ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ສູນອົງຄະທຽມ-ຟື້ນຟູສະມັດຕະພາບ 686
ເວລາອອກຂ່າວ: 2022-01-20 08:37:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 523 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022 ນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັກສາ ການຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ແລະ ອວຍ ພອນພະນັກງານ-ນັກຮົບສູນ ອົງຄະທຽມ-ຟື້ນຟູສະມັດຕະພາບ686 ເນື່ອງໃນ ໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ. ການລົງຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໃຍ ແລະ ຄວາມຮູ້ບຸນຄຸນຂອງການນຳ ກະຊວງປ້ອງກັນປະເທດ ທີ່ມີ ຕໍ່ບັນດາສະຫາຍພະນັກງານປະ ຕິວັດອາວຸໂສ-ບຳນານ, ທີ່ໄດ້ ປະກອບສ່ວນສະຕິປັນຍາ, ເລືອດ ເນື້ອເຫື່ອແຮງຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ມອບວັດ ຖຸປັດໄຈ ແລະ ກະຕ່າດອກໄມ້ ໃຫ້ ສູນອົງຄະທຽມ-ຟື້ນຟູສະມັດຕະ ພາບ 686 ເພື່ອອວຍພອນ ແລະ ວັດຖຸປັດໄຈ ເພື່ອນໍາໄປໝູນໃຊ້ ເຂົ້າໃນການພັດທະນາສູນ ແລະ ອົງການຂອງຕົນໃຫ້ເຂັ້ມແຂງ, ໜັກແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ