ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 644 ປະກາດການຈັດຕັ້ງ ແລະ ມອບເງິນອຸດໜູນໃຫ້ພະນັກງານບຳນານ
ເວລາອອກຂ່າວ: 2022-01-18 08:57:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 894 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງຂັ້ນ ຫົວໜ້າຂະແໜງ, ຊ່ວຍວຽກຂະ ແໜງການ, ອົງການກອງພັນ, ຫົວໜ້າໝວດ, ຮອງຫົວໜ້າໝວດ ແລະ ມອບເງິນອຸດໜູນໃຫ້ພະນັກ ງານບຳນານ ຂອງກອງພັນໃຫຍ່ 644 ໄດ້ຈັດຂຶ້ນໃນວັນທີ 12 ມັງ ກອນ 2022 ນີ້, ໂດຍການເປັນ ປະທານຂອງສະຫາຍ ພັນເອກ ຄຳສີ ພົມມະຈັນ ຫົວໜ້າການ ເມືອງກອງພັນໃຫຍ່ 644, ມີບັນ ດາຄະພັກພັກ-ຄະນະບັນຊາ, ພະ ນັກງານຫຼັກແຫຼ່ງຂັ້ນນຳພາ-ບັນ ຊາ ຈາກພະແນກການ, ກົມກອງ ອ້ອມຂ້າງ, ຕະຫຼອດບັນດາພະນັກ ງານບຳນານເຂົ້າຮ່ວມ. ສະຫາຍ ພັນໂທ ແກ້ວວຽງໄຊ ພໍເພັດພູໄທ ຮອງຫົວໜ້າພະແນກ ການເມືອງກອງພັນໃຫຍ່ 644 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຂະແໜງ ການເງິນກອງພັນໃຫຍ່ 644 ຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ( ສະ ບັບປັບປຸງ ) ໃນພາກທີ II ໝວດ ທີ 4 ມາດຕາ 26 ວ່າດ້ວຍ ການ ແຕ່ງຕັ້ງຍົກຍ້າຍນາຍທະຫານ ຕາມທິດທາງກ່ຽວກັບການປັບ ປຸງບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາໃນກໍາລັງປະກອບ ອາວຸດໃຫ້ເຂັ້ມແຂງຮອບດ້ານ ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ສຸບັນ ໄພວິສິດ ເປັນຫົວໜ້າຂະ ແໜງການເງິນ ກອງພັນໃຫຍ່ 644. ພ້ອມທັງຜ່ານຂໍ້ຕົກລົງ ຂອງກອງພັນໃຫຍ່ 644 ວ່າ ດ້ວຍ ການແຕ່ງຕັ້ງຫົວໜ້າຂະ ແໜງ, ຊ່ວຍວຽກຂະແໜງການ, ກອງພັນ, ກອງຮ້ອຍ, ຫົວໜ້າ ໝວດ-ຮອງຫົວໜ້າໝວດ, ຫົວ ໜ້າໝູ່-ຮອງຫົວໜ້າໝູ່ ອີກຈຳ ນວນໜຶ່ງຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ຕົວຈິງ ແລະ ຕາມການຕົກລົງເຫັນ ດີເປັນເອກະພາບຂອງຄະນະ ພັກ-ຄະນະບັນຊາ ກອງພັນໃຫຍ່ 644 ແລະ ໄດ້ມອບເງິນອຸດໜູນ ໃຫ້ບັນດາສະຫາຍທີ່ເຮັດສຳເລັດ ໜ້າທີ່ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຕາມອາ ຍຸການປະຕິວັດຂອງຕົນໂດຍໄດ້ ຮັບອຸດໜູນກ່ອນບຳນານມີ 15%, 10% ແລະ 5% ຈໍານວນ 9 ສະ ຫາຍ. ໂອກາດນີ້, ສະຫາຍ ພັນເອກ ຄຳສີ ພົມມະຈັນ ກໍໄດ້ສະແດງ ຄວາມຍ້ອງຍໍ-ຊົມເຊີຍຜົນງານ ທີ່ບັນດາສະຫາຍໄດ້ພ້ອມກັນ ເອົາໃຈໃສ່ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານເຮັດສຳເລັດ ໜ້າທີ່ ພ້ອມທັງໄດ້ຮຽກຮ້ອງ ແຕ່ລະສະຫາຍຈົ່ງພ້ອມກັນເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານໃຫ້ໄດ້ດີກວ່າເກົ່າ ໂດຍສະເພາະ ແມ່ນຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງ ເພີ່ມທະວີຄວາມເອົາໃຈໃສ່ຮັບ ຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ ໄດ້ຮັບການມອບໝາຍ . ໂດຍ: ສົມສັກ ແກ້ວດວງດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ