ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນເຝິກອົບຮົມ ກອງພົນທີ 3 ປັບປຸງການຈັດຕັ້ງຂັ້ນຕ່າງໆ
ເວລາອອກຂ່າວ: 2022-01-14 09:19:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 741 | ຄວາມນິຍົມ:



ວັນທີ 7 ມັງກອນ 2022 ນີ້, ສູນເຝິກ-ອົບຮົມກອງພົນທີ 3, ໄດ້ປະກາດການບົ່ງຕົວແຕ່ງຕັ້ງ ຄະນະພັກ, ຄະນະພັກຮາກຖານ, ໜ່ວຍພັກ ແລະ ການຈັດຕັ້ງບາງ ຂະແໜງການຂຶ້ນກັບ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ບຸນຫຼາຍ ອຸດົມຮຸນ ຄະນະ ພັກກອງພົນ ຫົວໜ້າຫ້ອງການ ເມືອງ ກອງພົນທີ 3, ມີຄະນະ ພັກ-ຄະນະບັນຊາສູນເຝິກອົບຮົມ ຕະຫຼອດຮອດພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. ສະຫາຍ ພັນຕີ ເຍືອງວັນຄໍາ ລໍພິມພັນ ຮອງຫົວໜ້າພະແນກ ຈັດຕັ້ງພັກ ກອງພົນທີ 3 ໄດ້ຜ່ານ ມະຕິຕົກລົງຂອງຄະນະພັກ ກອງ ພົນທີ 3 ວ່າດ້ວຍ ການບົ່ງຕົວ ແຕ່ງຕັ້ງກຳມະການຄະນະພັກ ສູນເຝິກອົບຮົມ ກອງພົນທີ 3 ປະກອບມີ ສະຫາຍ ພັນໂທ ຈັນພິ ລາ ລານຜຸຍ ຫົວໜ້າຂະແໜງສູ້ ຮົບ ເປັນກໍາມະການໂຄສະນາ-ອົບຮົມ ປ່ຽນແທນ ສະຫາຍ ພັນໂທ ມອນ ທອງ ວິໄລພອນ ທີ່ພັກການລໍຖ້າຮັບບໍານານ, ພ້ອມກັນນັ້ນ, ໄດ້ບົ່ງຕົວແຕ່ງ ຕັ້ງຄະນະພັກຮາກຖານພະແນກ ການເມືອງ ປະກອບມີ ສະຫາຍ ພັນໂທ ທອງຄໍາ ວົງນະຄອນ ຫົວໜ້າພະແນກການເມືອງ ເປັນ ເລຂາຄະນະພັກ, ສະຫາຍ ພັນໂທ ວຽງຄໍາ ລາດສະໂກ ຮອງຫົວໜ້າ ພະແນກການເມືອງ ເປັນຮອງ ເລຂາ, ສະຫາຍ ພັນຕີ ຄໍາພັນ ຈັນທະວົງ ຫົວໜ້າຂະແໜງ ຈັດຕັ້ງພັກ ເປັນກໍາມະການກວດ ກາ ແລະ ປ້ອງກັນ, ສະຫາຍ ພັນໂທ ຄໍາແພງ ແສນສາລີ ຫົວໜ້າຂະ ແໜງໂຄສະນາ-ຮາກຖານ ເປັນ ກໍາມະການໂຄສະນາ, ສະຫາຍ ພັນຕີ ບຸນຈັນ ເພັດດາວຮຸ່ງ ຫົວ ໜ້າຂະແໜງບໍລິຫານ ເປັນກໍາມະ ການການຄັງ, ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານພະແນກເສ ນາທິການ ປະກອບມີ ສະຫາຍ ພັນໂທ ຄໍາຈັນ ພຸດທະວົງ ຫົວ ໜ້າພະແນກເສນາ-ອົບຮົມ ເປັນ ເລຂາຄະນະພັກ, ສະຫາຍ ພັນໂທ ບຸນທອງ ແສງລາຄອນ ຮອງ ຫົວໜ້າພະແນກເສນາ-ອົບຮົມ ເປັນຮອງເລຂາ, ສະຫາຍ ພັນໂທ ຈັນພິລາ ລານຜຸຍ ຫົວໜ້າຂະ ແໜງສູ້ຮົບ ເປັນກໍາມະການກວດ ກາ ແລະ ປ້ອງກັນ, ສະຫາຍ ພັນໂທ ສີສະຫວັດ ໄຊຊົມພັນ ຫົວໜ້າຂະແໜງສື່ສານ ເປັນກໍາ ມະການໂຄສະນາ, ສະຫາຍ ພັນຕີ ບຸນຍີ ຕັນສະພອນ ຫົວໜ້າຂະ ແໜງຄູເຕັກນິກສະໜາມເປັນ ກໍາມະການການຄັງ. ບົ່ງຕົວແຕ່ງ ຕັ້ງຄະນະພັກຮາກຖານພະແນກ ພະລາ-ເຕັກນິກ ປະກອບ ມີ ສະ ຫາຍ ພັນໂທ ຈັນສຸກ ມາລາເພັດ ຫົວໜ້າພະແນກພະລາ-ເຕັກນິກ ເປັນເລຂາຄະນະພັກ, ສະຫາຍ ພັນໂທ ສຸວັນທອນ ສຸກັນທາ ຫົວ ໜ້າພະແນກບໍລິຫານ-ສັງລວມ ເປັນຮອງເລຂາ, ສະຫາຍ ພັນໂທ ສົມທອງ ເພັດພີມພັນ ຮອງຫົວໜ້າ ພະແນກພະລາ-ເຕັກນິກ ເປັນກໍາ ມະການກວດກາ ແລະ ປ້ອງກັນ, ສະຫາຍ ພັນຕີ ສີໄຫວ ສີເມືອງ ໄຊ ຫົວໜ້າຂະແໜງອຸປະໂພກ ເປັນກໍາມະການໂຄສະນາ, ສະ ຫາຍ ຮ້ອຍເອກ ອາດິນ ແກ້ວພົງ ພັນ ຫົວໜ້າຂະແໜງຍຸດໂທ ເປັນ ກໍາມະການການຄັງ. ຈາກນັ້ນ, ໄດ້ປະກາດຍົກຍ້າຍ ສະຫາຍ ພັນຕີ ຄໍາຕຸ່ນ ຈັນວິໄລ ຫົວໜ້າຂະ ແໜງຈັດຕັ້ງພັກ ສູນເຝິກອົບຮົມ ເປັນຮອງຫົວໜ້າພະແນກນະໂຍ ບາຍຫ້ອງການເມືອງກອງພົນ, ແຕ່ງຕັ້ງ ສະຫາຍ ພັນຕີ ຄໍາພັນ ຈັນທະວົງ ຮອງຫົວໜ້າພະແນກ ນະໂຍບາຍ ເປັນຫົວໜ້າຂະແໜງ ຈັດຕັ້ງພັກສູນເຝິກ-ອົບຮົມ, ຍົກ ຍ້າຍສະຫາຍ ຮ້ອຍໂທ ແກ້ວມະ ນີ ບຸນມາໄຊ ກອງຮ້ອຍກໍ່ສ້າງມາ ຊ່ວຍວຽກຂະແໜງກໍ່ສ້າງໄປປະ ຈຳສູນເຝິກອົບຮົມ ແລະ ຍົກຍ້າຍ ສະຫາຍ ຮ້ອຍຕີ ບຸນລອດ ໄຊຍະ ວົງວິຊາການໄຟຟ້າກອງຮ້ອຍ ກໍ່ສ້າງເປັນວິຊາການໄຟຟ້າຢູ່ສູນ ເຝິກອົບຮົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ