ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ປະຈໍາປີ 2021
ເວລາອອກຂ່າວ: 2022-01-14 15:53:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 548 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ (ໄຊສົມບູນ, ຊຽງຂວາງ ແລະ ຫົວພັນ) ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ໄດ້ຈັດຂຶ້ນທີ່ແຂວງໄຊສົມບູນ ໃນວັນທີ 14 ມັງກອນນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມກອງປະຊຸມມີສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ, ປະທານຄະນະກຳມະການ ປກຊ-ປກສ ແຂວງ, ສະຫາຍ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການ ປກຊ-ປກສ ແຂວງ, ມີບັນດາສະຫາຍຮອງປະທານຄະນະກຳມະການ ປກຊ-ປກສ 3 ແຂວງ, ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ປກຊ-ປກສ ສູນກາງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານ, ປກສ ແຂວງ, ກອງພົນທີ 1, ກອງພັນໃຫຍ່ 584, ກອງພັນໃຫຍ່ 941, ກອງພັນໃຫຍ່ 101, ກົມກອງອ້ອມຂ້າງແຂວງ ແລະ ຜູ້ແທນບັນດາເມືອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ຄຳອິ້ງ ກິ່ງແກ້ວ ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊສົມບູນ, ຕາງໜ້າໃຫ້ 3 ແຂວງ ຜ່ານບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ໂດຍສັງລວມແລ້ວເຫັນວ່າ: ໃນໄລຍະ 1 ປີຜ່ານມາ, 3 ແຂວງ ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ ຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ ຢ່າງເປັນຂະບວນ ແລະ ມີຈຸດສຸມ ໂດຍຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ສ້າງບ້ານ, ກຸ່ມບ້ານພັດທະນາ, ບ້ານສາມສ້າງ, ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂັ້ມແຂງຕິດພັນກັບການສ້າງບ້ານສູ້ຮົບຕິດລຽນ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເອົາໃຈໃສ່ນໍາພາ, ຄຸ້ມຄອງ, ຈັດຕັ້ງເຝິກອົບຮົມ-ຫັດແອບສິລະປະຍຸດ-ຍຸດທະວິທີ, ອົບຮົມກ່ຽວກັບພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງກອງຫຼອນ, ປກສ ບ້ານຢ່າງເປັນປົກກະຕິ ເພື່ອຍົກສູງຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວປະຕິບັດໜ້າທີ່, ເຮັດໃຫ້ກໍາລັງກອງຫຼອນ, ປກສ ບ້ານກາຍເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາຄວາມສະຫງົບສຸກຂອງປະຊາຊົນຢ່າງແທ້ຈິງ.ປະຊາຊົນສ່ວນຫຼາຍມີແນວຄິດ ອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນເຈົ້າການ, ທາງດ້ານເສດຖະກິດ-ວັດທະນະທໍາສັງຄົມ ມີການພັດທະນາ, ຊີວິດເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ໃນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມກໍໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ, ມີວິທະຍາສາດ ເພື່ອເຮັດໃຫ້ບົດສະຫຼຸຸບມີເນື້ອໃນຄົບຖ້ວນ ສົມບູນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທໍາ ແລະ ມີຜົນສໍາເລັດຕາມທິດທາງແຜນການທີ່ວາງໄວ້. ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນທີ່ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ປະທານ, ຮອງປະທານຄະນະກຳມະການ ປກຊ-ປກສ 3 ແຂວງ, ກົມກອງອ້ອມຂ້າງແຂວງ ແລະ ຜູ້ແທນບັນດາເມືອງ ທີ່ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ສິ່ງສຳຄັນແມ່ນເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວໃນການປະຕິບັດແນວທາງຂອງພັກ, ມະຕິຄຳສັ່ງຂອງຂັ້ນເທິງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ເປັນຕົ້ນແມ່ນສຸມໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດດ້ວຍຫຼັກການ ເດັດຂາດ, ໂປ່ງໃສ, ເປັນມືອາຊີບ ໃຫ້ມີຜົນສໍາເລັດຕາມຄາດໝາຍ ແລະ ເວລາທີ່ກຳນົດໄວ້, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ຫຼຸດລົງ, ແກ້ໄຂຕ້ອງມີຄວາມເປັນເອກະພາບ, ຖືກຕ້ອງ, ໄປຕາມຂະບວນການຍຸຕິທໍາ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກໍາລັງໃຫ້ໝົດໄປ, ເພີ່ມທະວີການປັບປຸງກໍ່ສ້າງພັກໃນກໍາລັງປະກອບອາວຸດ, ຮັບປະກັນການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດ, ເອົາໃຈໃສ່ອົບບຮົມຫັດແອບຂອງບັນດາກົມກອງທ້ອງຖິ່ນ, ເຫຼົ່າຮົບວິຊາສະເພາະ ເພື່ອຍົກລະດັບທາງດ້ານສິລະປະຢຸດ-ຍຸດທະວີທີ ແລະ ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກກໍລະນີ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກໍາລັງຫຼັກແຫຼ່ງໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງການສວຍໃຊ້ໜ້າທີ່ຕຳແໜ່ງໃນທາງທີ່ບໍ່ຖືກຕ້ອງໃຫ້ເດັດຂາດ ຫາກເກີດຂຶ້ນບ່ອນໃດແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ. ພ້ອມກັນສ້າງເສດຖະກິດ-ສ້າງພະລາທິການກັບທີ່ ໂດຍການເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂວງດ້ວຍຕົນເອງຕາມທ່າແຮງທີ່ມີເພື່ອສ້າງໃຫ້ແຂວງມີຄວາມຈະເລີນສີວິໄລ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດໄກ້ຄຽງຕາມແນວທາງຂອງພັກ, ໂດຍສະເພາະການພົວພັນຮ່ວມມືບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມ ໃນການແລກປ່ຽນຂໍ້ມູນຂ່າວສານ, ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ຍາດແຍ່ງເອົາບົດຮຽນ, ການຊ່ວຍເຫຼືອດ້ານຕ່າງໆ ເພື່ອມາພັດທະນາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮ່ວມມືກັບບັນດາປະເທດໃກ້ຄຽງອື່ນໆໃນການແກ້ໄຂສະພາບຢູ່ບໍລິເວນຊາຍແດນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕາມຊາຍແດນ ເຮັດໃຫ້ຊາຍແດນມີຄວາມສະຫງົບ ແລະ ກາຍເປັນຊາຍແດນສັນຕິພາບຢ່າງແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ