ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-19 08:51:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2022 ນີ້, ຢູ່ທີ່ເມືອງນາກາຍ ແຂວງ ຄໍາມ່ວນ ໄດ້ຈັດຕັ້ງປາຖະກະ ຖາວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ(20 ມັງກອນ 1949-20 ມັງກອນ 2022) ຂຶ້ນ. ໂດຍການເປັນປະ ທານ ແລະ ປາຖະກະຖາຂອງ ສະ ຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີສະຫາຍ ພັນໂທ ໂປຣ ຄູນົບ ອາເລັກຊານເດີ ຫົວໜ້າ ເກັບກູ້ລະເບີດສູນກູ້ມິນສາກົນກໍາ ລັງປະກອບອາວຸດ ແຫ່ງ ກອງທັບ ສະຫະພັນຣັດເຊຍ, ມີຄະນະຊີ້ນໍາ ພາກສະໜາມ, ຜູ້ຕາງໜ້າກອງບັນ ຊາການທະຫານເມືອງ, ອົງການ ປົກຄອງເມືອງນາກາຍ ແລະ ພະ ນັກງານວິຊາການເກັບກູ້ລະເບີດ ບໍ່ທັນແຕກ ລາວ-ຣັດເຊຍ ເຂົ້າ ຮ່ວມ. ເຊິ່ງກ່ອນອື່ນ ສະຫາຍໄດ້ ທົບທວນຫວນຄືນປະຫວັດມູນ ເຊື້ອແຫ່ງການກໍາເນີດເຕີບໃຫຍ່ ຂະຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາ ຊົນລາວຍາດມາໄດ້ຕະຫຼອດໄລ ຍະ 73 ປີຜ່ານມາ, ກອງທັບປະ ຊາຊົນລາວໄດ້ກຳເນີດຂຶ້ນ ໃນ ທ່າມກາງປະເທດຊາດຖືກພວກ ລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກ ຮານ ແລະ ຄອບຄອງ ໂດຍພາຍ ໃຕ້ການນຳພາຂອງພັກປະຊາ ຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນ ຕໍ່ສູ້ຕ້ານການຮຸກຮານຢ່າງເປັນ ຂະບວນຟົດຟື້ນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບ ການປະກາດສ້າງຕັ້ງຂຶ້ນ (ເຊິ່ງ ເປັນຕົ້ນກຳເນີດຂອງກອງທັບປະ ຊາຊົນລາວເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງ ຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນ ຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນ ຊາໂດຍກົງ ນັບແຕ່ກອງທັບໄດ້ ຮັບການສ້າງຕັ້ງຂື້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກ ກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະ ສົງຄາມ ແລະ ກຳລັງພົນທີ່ເໜືອ ກວ່າ, ແຕ່ເພື່ອປົກປັກຮັກສາປະ ເທດຊາດ ດ້ວຍນ້ຳໃຈຮັກຊາດ ອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ ບໍ່ຍອມຈໍານົນກອງທັບໄດ້ຮ່ວມ ກັບປະຊາຊົນລາວບັນດາເຜົ່າສືບ ຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດ ກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະ ບອບໃໝ່ສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975. ພາຍ ຫຼັງປະເທດຊາດໄດ້ຮັບການປົດ ປ່ອຍແລ້ວ ກອງທັບ ກໍໄດ້ປະຕິ ບັດສອງໜ້າທີ່ຍຸດທະສາດໄປ ພ້ອມໆກັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນ ເຊື້ອຂອງກອງທັບ, ປັບປຸງກໍ່ສ້າງ ກໍາລັງ, ອົບຮົບ-ຫັດແອບ, ປັບປຸງ ລະບຽບແບບແຜນວິທີເຮັດໃຫ້ ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ. ທັງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານຮຸ່ນສືບທອດ ໄດ້ຮັບ ຮູ້,ເຂົ້າໃຈ, ກໍາໄດ້ປະຫວັດສາດ ແຫ່ງການກໍາເນີດ, ສູ້ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 73 ປີຜ່ານມາ. ໃນວັນດຽວກັນນັ້ນ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍ ໄດ້ເຂົ້າຮ່ວມຊ່ອງແສງ ຮັບຟັງ ການລາຍງານວຽກກວດກູ້ລະ ເບີດບໍ່ທັນແຕກຈາກຄະນະຮັບ ຜິດຊ້ອມພາກສະໜາມຝ່າຍລາວ ແລະ ຣັດເຊຍ ໃນໄລຍະຜ່ານມາ, ເຊິ່ງມາຮອດປັດຈຸບັນການກວດ ກູ້ລະເບີດບໍ່ທັນແຕກຢູ່ເມືອງນາ ກາຍ ແຂວງຄໍາມ່ວນ ແມ່ນສາ ມາດກວດໄດ້ລວມເນື້ອທີ່ 11 ເຮັກຕາ ແລະ ຈະໄດ້ສືບຕໍ່ກວດ ກູ້ເນື້ອທີ່ ທີ່ຍັງເຫຼືອເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃຫ້ສຳ ເລັດຜົນເປັນຢ່າງດີ. ພ້ອມນັ້ນ ເນື່ອງໃນໂອກາດວັນສ້າງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ, ສະຫາຍ ປະທານ ກໍໄດ້ມອບ ເຄື່ອງນຸ່ງຈໍານວນ 100 ຜືນໃຫ້ກອງບັນຊາການທະຫານເມືອງນາກາຍຕື່ມອີກ. ໂດຍ: ນາງ ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ