ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານເມືອງປາກແຊງ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2021
ເວລາອອກຂ່າວ: 2022-01-19 09:06:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 851 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານຮອບດ້ານ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງກອງບັນຊາການ ທະຫານເມືອງປາກແຊງ ແຂວງ ຫຼວງພະບາງ ໄດ້ຈັດຂຶ້ນໃນທ້າຍ ປີ 2021 ຜ່ານມາ, ໂດຍການເປັນ ປະທານຂອງ ທ່ານ ອານຸສັກ ພອນສະຫວັນ ຮອງເຈົ້າເມືອງ ປາກແຊງ, ມີ ສະຫາຍ ພັນໂທ ຄໍາຫຼ້າ ໄຊຍະພອນ ຫົວໜ້າການ ເມືອງ ກອງບັນຊາການທະຫານ ເມືອງປາກແຊງ, ມີຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ໃນກົມກອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ໂທ ຄໍາຫຼ້າ ໄຊຍະພອນ ໄດ້ຍົກ ໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນ ເດັ່ນ. ໂດຍສະເພາະແມ່ນວຽກ ງານສຶກສາອົບຮົມການເມືອງ ນໍາພາ-ແນວຄິດໃຫ້ພະນັກງານ ສະມາຊິກພັກ-ນັກຮົບດ້ວຍການ ນໍາເອົາບັນດາມະຕິ ແນວທາງ ແຜນນະໂຍບາຍ ຂໍ້ກໍານົດ ກົດລະ ຂອງພັກ,ບຽບຂອງກອງທັບ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເພື່ອ ໃຫ້ພະນັກງານ-ນັກຮົບຢູ່ໃນ ກົມກອງໄດ້ມີຄວາມຮັບຮູ້ ແລະ ເຊື່ອມຊຶມເຂົ້າໃຈແຈ້ງຢ່າງເລິກ ເຊິ່ງຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ-ລັດ ຈັດຕັ້ງກໍາລັງຫັນ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ທິດນໍາ 3 ສ້າງຄືສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານເປັນ ຫົວໜ່ວຍພັດທະນາຢູ່ຮາກຖານ ບ້ານເພື່ອໃຫ້ມີຄວາມເຂັ້ມແຂງວຽກງານອົບຮົມ-ຫັດແອບໄດ້ ຈັດຕັ້ງອົບຮົມ-ຫັດແອບການ ເມືອງ-ການທະຫານ ພະລາທິ ການ-ເຕັກນິກ ມີຄວາມຊໍານິ, ຊໍານານໃນການນໍາໃຊ້ອາວຸດຍຸດ ໂທປະກອນຮັບປະກັນເຮັດສໍາ ເລັດໜ້າທີ່ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນການປົກປ້ອງເຂດ ນໍ້າແດນດິນ ແລະ ຮັບປະກັນ ເຮັດໃຫ້ຂອບເຂດກົມກອງຮັບ ຜິດຊອບມີຄວາມສະຫງົບໂດຍ ພື້ນຖານ. ນອກຈາກ ນີ້ກົມກອງ ຍັງໄດ້ເອົາໃຈໃສ່ວຽກງານສ້າງ ພະລາທິການກັບທີ່ດ້ວຍການ ປູກຝັງ-ລ້ຽງສັດເພື່ອ ຮັບປະກັນ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບ. ພ້ອມນັ້ນ, ຍັງໄດ້ປະ ກາດການເລື່ອນຊັ້ນຮ້ອຍໂທຂຶ້ນ ຮ້ອຍເອກ 1 ສະຫາຍ, ເລື່ອນວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ ແລະ ມອບ ໃບຍ້ອງຍໍຂອງທ່ານເຈົ້າເມືອງ ປາກແຊງ ໃຫ້ຊາວໜຸ່ມຜູ້ທີ່ມີຜົນ ງານດີເດັ່ນຈໍານວນ 42 ສະຫາຍ ຢ່າງສົມກຽດ ໂດຍ: ແກ້ວອໍາພອນ ຄໍາເມືອງຄູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ