ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບ ມອບເຄື່ອງ ບໍລິໂພກ ໃຫ້ຄະນະຊີ້ນໍາບັ້ນຊ້ອມຮົບ
ເວລາອອກຂ່າວ: 2022-01-18 08:45:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 594 | ຄວາມນິຍົມ:



ເພື່ອເປັນການປຸກລະດົມ ແລະ ຊຸກຍູ້ກໍາລັງໃຈພະນັກງານ-ນັກ ຮົບ ທີ່ເຂົ້າຮ່ວມບັ້ນຊ້ອມຮົບສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບ ປະຊາຊົນລາວ ຄົບຮອບ 73 ປີ ໃຫ້ບັນລຸຕາມແຜນການທີ່ວາງ ໄວ້ນັ້ນ, ໃນວັນທີ 14 ມັງກອນ ນີ້, ສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ ຫົວໜ້າຫ້ອງການ ເມືອງກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຜູ້ຕາງໜ້າອົງການຈັດ ຕັ້ງມະຫາຊົນ ກົມດັ່ງກ່າວນໍາເອົາ ເຄື່ອງບໍລິໂພກເຊິ່ງປະກອບ ມີ: ນໍ້າດື່ມຈຳນວນ 100 ແກັດ, ໝີ່ ກ່ອງສໍາເລັດຮູບ 10 ແກັດ ແລະ ເຄື່ອງດື່ມ 10 ແກັດ ມາມອບໃຫ້ ຄະນະຊີ້ນໍາບັ້ນ ຊ້ອມຮົບ ເພື່ອຝາກ ຕໍ່ໄປຍັງນາຍ ແລະ ພົນທະຫານ ທີ່ ກຳລັງເຮັດໜ້າທີ່ຢູ່ໃນບັ້ນຊ້ອມ ຮົບຍິງລູກປືນແທ້ເຮັດສໍາເລັດ ໜ້າທີ່ຂອງຕົນ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ພູມີ ດາລາເພັດ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ຮອງຫົວໜ້າຄະນະຊີ້ນໍາລວມ ບັ້ນຊ້ອມຮົບຍິງລູກປືນແທ້ຢູ່ພາກ ສະໜາມ ຕາງໜ້າຄະນະກ່າວຮັບ ເຄື່ອງດັ່ງກ່າວພ້ອມທັງຕີລາຄາ ສູງຕໍ່ການປະກອບສ່ວນຊຸກຍູ້ ຂອງກົມໃຫຍ່ເຕັກນິກກອງທັບໃນ ຄັ້ງນີ້ ແລະ ໃຫ້ການຢືນຢັນວ່າຈະ ນໍາເອົາເຄື່ອງດັ່ງກ່າວໄປແຈກ ຢາຍໃຫ້ພະນັກງານ-ນັກຮົບແຕ່ລະເຫຼົ່າຮົບໃຫ້ທົ່ວເຖິງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ