ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 570 ທະຫານແຂວງອັດຕະປື ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2022-01-17 10:50:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ:



ໃນວັນທີ 13 ມັງກອນ 2022, ກອງຮ້ອຍ 570 ກອງ ບັນຊາການທະຫານແຂວງອັດ ຕະປືໄດ້ສະຫຼຸບວຽກງານຮອບ ດ້ານປະຈຳປີ 2021 ແລະ ວາງ ທິດທາງແຜນການ ປີ 2022, ໂດຍການເປັນປະທານຂອງ ສະ ຫາຍ ພັນໂທ ແສງເພັດ ສີລາ ເພັດ ຮອງຫົວໜ້າເສນາທິການ ທະຫານແຂວງອັດຕະປື, ມີຄະ ນະພັກ-ຄະນະບັນຊາກົມກອງ ແຂກຖືກເຊີນ ຕະຫຼອດພະນັກ ງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນຕີ ມະໄລສອນ ຂຽນບົວຄຳ ຫົວໜ້າການເມືອງ ກອງຮ້ອຍ 570 ໄດ້ຜ່ານບົດ ສະຫຼຸບການເຄື່ອນໄຫວນໍາພາ- ຊີ້ນໍາປະຈຳປີ 2021 ແລະ ວາງ ທິດທາງແຜນການ ປີ 2022. ຍົກຫຼາຍດ້ານທີ່ຄະນະພັກ-ຄະ ນະບັນຊາກົມກອງໄດ້ຕັ້ງປະຕິ ບັດທີ່ມີຜົນສຳເລັດໃນໄລຍະ ຜ່ານມາ, ເຊິ່ງໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມຕໍ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ ກຳນົດກົດລະບຽບຂອງກອງທັບ, ໜ້າທີ່ການເມືອງຂອງກົມກອງ, ໄດ້ນຳເອົາເອກະສານມະຕິຄຳ ສັ່ງ, ແຈ້ງການຕ່າງໆຂອງຂັ້ນ ເທິງ ມາເຜີຍແຜ່ໃຫ້ພະນັກງານ-ນັກ ຮົບພາຍໃນກົມກອງຢ່າງທົ່ວ ເຖິງ. ພ້ອມກັນນັ້ນ, ຍັງໄດ້ຈັດ ຕັ້ງລະບົບປະຈຳການກຽມພ້ອມ ສູ້ຮົບ 3 ຂັ້ນ, ໄດ້ເອົາໃຈໃສ່ປ້ອງ ກັນເວນຍາມເຮັດໃຫ້ສະພາບ ການຕາມຂອບເຂດກົມກອງຕັ້ງ ທັບຢູ່ໃຫ້ມີຄວາມສະຫງົບໂດຍ ພື້ນຖານ, ຕິດຕາມກວດກາການ ຂອງເຄື່ອນໄຫວກຸ່ມຄົນບໍ່ດີຕາມ ຂອບເຂດຄວາມຮັບຜິດຊອບຕະ ຫຼອດ 24 ຊົ່ວໂມງ. ນອກຈາກ ນີ້, ຍັງໄດ້ປັບປຸງກໍ່ສ້າງຄ້າຍຄູໃນ ແຕ່ລະໄລຍະໃຫ້ມີຄວາມແໜ້ນ ໜາຖາວອນ ໂດຍອີງໃສ່ງົບປະ ມານ ຂອງກົມກອງ, ເຊິ່ງໄດ້ສ້າງ ໜານດອກໄມ້ໜ້າເຮືອນໂສດ ກອງຮ້ອຍສຳເລັດ 100% ລວມ ມູນຄ່າ 11.250.000 ກີບ, ປູ ພື້ນໜ້າຫ້ອງການ ແລະ ກະລາ ລົດ ມູນຄ່າ 13.500.000. ກີບ, ປັບປຸງເຮືອນຄົວ, ຕູ້ ມ້ຽນເຄື່ອງ ມູນຄ່າ 1.150.000 ກີບ, ອ່າງ ລ້ຽງປາ-ລ້ຽງກົບ ຈຳນວນ 3 ແຫ່ງ ລວມມູນຄ່າ 1.350.000 ກີບ, ສ່ວນວຽກງານຮັບປະກັນ ຊີວິດການເປັນ ຢູ່ໂດຍປະຕິບັດ ຕາມ 4 ປູກ 4 ລ້ຽງ ສາມາດເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍສະເພາະວຽກງານຮັບປະ ກັນຊີວິດການເປັນຢູ່ລ້ຽງດູທັບ ໃນການສະບຽງອາຫານ, ເຄື່ອງ ນຸ່ງຫົ່ມ, ວຽກງານການເງິນ, ວຽກງານຄຸ້ມຄອງພາຫະນະ ເຕັກນິກ ແລະ ປັບປຸງຄ້າຍຄູເຂົ້າ ສູ່ແບບແຜນທັນສະໄໝ ເປັນລະ ບົບລະບຽບແໜ້ນໜາຖາວອນ ດີຂຶ້ນເທື່ອລະກ້າວ. ໃນກອງປະຊຸມຍັງໄດ້ມອບໃບ ຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານມີຜົນສຳລັດໃນໄລ ຍະຜ່ານມາຂັ້ນກອງບັນຊາການ ຈຳນວນ 20 ສະຫາຍ ແລະ ຂັ້ນ ຫ້ອງການເມືອງ ຈໍານວນ 32 ສະ ຫາຍ ອີກດ້ວຍ. ໂດຍ: ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ