ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນໍາກະຊວງປ້ອງກັນປະເທດ ລົງຢ້ຽມຢາມພະນັກງານບຳນານ
ເວລາອອກຂ່າວ: 2022-01-17 10:39:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 477 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2022 ນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍ ຄະນະໄດ້ລົງເຄື່ອນໄຫວຢ້ຽມ ຢາມພະນັກງານບຳນານ, ບ້ານ ຈັດສັນ 194 ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ທີ່ຈະມາເຖິງນີ້. ການລົງຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໄຍ ແລະ ຄວາມຮູ້ບຸນຄຸນຂອງການນຳກະ ຊວງປ້ອງກັນປະເທດທີ່ມີຕໍ່ບັນ ດາສະຫາຍພະນັກງານປະຕິວັດ ອາວຸໂສ-ບຳນານ, ທີ່ໄດ້ປະກອບ ສ່ວນສະຕິປັນຍາ, ເລືອດເນື້ອເຫື່ອ ແຮງເຂົ້າໃນການປະຕິບັດໜ້າທີ່ ການເມືອງຂອງຕົນໃນພາລະກິດ ປະຕິວັດປົດປ່ອຍປະເທດຊາດ ໃນເມື່ອກ່ອນກໍຄືພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ພ້ອມຄະນະໃນຄັ້ງນີ້ ໄດ້ ມອບກະຕ່າດອກໄມ້ ແລະ ວັດຖຸ ປັດໄຈຈໍານວນໜຶ່ງ ເພື່ອນຳໄປ ໝູນໃຊ້ເຂົ້າໃນການພັດທະນາກົມ ກອງໃຫ້ເຂັ້ມແຂງ, ໜັກແໜ້ນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ