ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີ 2022 ສປປ ລາວຕັ້ງເປົ້າໃຫ້ເສດຖະກິດເຕີບໂຕ 4,5% ແລະ ມູນຄ່າສົ່ງອອກໃຫ້ຫຼາຍກວ່ານໍາເຂົ້າບັນລຸ 1.55 ຕື້ໂດລາ ສະຫະລັດ
ເວລາອອກຂ່າວ: 2022-01-19 09:09:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ປີ 2022 ຍັງເປັນປີທີ່ ສປປ ລາວ ຈະໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ໃນການພັດທະນາ ປະເທດຫຼາຍສົມຄວນ. ແຕ່ແນວ ໃດກໍຕາມ, ລັດຖະບານໄດ້ຕັ້ງ ເປົ້າໝາຍສູ້ຊົນຈະເຮັດໃຫ້ເສດ ຖະກິດຂອງປະເທດຂະຫຍາຍ ຕົວໃນລະດັບ 4,5% ຂອງຈີດີ ພີ. ຂະນະທີ່ມູນຄ່າສົ່ງອອກສີນ ຄ້າຕ້ອງໃຫ້ຫຼາຍກວ່າມູນຄ່ານໍາ ເຂົ້າປະມານ 1.55 ຕື້ໂດລາ ສະຫະລັດ, ສ່ວນການເກັບ ລາຍຮັບຕ້ອງໃຫ້ໄດ້ 31.593 ຕື້ກີບ ຕາມມະຕິສະພາແຫ່ງ ຊາດຮັບຮອງ. ຕົວເລກເປົ້າໝາຍ ທາງດ້ານເສດຖະກິດນີ້, ໄດ້ກໍາ ນົດໃນທິດທາງແຜນການເຄື່ອນ ໄຫວວຽກງານຂອງລັດຖະບານ ໃນປີ 2022 ແລະ ເພື່ອໃຫ້ສາ ມາດຈັດຕັ້ງປະຕິບັດບັນດາ ຄາດໝາຍບັນລຸຕາມແຜນການ ວາງໄວ້, ລັດຖະບານຈະສຸມໃສ່ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນໃຫ້ມີອັນປ່ຽນແປງໃໝ່ຢ່າງ ແຂງແຮງ ແລະ ໄດ້ຮັບຜົນດີ ກວ່າເກົ່າ, ສຶບຕໍ່ປັບປຸງແກ້ໄຂ ບັນຫາສິ່ງກີດຂວາງຕ່າງໆໃຫ້ ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ມີປະສິດທິຜົນ ສູງຂຶ້ນ. ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດບັນດາໂຄງ ການແຮ່ທາດ (ຮູບແບບທົດ ລອງ) ທີ່ລັດຖະບານໄດ້ອະນຸ ຍາດແລ້ວນັ້ນໃຫ້ມີຄວາມຄືບ ໜ້າຕາມສັນຍາຢ່າງມີປະສິດທິ ຜົນ. ສືບຕໍ່ສ້າງຄວາມເຂັ້ມແຂງ ທາງດ້ານການເງິນ ຕິດພັນກັບ ການປະຕິບັດມາດຕະການ, ສົ່ງ ເສີມການຜະລິດ ແລະ ການສົ່ງ ອອກສີນຄ້າ. ສືບຕໍ່ແກ້ໄຂຜົນກະ ທົບທາງດ້ານເສດຖະກິດຈາກ ການລະບາດຂອງພະຍາດ ໂຄ ວິດ-19. ສຸມໃສ່ປັບປຸງລະບົບ ການຈັດເກັບລາຍຮັບພາສີ-ອາ ກອນ, ຄ່າທໍານຽມຕ່າງໆ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດ ທິຜົນສູງຂຶ້ນ, ໂດຍຂະຫຍາຍ ການນໍາໃຊ້ລະບົບທັນສະໄໝໃຫ້ ຫຼາຍຂຶ້ນ. ຄົ້ນຄວ້າສ້າງຖານລາຍ ຮັບໃໝ່ໃຫ້ຫຼາຍຂຶ້ນດ້ວຍການຊຸກ ຍູ້ສົ່ງເສີມໃຫ້ມີການລົງທຶນລາຍ ໃຫຍ່ຂອງພາກເອກະຊົນຫຼາຍ ຂຶ້ນ. ສູ້ຊົນເກັບລາຍຮັບໃຫ້ຄົບ ຖ້ວນ, ທັງຮັດແຄບຊ່ອງຫວ່າງ ການຮົ່ວໄຫຼຂອງລາຍຮັບ. ສືບຕໍ່ ປະຕິຮູບບັນດາລັດວິສາຫະກິດ ທີ່ໄດ້ຮັບຮອງຈາກສະພາແຫ່ງ ຊາດໃຫ້ບັນລຸ ເພື່ອໃຫ້ຫົວໜ່ວຍ ລັດວິສາຫະກິດທີ່ຮັບການປະຕິ ຮູບໃຫ້ມີຄວາມເຂັ້ມແຂງ, ສາ ມາດກຸ້ມຕົນເອງ ແລະ ສ້າງ ລາຍຮັບໃຫ້ແກ່ປະເທດຕາມ ແຜນທີ່ກໍານົດໄວ້. ເອົາໃຈໃສ່ປັບ ປຸງລະບົບທະນາຄານ ແລະ ຄຸ້ມ ຄອງບັນດາຮ້ານແລກປ່ຽນເງິນ ຕາໃຫ້ເຂົ້າສູ່ລະບົບຢ່າງເຂັ້ມ ງວດ ເພື່ອແກ້ໄຂສ່ວນຕ່າງອັດ ຕາແລກປ່ຽນໃຫ້ສົມເຫດສົມ ຜົນ, ຮັກສາສະຖຽນລະພາບ ທາງດ້ານເງິນຕາໃຫ້ມີຄວາມ ໝັ້ນຄົງ ແລະ ເໜັງຕິງໃນລະ ດັບທີ່ກໍານົດໄວ້, ເອົາໃຈໃສ່ຄຸ້ມ ຄອງການເຄື່ອນໄຫວຂອງທະ ນາຄານທຸລະກິດ ແລະ ເພີ່ມ ທະວີການຕິດຕາມກວດກາບັນ ດາສະຖາບັນການເງິນໃຫ້ເຄື່ອນ ໄຫວຖືກຕ້ອງຕາມລະບຽບກົດ ໝາຍ. ສືບຕໍ່ຍູ້ແຮງການຜະລິດ, ການປຸງແຕ່ງ, ການບໍລິການ, ການນໍາເຂົ້າ-ສົ່ງອອກສີນຄ້າ ປະເພດຕ່າງໆ ໂດຍປັບປຸງແຜນ ການ, ແຜນງານ, ໂຄງການຕົວ ຈິງໃຫ້ເປັນລະບົບ, ການເຂົ້າເຖິງ ແຫຼ່ງທຶນ, ເຕັກໂນໂລຊີ ແລະ ການຕະຫຼາດ, ທັງເອົາໃຈໃສ່ຊຸກ ຍູ້ສົ່ງເສີມການພັດທະນາຊົນນະ ບົດ ໃຫ້ບັນລຸຕາມຄາດໝາຍກໍາ ນົດໄວ້, ໂດຍການມີສ່ວນຮ່ວມ ຂອງທຸກພາກເສດຖະກິດ ແລະ ການຍົກສູງຄວາມເປັນເຈົ້າການ ຂອງປະຊາຊົນເອງ. ນອກນີ້, ກໍ ຈະສືບຕໍ່ເອົາໃຈໃສ່ຄຸ້ມຄອງລາ ຄາສີນຄ້າອຸປະໂພກ ແລະ ບໍລິ ໂພກ, ການນໍາເຂົ້າ-ສົ່ງອອກສິນ ຄ້າໃຫ້ຖືກຕ້ອງຕາມລະບຽບກົດ ໝາຍຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ