ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊ້ອມທົດລອງຍິງລູກປືນແທ້ ເພື່ອຮັບປະກັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-17 10:35:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 443 | ຄວາມນິຍົມ:



ວັນທີ 14 ມັງກອນ 2022 ນີ້, ທີ່ສະໜາມຫັດແອບວິທະຍາ ຄານກົມມະດໍາ ໄດ້ຈັດຕັ້ງທົດລອງ ຍິງລູກປືນແທ້ເພື່ອຮັບປະກັນໃຫ້ ແກ່ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ (20 ມັງກອນ 1949- 20 ມັງກອນ 2022) ໃຫ້ບັນລຸ ໄປດ້ວຍຜົນສໍາເລັດອັນຈົບງາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ຫົວໜ້າຄະນະຊີ້ນຳລວມບັ້ນຊ້ອມຮົບປະສານເຫຼົ່າ ສອງຂັ້ນຝ່າຍດຽວຍິງລູກປືນ ແທ້ໃນຄັ້ງນີ້ ມີຄະນະນໍາກົມໃຫຍ່, ຫ້ອງວ່າກະຊວງ, ຄະນະພັກ-ຄະ ນະບັນຊາແຕ່ລະເຫຼົ່າຮົບ, ພ້ອມ ດ້ວຍພະນັກງານ-ນັກຮົບເຂົ້າ ຮ່ວມ. ການຍິງທົດລອງຍິງລູກປືນ ແທ້ໃນຄັ້ງນີ້ ທັງໝົດມີ 3 ລາຍ ການ ຄື: ເຫຼົ່າຮົບຕີພິເສດເຮັດໜ້າ ທີ່ບຸກຕີແບບປິດລັບແຊມກາຍ ແທງເລິກດັບສູນເປົ້າໝາຍ, ເຫຼົ່າ ຮົບສືບຂ່າວເຮັດໜ້າທີ່ບຸກຕີຈັບ ດັບສູນກຸ່ມຄົນບໍ່ດີ ແລະ ກອບກູ້ ຊ່ວຍເຫຼືອໂຕປະກັນ ແລະ ເຫຼົ່າຮົບ ທະຫານຮາບຍານເກາະ ເຮັດໜ້າ ທີ່ບຸກຕີສັດຕູຈັ້ງທ່າຂຸມຄອງແໜ້ນໜາພູມີປະເທດພູຜາປ່າດົງ ໂດຍ ການຊ່ວຍໜູນຈາກກໍາລັງໄຟປືນ ໃຫຍ່ໜ້າດິນ, ເຫຼົ່າຮົບລົດຕັງ- ຍານເກາະ, ເຫຼົ່າຮົບທະຫານອາ ກາດ ແລະ ເຫຼົ່າຮົບອື່ນໆໜູນໜິບ ກໍາລັງໄຟນາບຄູ່ສັດຕູແລະດັບສູນເປົ້າໝາຍໄດ້ດີ ພ້ອມທັງຮັບປະກັນ ຄວາມປອດໄພ. ການທົດລອງຍິງ ລູກປືນແທ້ໃນຄັ້ງນີ້ ແມ່ນເພື່ອຮັບ ປະກັນໃຫ້ມື້ທີສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີໃຫ້ໄດ້ຮັບຜົນສໍາ ເລັດດີ ພ້ອມທັງສະແດງໃຫ້ເຫັນ ເຖິງຄວາມເຂັ້ມແຂງຂອງກອງ ທັບປະຊາຊົນລາວ, ຄວາມອົດທົນ ເສຍສະຫຼະຂອງພະນັກງານ-ນັກ ຮົບ ບໍ່ວ່າສະພາບອາກາດຈະເປັນ ແນວໃດກໍຕາມດ້ວຍນໍ້າໃຈເສຍ ສະຫຼະອັນສູງສົ່ງ ເພື່ອພາລະ ກິດ, ເພື່ອປະເທດຊາດພ້ອມກັນສູ້ ຊົນເຮັດສໍາເລັດໜ້າທີ່ຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ຢ່າງສົມ ກຽດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ