ໂຮງງານຊີມັງລາວສະຫວັນນະເຂດ ອວຍພອນ ສູນເຝິກກອງພົນທີ 4
ເວລາອອກຂ່າວ: 2022-01-17 10:52:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 516 | ຄວາມນິຍົມ:
ໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີ 2022 ໃຫ້ມີຄວາມໝາຍ ຄວາມສຳຄັນ ຢ່າງເລິກເຊິ່ງ. ໃນທ້າຍ ເດືອນ ທັນວາ 2021, ທ່ານ ໜູໄຜ່ ວິສຸດ ທິວົງ ອຳນວຍການໂຮງງານຊີ ມັງລາວສະຫວັນນະເຂດ ພ້ອມ ດ້ວຍຄະນະ ໄດ້ນຳກະຕ່າຂອງ ຂວັນ ພ້ອມຄວາມອວຍພອນໄຊ ອັນປະເສີດອວຍພອນ ຄະນະພັກ-ຄະນະອຳນວຍການສູນເຝິກກອງ ພົນທີ 4 ໂດຍເປັນກຽດ ຕ້ອນຮັບ
ຂອງ ສະຫາຍ ພັນໂທ ສົມສະໜຸກ
ພິນສະຫວັນ ຫົວໜ້າການເມືອງ ສູນເຝິກກອງພົນທີ 4 ພ້ອມດ້ວຍ ຄະນະ.
ທ່ານ ໜູໄຜ່ ວິສຸດທິວົງ ໄດ້ສະ ແດງຄວາມຮູ້ບຸນຄຸນ ຕະຫຼອດ ຮອດການພົວພັນຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ໃນໄລຍະຜ່ານມາ,
ສະແດງໃຫ້ເຫັນເຖິງຄວາມສາ ມັກຄີຮັກແພງອັນແໜ້ນແຟ້ນ ຂອງສອງພາກສ່ວນລະຫວ່າງ ສູນເຝິກ ກອງພົນທີ 4 ກັບ ບໍລິສັດ
ໂຮງງານຊີມັງລາວ ສະຫວັນນະ ເຂດ ພ້ອມທັງອວຍພອນໄຊອັນ ປະເສີດ ມາຍັງຄະນະພັກ-ຄະນະ ບັນຊາ ກົມກອງຈົ່ງມີສຸຂະພາບ ເຂັ້ມແຂງ, ປາສະຈາກໂຣກໄພ ໄຂ້ເຈັບຕ່າງໆ ຕະຫຼອດປີ 2022
ລວມໄປເຖິງໜ້າທີ່ວຽກງານຂອງ
ກົມກອງໃຫ້ມີຄວາມສໍາເລັດ ຜົນຢ່າງຈົບງາມ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ