ເຈົ້າເມືອງພະລານໄຊ ມອບວັດຖຸປັດໄຈໃຫ້ກອງພົນທີ 4
ເວລາອອກຂ່າວ: 2022-01-17 10:56:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 858 | ຄວາມນິຍົມ:
ໃນວັນທີ 7 ມັງກອນ 2022
ນີ້, ທ່ານ ຄຳເກິງ ສຸດທິເດດ ເຈົ້າ
ເມືອງພະລານໄຊ ແຂວງສະຫວັນ
ນະເຂດ ໄດ້ນໍາເອົາວັດຖຸປັດໄຈ ຈຳນວນໜຶ່ງ ມາມອບໃຫ້ກອງ ພົນທີ 4 ເພື່ອ ເປັນການປະກອບ ສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ ສ້າງກົມກອງ, ເຮັດໃຫ້ກົມກອງ ມີຄວາມສະອາດຈົບງາມ, ແໜ້ນ
ໜາຖາວອນ, ມີແບບແຜນທີ່ທັນ ສະໄໝຂຶ້ນເປັນກ້າວໆ. ໂດຍການ
ກ່າວຮັບຂອງ ສະຫາຍ ພົນຈັດ ຕະວາ ສົມຈິດ ກິດຕິຍະລາດ ຫົວ
ໜ້າການເມືອງກອງພົນທີ 4 ພ້ອມດ້ວຍຄະນະໃຫ້ການຕ້ອນ ຮັບຢ່າງອົບອຸ່ນ.
ໃນໂອກາດດັ່ງກ່າວ, ເຈົ້າ ເມືອງພະລານໄຊ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການນໍາ ກອງພົນທີ 4 ທີ່ໄດ້ເປັນເຈົ້າການ ປະຕິບັດເຮັດສຳເລັດໜ້າທີ່ການ ເມືອງຂອງຕົນໃນໄລຍະຜ່ານມາ, ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີສະຖຽນລະພາບໝັ້ນຄົງ ແລະ ສະຫງົບສຸກ ເວົ້າລວມ, ເວົ້າ ສະເພາະກໍຄືກອງພົນທີ 4 ເຄື່ອນ ໄຫວຮັບຜິດຊອບຂອບເຂດເມືອງພະລານໄຊໃຫ້ມີຄວາມສະຫງົບ ໂດຍພື້ນຖານ.
ສະຫາຍ ພົນຈັດຕະວາ ສົມຈິດ
ກິດຕິຍະລາດ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ, ຂອບໃຈ ແລະ ຕີລາຄາສູງຕໍ່ທ່ານເຈົ້າ ເມືອງພະລານໄຊ ທີ່ຍາມໃດກໍໄດ້ ໃຫ້ການຊ່ວຍເຫຼືອອຸ້ມຊູກົມກອງ ຕະຫຼອດມາ, ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າຈະນໍາເອົາວັດຖຸປັດໄຈ ຈຳນວນດັ່ງກ່າວໄປໝູນໃຊ້ເຂົ້າ ໃນວຽກງານລວມຂອງກົມກອງ ໃຫ້ເປັນຮູບປະທຳຕົວຈິງ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ