ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການດຳເນີນວຽກງານຕ້ານເອດ ພົບຄວາມຫຍຸ້ງຍາກ ຍ້ອນພະຍາດ ໂຄວິດ
ເວລາອອກຂ່າວ: 2022-01-18 09:00:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



v ສູນຕ້ານເອດ ແລະ ພະຍາດ ຕິດຕໍ່ທາງເພດສໍາພັນ (ພຕພ) ໄດ້ຈັດກອງປະຊຸມສະຫຼຸບລາຍ ງານການຈັດຕັ້ງປະຕິບັດວຽກ ງານສະກັດກັ້ນ ແລະ ຕ້ານເຊື້ອ HIV/Aids ແລະ ພະຍາດຕິດຕໍ່ ທາງເພດສໍາພັນປະຈໍາປີ 2021 ຂຶ້ນໃນວັນທີ 12 ມັງກອນ 2022 ທີ່ທ່າລາດ ແຂວງວຽງຈັນ, ໂດຍ ການເປັນປະທານຂອງ ທ່ານ ພູທອນ ສຸດທະລັກ ຫົວໜ້າສູນ ຕ້ານເອດສ໌ ແລະ ພຕພ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທ່ານ ດຣ ພູທອນ ສຸດທະລັກ ໄດ້ກ່າວ ວ່າ: 1 ປີ ທີ່ຜ່ານມາ ເປັນ ໄລຍະທີ່ມີຄວາມຫຍຸ້ງຍາກ ເນື່ອງ ຈາກການລະບາດຂອງພະຍາດ ໂຄວິດ-19 ໄດ້ສ້າງຜົນກະທົບ ຕໍ່ການເດີນທາງສັນຈອນໄປ ມາລະຫວ່າງແຂວງຕໍ່ແຂວງ ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຕ້ານເອດ ປະເຊີນ ກັບຄວາມຫຍຸ້ງຍາກແຕ່ການ ຈັດຕັ້ງປະຕິບັດທຸກວຽກງານ ຕ້ອງໄດ້ສູ້ຊົນ ເພື່ອບັນລຸໃຫ້ໄດ້ ເປົ້າໝາຍແບບເລັ່ງລັ ຂອງອົງ ການສະຫະປະຊາຊາດ ຕ້ານ ເອດ ຄື: ພາຍໃນປີ 2025 ຕ້ອງບັນລຸໃຫ້ໄດ້ 95-95-95 ແລະ ຢຸດຕິການແຜ່ລະບາດ ຂອງເຊື້ອ HIV ແລະ ບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ ໃຫ້ໄດ້ໃນປີ 2030 ສໍາລັບເປົ້າ ໝາຍ 95-95-95 ໝາຍຄວາມ ວ່າ: 95% ຂອງຜູ້ຕິດເຊື້ອ HIV ຈະຕ້ອງຮູ້ສະພາບການ ຕິດເຊື້ອ HIV ຂອງຕົນ, 95% ຂອງຜູ້ຕິດເຊື້ອ HIV ທີ່ຮູ້ສະພາບ ການຕິດເຊື້ອຂອງຕົນຈະຕ້ອງ ໄດ້ຮັບການປິ່ນປົວດ້ວຍຢາຕ້ານຕໍ່ເຊື້ອ HIV ແລະ 95% ຂອງຜູ້ ທີ່ໄດ້ຮັບການປິ່ນປົວດ້ວຍຢາ ຕ້ານຕໍ່ເຊື້ອ HIV ສາມາດກົດເຊື້ອ HIV ໃນເລືອດລົງໃນລະດັບຕໍ່າ (ປິ່ນປົວດີ) ແລະ ຢຸດຕິການ ແຜ່ລະບາດຂອງເຊື້ອ HIV ໃນປີ 2030.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ