ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 605 ປະກາດການຈັດຕັ້ງ ແລະ ບົ່ງຕົວແຕ່ງຕັ້ງ ເພີ່ມເຕີມຄະນະພັກຮາກຖານ, ຄະນະໜ່ວຍພັກ
ເວລາອອກຂ່າວ: 2022-01-19 09:07:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1014 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2022 ນີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງ ປະກາດການຈັດຕັ້ງ ແລະ ປະກາດ ການບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະ ນະພັກຮາກຖານ ແລະ ຄະນະ ໜ່ວຍພັກ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ເລຂາຄະນະພັກ ຫົວ ໜ້າການເມືອງ ກອງພັນໃຫຍ່ 605, ມີຄະ ນະພັກ-ຄະນະບັນຊາ ກົມກອງຮາກຖານ ເຂົ້າຮ່ວມ. ສະຫາຍ ພັນຕີ ທອງສອນ ທໍາມະວົງ ຊ່ວຍວຽກຂະແໜງພະ ນັກງານ ກອງພັນໃຫຍ່ 605 ໄດ້ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍ ການ ແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດກ່ຽວກັບການປັບປຸງ ບູລະນະກົງຈັກການຈັດຕັ້ງນຳ ພາ-ບັນຊາໃນກຳລັງປະກອບອາ ວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບ ດ້ານເພື່ອເຮັດສຳເລັດໜ້າທີ່ການ ເມືອງ. ໃນນີ້, ຕົກລົງແຕ່ງຕັ້ງ ສະ ຫາຍ ພັນໂທ ບຸນມາ ບຸນຍາສິງ ເປັນຫົວໜ້າການເມືອງກອງພັນ ທີ 2, ສະຫາຍ ພັນຕີ ຊຽງວິ ໄລ ແກ້ວບຸດດາ ເປັນຮອງຫົວໜ້າ ການເມືອງ ກອງພັນທີ 2, ສະ ຫາຍ ພັນຕີ ວິລະທອນ ຊຽງໂພ ສີ ເປັນຫົວໜ້າຂະແໜງວິທະ ຍາສາດ-ປະຫວັດ ສາດການທະ ຫານ, ສະຫາຍ ພັນຕີ ສະໝານ ຂົດສະຂັນ ເປັນຫົວໜ້າຂະແໜງ ເຄມີສາດ, ສະຫາຍ ຮ້ອຍເອກ ພູຂົງ ອິນທະວົງ ເປັນຫົວໜ້າຂະ ແໜງສື່ສານ, ສະຫາຍ ຮ້ອຍ ເອກ ຂັນຄຳ ລາດຊະວົງ ເປັນຫົວ ໜ້າການເມືອງ ກອງຮ້ອຍ 3 ກອງພັນທີ 2, ສະຫາຍ ຮ້ອຍເອກ ຄຳແພງ ສີສຸພາ ເປັນຫົວໜ້າ ການເມືອງກອງຮ້ອຍ1 ກອງພັນ ທີ 1, ສະຫາຍ ຮ້ອຍເອກ ລິນ ທອນ ດວງວົງສາ ເປັນຮອງຫົວ ໜ້າການ ເມືອງກອງຮ້ອຍວັດ ແທກ, ສະຫາຍ ຮ້ອຍໂທ ສາຍ ພອນ ສຸກວິຄໍາ ເປັນຮອງຫົວໜ້າ ການທະຫານກອງຮ້ອຍສື່ສານ ປ່ຽນແທນ ສະຫາຍ ຮ້ອຍເອກ ຄອນປະເສີດ ໄຊຍະສິງ ທີ່ຍົກ ຍ້າຍໄປຮັບໜ້າທີ່ໃໝ່. ພ້ອມນີ້ ກໍໄດ້ບົ່ງຕົວແຕ່ງຕັ້ງປ່ຽນແທນ ຄະນະສະພາວິທະຍາສາດ-ປະ ຫວັດສາດການທະຫານຂັ້ນຮາກ ຖານ ກອງພັນໃຫຍ່ 605 ໃນນັ້ນ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນ ໂທ ວົງເດືອນ ແກ້ວມະນີ ຮອງຫົວ ໜ້າພະແນກເສນາທິການເປັນ ຄະນະສະພາວິທະຍາສາດ- ປະ ຫວັດສາດການທະຫານ, ສະຫາຍ ພັນໂທ ບຸນທົງ ກັນຍາວົງ ຫົວ ໜ້າພະແນກເຕັກນິກ ເປັນຄະນະ ສະພາວິທະຍາສາດ-ປະຫວັດ ສາດການທະຫານ ກອງພັນໃຫຍ່ 605. ພ້ອມນັ້ນ, ຍັງໄດ້ບົ່ງຕົວ ແຕ່ງຕັ້ງເພີ່ມເຕີມຄະນະພັກຮາກ ຖານ ແລະ ຄະນະໜ່ວຍພັກ ອີງ ຕາມກົດລະບຽບຂອງພັກປະຊາ ຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາ 13 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດເປັນກຳມະ ການຄະນະພັກ. ໃນນີ້, ໄດ້ບົ່ງຕົວ ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ຄຳ ຂຽນ ພົນລັດສີ ເປັນກຳມະການ ປ້ອງກັນ-ກວດກາ ຄະນະພັກຮາກ ຖານພະແນກບໍລິຫານ-ສັງລວມ, ສະຫາຍ ພັນໂທ ບຸນມາ ບຸນຍາສິງ ເປັນເລຂາຄະນະພັກຮາກຖານ ກອງພັນທີ 2, ສະຫາຍ ພັນຕີ ຊຽງວິໄລ ແກ້ວບຸດດາ ເປັນກຳມະການໂຄສະນາຄະນະພັກຮາກຖານກອງພັນທີ 2 ແລະ ແຕ່ງຕັ້ງ ຄະນະໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານຂອງຄະນະພັກກອງ ພັນໃຫຍ່ 605 ອີກດ້ວຍ. ໂດຍ: ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ