່າງອົງອາດກ້າຫານຍິ່ງຕີ ຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງ ເຕີບໃຫຍ່ເຂັ້ມແຂງຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງ ສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະ ສາດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ສືບ ຕໍ່ເສີມຂະຫຍາຍທາດແທ້ມູນ ເຊື້ອຂອງກອງທັບ, ປັບປຸງກໍ່ສ້າງ ກໍາລັງ, ອົບຮົບ-ຫັດແອບ, ປັບ ປຸງລະບຽບແບບແຜນ ເຮັດໃຫ້ ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ພະ ນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຕື່ມກ່ຽວກັບມູນເຊື້ອດັ່ງກ່າວ ພ້ອມທັງນຳໄປຈັດຕັ້ງ ປະຕິບັດເຂົ້າໃນວຽກງານຕົວ ຈິງ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ