ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນໍາກະຊວງປ້ອງກັນປະເທດ ເຄື່ອນໄຫວ ຢ້ຽມຢາມໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2022-01-18 08:44:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 353 | ຄວາມນິຍົມ:



ໃນວັນທີ 17 ມັງກອນ ນີ້, ສະຫາຍ ພົນຕີ ວໍລະສານ ວິລັດ ດາວົງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ພົບ ປະໂອ້ລົມ ແລະ ອວຍພອນພະນັກ ງານ-ແພດໝໍໂຮງໝໍສູນກາງ103 ກອງທັບ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022 ). ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ດຣ ນາງ ມາລີວອນ ສຸລິ ຍະແສງ ຫົວໜ້າການເມືອງໂຮງ ໝໍສູນກາງ 103 ກອງທັບ. ສະຫາຍ ພັນເອກ ດຣ ນາງ ມາລີວອນ ສຸລິຍະແສງ ໄດ້ລາຍ ງານການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງໂຮງໝໍໃນໄລຍະ ຜ່ານມາ ເຊິ່ງຄະນະພັກ-ຄະນະອໍາ ນວຍການໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາພະນັກງານ-ແພດໝໍປະຕິ ບັດໜ້າທີ່ວຽກງານວິຊາສະເພາະ ຂອງຕົນຢ່າງຕັ້ງໜ້າ ເຖິງແມ່ນ ວ່າຈະໄດ້ຮັບຜົນສະທ້ອນຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19 ແຕ່ນັກຮົບເສື້ອຂາວ ພວກເຮົາກໍໄດ້ຍົກສູງນໍ້າໃຈແພດ ປະຕິວັດ, ບຸກບືນຜ່ານຜ່າທຸກອຸປະ ສັກນາໆປະການເຮັດສຳເລັດໜ້າ ທີ່ຂອງຕົນ. ສະແດງອອກໃນ 1 ປີ ຜ່ານມາສາມາດຮັບກວດພະຍາດ ທັງໝົດ 95.521 ກໍລະນີ, ກວດ ເປົ້າໝາຍນະໂຍບາຍ-ປະກັນສຸ ຂະພາບ 43.257 ກໍລະນີ, ກວດ ສຸກເສີນ 25.402 ກໍລະນີ, ຮັບຄົນ ເຈັບເຂົ້າປິ່ນປົວທັງໝົດ 23.752 ກໍລະນີ ໃນນີ້ລວມມີ ການຜ່າຕັດ ໃຫຍ່, ຜ່າຕັດກາງ, ຜ່າຕັດນ້ອຍ, ປະສູດລູກ, ຟອກເລືອດ, ສ່ອງກະ ເພາະ, ສ່ອງລຳໃສ້, ເອັມອາໄອ, ຊີທີ, ເອໂກ, ລັງສີ ແລະ ອື່ນໆ. ໂຮງໝໍສູນກາງ 103 ກອງ ທັບ ເປັນໂຮງໝໍໜຶ່ງໄດ້ຮັບການມອບ ໝາຍໜ້າທີ່ເປັນ 1 ໃນ 3 ໂຮງໝໍ ຂັ້ນສູນກາງ ທີ່ເຮັດໜ້າທີ່ຮັບປິ່ນ ປົວຄົນເຈັບທີ່ເປັນພະຍາດໂຄ ວິດ-19 ໃນລະດັບກາງ ແລະ ໜັກ ພ້ອມທັງສົ່ງພະນັກງານໄປປິ່ນ ປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ແຕ່ລະຈຸດໃນນະຄອນ ຫຼວງວຽງຈັນເຊັ່ນ: ໂຮງໝໍພາກ ສະໜາມຫຼັກ 27, ໂຮງໝໍພາກ ສະໜາມສີເກີດ, ໂຮງໝໍພາກສະ ໜາມດາວເຮືອງ, ໂຮງໝໍພາກ ສະໜາມມະຫາວິທະຍາໄລ ແຫ່ງ ຊາດ, ໂຮງແຮມຈະເລີນຮຸ່ງ, ໂຮງ ແຮມດາວຄຳ, ໂຮງແຮມລະອອງ ດາວ ແລະ ໂຮງງານ CKL. ນອກ ນີ້, ໂຮງໝໍຍັງເປັນທີ່ປຶກສາການ ປິ່ນປົວພະຍາດໂຄວິດ-19 ໃຫ້ ບັນດາກົມກອງໃນຂອບເຂດທົ່ວ ກອງທັບ. ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ມີຄໍາ ເຫັນໂອ້ລົມຊີ້ນໍາຫຼາຍບັນຫາທີ່ ສໍາຄັນ ແລະ ເໜັ້ນໜັກໃຫ້ຄະນະ ພັກ-ຄະນະອໍານວຍການ, ພະນັກ ງານ-ແພດໝໍ ຈົ່ງພ້ອມກັນສືບຕໍ່ ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບ ສ່ວນທາງດ້ານສະຕິປັນຍາ, ບົດ ຮຽນອັນປະເສີດເຂົ້າໃນການປະ ຕິບັດໜ້າທີ່ວິຊາສະເພາະຂອງ ຕົນ, ເຮັດໜ້າທີ່ບໍລິການປິ່ນປົວສຸຂະພາບແກ່ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນດ້ວຍຄວາມ ບໍລິສຸດໃຈ, ດ້ວຍຄວາມຮັກແພງ ປະຕິບັດຕາມຄໍາຂັວນ 5 ດີ 1 ພໍ ໃຈຂອງແພດໝໍ, ພ້ອມນີ້ພະນັກ ແພດໝໍແຕ່ລະສະຫາຍຕ້ອງເອົາ ໃຈໃສ່ໃນການຊອກຮູ້ຮໍ່າຮຽນ, ຍາດແຍ່ງເອົາບົດຮຽນທາງດ້ານ ການແພດຈາກບັນດາປະເທດ ເພື່ອນມິດ ເປັນຕົ້ນແມ່ນຈາກຊ່ຽວ ຊານ ສປ ຈີນ ແລະ ສສ ຫວຽດ ນາມ ເພື່ອເອົາບົດຮຽນດັ່ງກ່າວ ມານໍາໃຊ້ເຂົ້າໃນການປິ່ນປົວ, ຮັກສາຄົນເຈັບສາມາດບົ່ງມະຕິ ພະຍາດໄດ້ໄວ, ຖືກຕ້ອງ, ຊັດ ເຈນ. ຈາກນັ້ນສະຫາຍຍັງໄດ້ມອບ ກະຕ່າດອກໄມ້ ແລະ ເງິນສົດຈໍາ ນວນໜຶ່ງໃຫ້ໂຮງໝໍສູນກາງ 103 ກອງທັບ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ