ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງເຈົ້າແຂວງ ລົງເຄື່ອນໄຫວຊຸກຍູ້ການປູກພືດລະດູແລ້ງ ຢູ່ເມືອງຊຽງຮ່ອນ
ເວລາອອກຂ່າວ: 2022-01-14 09:21:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ວັນທີ 8 ມັງກອນ 2022 ນີ້, ທ່ານ ສົມຈິດ ຈັນທະວົງ ຮອງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍ ທີມງານໄດ້ລົງເຄື່ອນໄຫວຊຸກຍູ້ ການປູກພືດລະດູແລ້ງຢູ່ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ, ໂດຍ ໃຫ້ກຽດການຕ້ອນຮັບຂອງ ທ່ານ ກົງທອງ ສິດທິໄຊ ເຈົ້າ ເມືອງຊຽງຮ່ອນ ພ້ອມດ້ວຍການ ນຳຂອງເມືອງໃຫ້ການ ຕ້ອນຮັບ. ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ເອີ້ຍ ເກດສີທອງ ຮັກສາການ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຮ່ອນ ໄດ້ລາຍ ງານຫຍໍ້ການຈັດຕັ້ງປະຕິບັດ ການປູກພືດລະດູແລ້ງຢູ່ເມືອງ ຊຽງຮ່ອນ ມາຮອດປັດຈຸບັນການ ປູກພືດລະດູແລ້ງສຳເລັດແລ້ວ 80% ເຫັນວ່າການປູກພືດລະ ດູແລ້ງຂອງຊາວກະສິກອນຢູ່ ເມືອງຊຽງຮ່ອນມີຂະບວນການ ຢ່າງກວ້າງຂວາງ ເປັນຕົ້ນແມ່ນ ການປູກເຂົ້ານາແຊງໃນເນື້ອທີ່ 255 ເຮັກຕາ ອີງຕາມແຜນການ ຂອງເມືອງ ຄາດຄະເນວ່າລະ ດູແລ້ງປີ ນີ້ ຈະປູກເຂົ້ານາແຊງ ເປັນສິນຄ້າ ໃນເນື້ອທີ່ 155 ເຮັກຕາ, ປູກຄໍ້າປະກັນສະບຽງ ອາຫານ 100 ເຮັກຕາ, ການ ປູກພືດຜັກບໍລິໂພກພາຍໃນເປັນ ຕົ້ນພືດຕະກຸນຖົ່ວ ທົ່ວເມືອງ ໃນເນື້ອທີ່ 520 ເຮັກຕາ, ສາລີ ຫວານ 50 ເຮັກຕາ ແລະ ພືດຜັກ ຕ່າງໆໃນເນື້ອທີ່ 470 ເຮັກຕາ ຕໍ່ກັບການຊຸກຍູ້ສົ່ງເສີມການ ປູກພືດຂອງຊາວກະສິກອນພາຍ ໃນເມືອງແລ້ວທາງອົງການປົກ ຄອງເມືອງ ແລະ ຂະແໜງການ ທີ່ກ່ຽວຂ້ອງຍັງໄດ້ຊຸກຍູ້ສົ່ງເສີມ ໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດມາລົງທຶນເຂົ້າໃນ ການປູກໝາກ ໂມນວນ 3 ບໍລິສັດ ຄື: ບໍລິສັດ ນໍ້າເຜິ້ງ ຈຳນວນ 200 ເຮັກຕາ, ບໍລິສັດ ຊຽງໜຶ່ງ ຈໍານວນ 200 ເຮັກຕາ ແລະ ບໍລິ ສັດ ມະນີວົງ 30 ເຮັກຕາ, ມາ ຮອດປັດຈຸບັນຈັດຕັ້ງປະຕິບັດ ໄດ້ 70 %, ການສົ່ງເສີມການປູກ ໝາກເຜັດຂອງສະຫະກອນຫົງ ສາໃນເນື້ອທີ່ 5 ເຮັກຕາ ແລະ ການປູກໝາກຖົ່ວເຫຼືອງຂອງ ບໍ ລິສັດ ກະສິກຳ ແລະ ລ້ຽງສັດກາງ ຊຽງ ໃນເນື້ອທີ່ 250 ເຮັກຕາ ຮອດ ປັດຈຸບັນ ໄດ້ປູກສຳເລັດແລ້ວ. ທັງໝົດນີ້, ກໍເພື່ອເປັນການສ້າງ ວຽກເຮັດງານທຳ, ສ້າງລາຍຮັບ ໃຫ້ປະຊາຊົນ ຈາກການເຊົ່າທີ່ດິນ, ຄ່າແຮງງານກຳມະກອນ ແລະ ອື່ນໆ ເເນໃສ່ຍົກສູງຊີວິດການ ເປັນຢູ່ຂອງຊາວກະສິກອນ ໃນ ເມືອງຊຽງຮ່ອນຂຶ້ນເປັນກ້າວໆ. ໃນໂອກາດ ທ່ານ ສົມຈິດ ຈັນທະວົງ ໄດ້ເຄື່ອນໄຫວຕິດ ຕາມການປູກພືດລະດູແລ້ງ ໃນຄັ້ງນີ້ , ທ່ານຍັງໄດ້ເນັ້ນໜັກ ໃຫ້ ອົງການປົກຄອງ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບ ຕໍ່ຊຸກຍູ້ສົ່ງເສີມການປູກພືດເປັນ ສິນຄ້າ ຕໍ່ວິຊາການທີ່ກ່ຽວຂ້ອງ ຕ້ອງເປັນເຈົ້າການ ໃນການຊຸກ ຍູ້ຕິດຕາມໃຫ້ຄຳແນະນຳທາງ ດ້ານວິຊາການ ເຕັກນິກຕ່າງໆ ເພື່ອເຮັດໃຫ້ຜົນຜະລິດສາມາດ ຮັບປະກັນທາງດ້ານຄຸນນະພາບ ແລະ ຕອບສະໜອງໃຫ້ແກ່ຜູ້ບໍ ລິໂພກຢ່າງປອດໄພ. ຫຼັງຈາກນັ້ນ ທ່ານໄດ້ເຄື່ອນໄຫວຕິດຕາມການ ກໍ່ສ້າງໂຮງງານການແປຮູບ ໝາກຖົ່ວເຫຼືອງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ