ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການໄອຍະການປະຊາຊົນສູງສຸດ ເຂົ້າອວຍພອນອົງການໄອຍະການທະຫານຂັ້ນສູງ
ເວລາອອກຂ່າວ: 2022-01-18 08:58:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 957 | ຄວາມນິຍົມ:



ວັນທີ 17 ມັງກອນ 2022 ນີ້, ອົງການໄອຍະການປະຊາຊົນ ສູງສຸດ ນຳໂດຍ ສະຫາຍ ພຸດທະ ວົງ ບົວລະພາ ຫົວໜ້າຫ້ອງການ ໄອຍະການປະຊາຊົນສູງສຸດ ພ້ອມ ຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ຄອມພິວເຕີຕັ້ງໂຕະ ຈຳນວນ 3 ຊຸດ ເຂົ້າອວຍອວຍພອນອົງ ການໄອຍະການທະຫານຂັ້ນສູງ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ຫົວ ໜ້າອົງການໄອຍະການທະຫານ ຂັ້ນສູງ ພ້ອມຄະນະ. ໂອກາດນີ້, ສະຫາຍ ພຸດທະ ວົງ ບົວລະພາ ໄດ້ຕາງໜ້າໃຫ້ຄະ ນະນຳອົງການໄອຍະການປະຊາ ຊົນສູງສຸດ ນໍາເອົາຄໍາອວຍພອນ ອັນອົບອຸ່ນ ແລະ ໄມຕິຈິດມິດຕະ ພາບແກ່ສະຫາຍຫົວໜ້າອົງການ ໄອຍະການທະຫານຂັ້ນສູງພ້ອມ ດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມ ແຂງ, ເຮັດສຳເລັດໜ້າທີ່ອັນມີ ກຽດຂອງຕົນໃນໄລຍະໃໝ່. ພ້ອມນັ້ນ, ສະຫາຍ ພົນຈັດຕະ ວາ ສີໄຫວ ໄມພອນ ກໍໄດ້ກ່າວສະ ແດງຄວາມຂອບອົກຂອບໃຈຕໍ່ ຄະນະອົງການໄອຍະການປະຊາ ຊົນສູງສຸດ ທີ່ໄດ້ນໍາເອົາຄໍາອວຍ ພອນອັນອົບອຸ່ນ, ໄມຕີຈິດມິດຕະ ພາບມາອວຍພອນໃນຄັ້ງນີ້ ພ້ອມ ທັງອວຍພອນຄືນໃຫ້ຄະນະຈົ່ງມີ ສຸຂະພາບເຂັ້ມແຂງ, ເຮັດສໍາເລັດ ໃນ ໜ້າທີ່ວຽກງານ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໄມຕິຈິດມິດຕະພາບລະຫວ່າງສອງອົງການ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ