ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2022-01-17 10:36:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ຫົວໜ້າ ກົມສື່ສານກົມໃຫຍ່ເສນາທິການ ກອງທັບ ຜູ້ເກົ່າ-ຜູ້ໃໝ່ ແລະ ທັງ ມອບ-ຮັບໜ້າທີ່ຜູ້ອໍານວຍການ ໃຫຍ່ບໍລິສັດສະກາຍໂທລະຄົມໃຫ້ ກັບປະທານສະພາບໍລິຫານບໍ ລິສັດເບສໂທລະຄົມຈຳກັດ ລະ ຫວ່າງ ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ ສານກົມໃຫຍ່ເສນາທິການກອງ ທັບ (ຜູ້ເກົ່າ) ແລະ ສະຫາຍ ພັນ ເອກ ສຸບັນ ພັນທະວີ ຫົວໜ້າກົມ ສື່ສານກົມຫຍ່ເສນາທິການກອງ ທັບ (ຜູ້ໃໝ່) ໄດ້ຈັດຂຶ້ນວັນທີ 13 ມັງກອນ 2022 ນີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພົນຕີ ຈັນທອງ ສອນຕະ ອາດ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຮັກສາການຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ, ມີຄະນະກົມສື່ສານ, ຫ້ອງ ການກົມໃຫຍ່, ຫ້ອງການເມືອງ, ບັນດາພະແນກພາຍໃນກົມສື່ສານ ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມ ສື່ສານກົມໃຫຍ່ເສນາທິການ ກອງທັບ (ຜູ້ເກົ່າ) ໄດ້ຂຶ້ນກ່າວ ມອບໜ້າທີ່ພ້ອມທັງສະຫຼຸບຫຍໍ້ ກ່ຽວກັບການເຄື່ອນໄຫວວຽກ ງານດ້ານຕ່າງໆຕະຫຼອດໄລຍະ 4 ປີຜ່ານມາ,ຄະນະກົມໄດ້ສຸມໃສ່ ຊີ້ນຳ-ນຳພາ ຕາມພະລະບົດບາດ ໜ້າທີ່ຮັບປະກັນຂົງເຂດວຽກ ງານການເມືອງແລະວິຊາສະ ເພາະຢ່າງ ແຂງແຮງ ເຊິ່ງມີຜົນ ສໍາເລັດຫຼາຍດ້ານເປັນຕົ້ນແມ່ນ ການປັບປຸງກໍ່ສ້າງຫ້ອງການບັນ ດາພະແນກການຂອງກົມສື່ສານ, ສຳເລັດການປັບປຸງບູລະນະການ ຈັດຕັ້ງກົມກອງຮາກຖານ 9 ກົມກອງເຂດໃຈກາງນະຄອນ ຫຼວງ ແລະ ບັນດາພະແນກສື່ສານ ກອງບັນຊາການທະຫານແຂວງ, ກອງພົນ, ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ຕາມແຜນວຽກວິ ຊາສະເພາະ ແລະ ທິດຊີ້ນຳຂອງ ຂັ້ນເທິງວາງອອກ, ສຳເລັດແຜນ ການປັບປຸງເອກະສານສະຫຼຸບ ວຽກງານຕ່າງໆ ຢູ່ບັນດາກົມ ກອງສື່ສານໃນເຂດໃຈກາງນະ ຄອນຫຼວງວຽງຈັນ, ສຳເລັດການ ປັບປຸງບູລະນະຖໍ້າສູນບັນຊາ ສື່ສານຢູ່ເມືອງວຽງໄຊ ແຂວງຫົວ ພັນ, ສຳເລັດການສະເຫຼີມສະ ຫຼອງວັນສ້າງຕັ້ງເຫຼົ່າຮົບສື່ສານ ຄົບຮອບ 65 ປີ ແລະ ຂະແໜງ ການອື່ນໆພາຍໃນກົມກອງແມ່ນ ເຫັນວ່າມີຄວາມຮັບປະກັນໃນ ການເປັນເສນາທິການໃຫ້ຄະ ນະນໍາກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ເສນາທິການກອງທັບທາງດ້ານວຽກງານຕິດຕໍ່ສື່ ສານ, ບັນຊາສູ້ຮົບ, ອົບຮົມ-ຫັດ ແອບຂອງແຕ່ລະເຫຼົ່າຮົບ, ຮັບ ປະກັນຄວາມປອດໄພ ວ່ອງໄວ ແລະ ຊັດເຈນ, ອັນພົ້ນເດັ່ນເຫຼົ່າຮົບສື່ສານພວກເຮົາໄດ້ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີຜ່ານມາແມ່ນຍາດໄດ້ຜົນ ງານຫຼາຍດ້ານ.ຈາກນັ້ນ ສະຫາຍ ພັນເອກ ສຸບັນ ພັນທະວີ ຫົວໜ້າ ກົມສື່ສານກົມໃຫຍ່ເສນາທິ ການ (ຜູ້ໃໝ່) ກໍໄດ້ຂຶ້ນກ່າວຮັບເອົາບັນ ດາໜ້າວຽກຕ່າງໆ ທີ່ສະຫາຍຫົວ ໜ້າກົມຜູ້ເກົ່າໄດ້ມອບໝາຍໃຫ້ ພ້ອມກັບໝູ່ຄະນະສືບຕໍ່ຊີ້ນຳ-ນໍາ ພາວຽກງານການເມືອງ ແລະ ໜ້າ ທີ່ວິຊາສະເພາະໃນການເຄື່ອນ ໄຫວຂອງກົມສື່ສານ ກໍຄືວຽກ ດ້ານຕ່າງໆປິ່ນອ້ອມຕາມໜ້າທີ່ ຂອງກົມສື່ສານ ໃຫ້ສົມກັບຄວາມ ໄວ້ເນື້ອເຊື່ອໃຈຂອງຂັ້ນເທິງທີ່ໄດ້ມອບໝາຍໜ້າທີ່ດັ່ງກ່າວໃນຄັ້ງນີ້, ພ້ອມ ທັງໄດ້ກ່າວມອບ-ໜ້າທີ່ ຜູ້ອຳນວຍການໃຫຍ່ບໍລິສັດລັດ ສະກາຍໂທລະຄົມໃຫ້ກັບ ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ປະທານສະພາບໍລິຫານບໍລິສັດ ເບສໂທລະຄົມຕື່ມອີກ. ຈາກນັ້ນ, ກໍໄດ້ຈັດຕັ້ງເຊັ່ນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນ ຈັດຕະວາ ຄຳຄິດ ໄຊສົງຄາມ ກັບ ສະຫາຍ ພັນເອກ ສຸບັນ ພັນທະວີ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ ສະຫາຍ ພົນຈັດຕະວາ ຄໍາຄິດ ໄຊສົມຄາມ ພ້ອມຄະນະ ຍາດມາໄດ້ໃນໄລຍະຜ່ານມາ ແລະ ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ ສຳຄັນ ພ້ອມທັງເນັ້ນໃຫ້ຄະນະ ກົມສື່ສານຊຸດໃໝ່ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນໃຫ້ ສູງເດັ່ນ, ເພີ່ມທະວີຄວາມສາມັກ ຄີພາຍໃນເປັນປຶກແຜ່ນແໜ້ນໜາ, ມີແບບແຜນວິທີນຳພາ, ເຮັດວຽກ ເປັນໝູ່ຄະນະ, ລວມສູນປະຊາ ທິປະໄຕ, ແບ່ງໃຫ້ບຸກຄົນຮັບຜິດ ຊອບ, ປັບປຸງກໍ່ສ້າງພັກ-ກໍ່ສ້າງ ພະນັກງານ, ກໍ່ສ້າງກົມກອງ, ຮັບ ປະກັນຂົງເຂດວຽກງານສື່ສານ ໃຫ້ວ່ອງໄວ, ຊັດເຈນ ແລະ ປິດ ລັບ ປະກອບສ່ວນສໍາຄັນເຂົ້າໃນການປັບປຸງກໍ່ສ້າງກອງທັບໃຫ້ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ