ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ແຂ່ງຂັນຍິງປືນມິດຕະພາບ ຊີງຂັນປະທານ ປກຊ-ປກສ ແຂວງ
ເວລາອອກຂ່າວ: 2022-01-18 08:43:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 666 | ຄວາມນິຍົມ:



ວັນທີ 14 ມັງກອນ ນີ້, ກອງພົນທີ 2 ໄດ້ຈັດການແຂ່ງຂັນຍິງປືນມິດຕະພາບຊີງຂັນປະ ທານ ປກຊ-ປກສ ແຂວງ ເພື່ອຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ປະທານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແຂວງ ເຈົ້າແຂວງ ແຂວງ ໄຊຍະບູລີ, ມີຄະນະພັກ-ຄະນະ ບັນຊາກອງພົນທີ 2, ກອງບັນ ຊາການທະຫານແຂວງໄຊຍະບູ ລີ, ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ, ອົງການ ຈັດຕັ້ງຂັ້ນຕ່າງໆພາຍ ໃນແຂວງ ເຂົ້າຮ່ວມ. ການຈັດຕັ້ງແຂ່ງຂັນຍິງປືນ ໃນ ຄັ້ງນີ້ ເພື່ອແນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນ ຕ່າງໆ ຂອງຊາດ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ ທີ່ຈະມາເຖິງນີ້ໃຫ້ມີ ບັນຍາກາດຟົດຟື້ນ ໂດຍການແຂ່ງ ຂັນ ແບ່ງອອກເປັນ 2 ປະເພດຄື: ປະ ເພດປືນກົນມື AK ຍິງເປົ້າຈານ ເຫຼັກ ແລະ ປະເພດປືນສັ້ນ K-59 ຍິງເປົ້າໝາຍຄົງທີ່ມີນັກກີລາເຂົ້າ ຮ່ວມທັງໝົດ 9 ທີມ, ຜົນການ ແຂ່ງຂັນບົດປືນກົນມື AK ຍິງເປົ້າ ຈານເຫຼັກລວມໝູ່ເພດຊາຍຊະ ນະເລີດໄດ້ແກ່ທີມກອງພົນທີ 2, ຮອງຊະນະເລີດທີມນັກທຸລະກິດ ໜຸ່ມ, ທີ 3 ທີມ ປກສ ແຂວງ, ເພດ ຍິງຊະນະເລີດ ທີມກອງບັນຊາ ການທະຫານແຂວງ, ຮອງຊະ ນະເລີດທີມກອງພົນທີ 2, ທີ 3 ໄດ້ແກ່ ປກສ ແຂວງ, ບົດປືນສັ້ນ ຍິງເປົ້າໝາຍຄົງທີ່ເພດຊາຍ ແມ່ນທີມກອງພົນທີ 2 ຍາດມາ ໄດ້ທັງ 3 ລາງວັນ ສ່ວນເພດຍິງ ຊະນະເລີດ ທີມ ປກສ ແຂວງ, ຮອງຊະນະເລີດ ແລະ ທີ 3 ແມ່ນ ທີມ ກອງພົນທີ 2. ຈາກນັ້ນ ກໍໄດ້ ມອບຂັນລາງວັນໃຫ້ນັກກີລາແຕ່ລະປະເພດ. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ