ຄະນະນຳກະຊວງປ້ອງກັນປະເທດ ເຂົ້າອວຍພອນຮອງປະທານປະເທດ
ເວລາອອກຂ່າວ: 2022-01-19 08:53:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ:
ວັນທີ 18 ມັງກອນ 2022
ນີ້, ຄະນະນຳກະຊວງປ້ອງກັນປະ ເທດນຳໂດຍ ສະຫາຍ ພົນຕີ ວົງ ຄໍາ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ພ້ອມ
ດ້ວຍຄະນະ ຕາງໜ້າພະນັກງານ- ນັກຮົບໃນຖັນແຖວກອງທັບປະ ຊາຊົນລາວໄດ້ນຳເອົາກະຕ່າ ດອກ ໄມ້ເຂົ້າອວຍພອນ ສະຫາຍ
ບຸນທອງ ຈິດມະນີ ຮອງປະທານ ປະເທດແຫ່ງ ສປປ ລາວ, ຜູ້ປະຈໍາ
ການຄະນະເລຂາທິການສູນກາງ ພັກ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ (20 ມັງກອນ1949-
20 ມັງກອນ 2022).
ໃນໂອກາດນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ຕາງ ໜ້າຄະນະກ່າວຄໍາອວຍພອນສະຫາຍ ບຸນທອງ ຈິດມະນີ ໃຫ້ ມີພາລະນາໄມສົມບູນ ສືບຕໍ່ຊີ້ນໍາ-ນໍາ ພາກອງທັບປະຊາຊົນລາວໃຫ້ ເຕີບໃຫຍ່ເຂັ້ມແຂງ, ພ້ອມນີ້ ສະ ຫາຍຍັງໄດ້ລາຍງານຫຍໍ້ກ່ຽວ ກັບຜົນງານຂອງກະຊວງປ້ອງ ກັນປະເທດໃນການປະຕິບັດໜ້າ ທີ່ໃນປີ 2021 ຜ່ານມາ ໂດຍອີງ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນການປັບ ປຸງພື້ນຖານໂຄງລ່າງໃນຖັນແຖວ ກອງທັບ, ການປັບປຸງກໍາລັງໃຫ້ ມີ ຄວາມເຂັ້ມແຂງຢູ່ໃນທ່າກຽມ ພ້ອມດ້ວຍການຈັດຕັ້ງຫັດແອບ ວຽກງານການທະຫານປະຈໍາປີ ຢ່າງເປັນປົກກະຕິ, ການກໍ່ສ້າງ ຄ້າຍຄູຂັ້ນກອງພັນ ແລະ ສ້າງ ວຽກງານພະລາກັບທີ່ ຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນ ເອງດ້ວຍການປຸກລະດົມກົມ ກອງປູກຝັງ-ລ້ຽງສັດ ເພື່ອຮັບປະກັນໃຫ້ແກ່ການກິນຢູ່ຂອງພະ ນັກງານ-ນັກຮົບໃນຖັນແຖວ ກອງທັບໃຫ້ມີຊີວິດການເປັນຢູ່ ນັບມື້ດີຂຶ້ນ.
ພ້ອມດຽວກັນ ສະຫາຍ ບຸນ ທອນ ຈິດມະນີ ຍັງໄດ້ສະແດງ ຄວາມຄອບໃຈຕໍ່ຄະນະນໍາກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ ຜົນງານອັນໃຫຍ່ຫຼວງທີ່ກະຊວງ ປ້ອງກັນປະເທດຍາດມາໄດ້ເປັນ ຕົ້ນແມ່ນການປາບປາມຂະບວນ ການຄ້າຂາຍເຖື່ອນ, ຢາເສບຕິດ,
ອິດທິປໍລະປັກຄຽງຄູ່ກັບການປັບ
ປຸງກໍ່ສ້າງກໍາລັງໃຫ້ມີຄວາມ ສະຫງົບ ແລະ ເຕີບໃຫຍ່ເຂັ້ມແຂງ ເປັນກ້າວໆມາ. ພ້ອມທັງ ເນັ້ນໜັກ ໃຫ້ເອົາໃຈໃສ່ 4 ບັນຫາຕົ້ນຕໍຄື: ໃຫ້ສືບຕໍ່ພົວພັນກັບເພື່ອນມິດ ຢຸດທະສາດ ພ້ອມທັງກໍາແໜ້ນ ນະໂຍບາຍການຕ່າງປະເທດ ໃຫ້ ເລິກເຊິ່ງ, ເສີມຂະຫຍາຍກອງທັບ ໃຫ້ມີແບບແຜນທີ່ທັນສະໄໝ, ຮັດ
ກຸມ ແລະ ໜັກແໜ້ນ ໃຫ້ສົມກັບ ເປັນກໍາລັງຫຼັກແຫຼ່ງ, ເປັນແຂວນ
ຂວາຂອງພັກ, ສືບຕໍ່ປັບປຸງກອງ
ກໍາລັງນັບແຕ່ຂັ້ນທ້ອງຖິ່ນ ແລະ ເຄິ່ງກໍາລັງປະກອບອາ ວຸດໃຫ້ ເຂັ້ມແຂງ ພ້ອມຈັດຕັ້ງອົບຮົມ-ຫັດແອບກໍາລັງໃຫ້ມີຄວາມຮັບ ປະກັນສາມາດຕອບໂຕ້ກັບທຸກກໍ ລະນີທີ່ອາດຈະເກີດຂຶ້ນຕໍ່ຄວາມ ໝັ້ນຄົງຂອງຊາດ ແລະ ການບົວ
ລະບັດຮັກສາພາຫະນະອາວຸດຍຸດ
ໂທປະກອນໃຫ້ມີຄວາມພ້ອມ ຢູ່ສະເໝີ. ທ້າຍນີ້ ສະຫາຍ ຮອງ ປະທານປະເທດຍັງໄດ້ອວຍພອນ
ໃຫ້ຄະນະນໍາກະຊວງປ້ອງກັນ ປະເທດຕະຫຼອດຮອດພະນັກ ງານ-ນັກຮົບທົ່ວກອງທັບປະຊາ ຊົນລາວຈົ່ງຈະປະສົບແຕ່ຜົນສໍາ ເລັດໃນທຸກໜ້າທີ່ວຽກງານ.
ໂດຍ: ສາຍເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ