ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ຄໍາພັນ ພົມມະທັດ ຢ້ຽມຢາມໂຄງການ ພັດທະນາບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2022-01-14 09:03:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 419 | ຄວາມນິຍົມ:



ໃນລະຫວ່າງວັນທີ 7-8 ມັງ ກອນ 2022, ທ່ານ ຄໍາພັນ ພົມ ມະທັດ ກໍາມະການກົມການເມືອງ ສູນກາງພັກ, ເລຂາທິການສູນ ກາງພັກ, ປະທານຄະນະກວດກາ ສູນກາງພັກ, ປະທານອົງການ ກວດກາແຫ່ງລັດ ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມໂຄງການກະ ເສດຄົບວົງຈອນ ຢູ່ບ້ານວັງມ້າ, ເມືອງສັງທອງ, ນະຄອນຫຼວງ ວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ພົງສະຫວັນ ສີລິພັນ ເລຂາ ພັກເມືອງ, ເຈົ້າເມືອງໆສັງທອງ ພ້ອມດ້ວຍຄະນະ. ໂອກາດດັ່ງກ່າວ ທ່ານ ທອງ ໄລ ຈັນມະວົງ, ປະທານບໍລິສັດ ສົມສະຫວ່າງຟາມ ຈໍາກັດຜູ້ດຽວ ເຈົ້າຂອງໂຄງການພັດທະນາ ການກະເສດຄົບວົງຈອນ ໄດ້ລາຍງານກ່ຽວກັບສະພາບການ ຈັດ ຕັ້ງປະຕິບັດໜ້າວຽກງານຕ່າງໆ ພາຍໃນໂຄງການ, ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມການບຸກ ເບີກທີ່ດິນ, ຄວາມສໍາຄັນຂອງ ການເຮັດກະສິກໍາແບບຍືນຍົງ ຕິດ ພັນກັບການພັດທະນາເປັນແຫຼ່ງ ທ່ອງທ່ຽວກະສິກຳທໍາມະຊາດ ເພື່ອສ້າງວຽກເຮັດງານທໍາໃຫ້ ແກ່ສັງຄົມ ຄຽງຄູ່ກັບການພັດທະ ນາທ້ອງຖິ່ນ. ພ້ອມນີ້, ທ່ານ ທອງ ໄລ ຈັນມະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ໂຄງການນີ້ໄດ້ເລີ່ມລົງມືປະຕິບັດ ແຕ່ປີ 2019 ໂດຍມີເນື້ອທີ່ທັງໝົດ 1.100 ເຮັກຕາ, ມີມູນຄ່າການ ລົງທຶນ 329 ຕື້ກວ່າກີບ, ເຊິ່ງ ບໍລິສັດໄດ້ພັດທະນາສ່ວນໜຶ່ງ ແລ້ວ ໂດຍໃຊ້ເງິນລົງທຶນເອງເປັນ ມູນຄ່າທັງໝົດ 132 ຕື້ກວ່າກີບ. ໜ້າວຽກທີ່ໄດ້ລົງມືພັດທະນາ ລວມມີ: ວຽກພື້ນຖານໂຄງລ່າງ: ກໍ່ສ້າງເສັ້ນທາງ, ເຂື່ອນເກັບນໍ້າ, ຝາຍ, ລະບົບຊົນລະປະທານ; ວຽກປູກຝັງ: ປູກຕົ້ນໄມ້ກິນໝາກ, ພືດຕາມລະດູການ, ຜັກປອດສານ ພິດ; ການລ້ຽງສັດ: ລ້ຽງສັດໃຫຍ່ (ງົວ, ແບ້), ສັດປີກ (ເປັດ, ໄກ່), ປາ; ວຽກທ່ອງທ່ຽວ: ກໍ່ສ້າງ ໂຮງແຮມ, ຮ້ານອາຫານ, ສວນ ສະໜຸກ, ສະຖານທີ່ບັນເທີງ. ມາ ຮອດປັດຈຸບັນມີເນື້ອທີ່ນາ 450 ເຮັກຕາ, ປູກຕົ້ນໄມ້ກິນໝາກ 10.000 ຕົ້ນ, ມີອ່າງເກັບນໍ້າຂະ ໜາດໃຫຍ່ 2 ແຫ່ງ, ຝາຍ ແລະ ໜອງລ້ຽງປາ 14 ໜອງ, ລ້ຽງງົວ 390 ໂຕ, ລ້ຽງແບ້ 420 ໂຕ. ໃນໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ພົບປະແລກປ່ຽນຄວາມເຫັນກັບການນຳ ຂອງເມືອງ ແລະ ຜູ້ພັດທະນາໂຄງ ການດັ່ງກ່າວກ່ຽວກັບການເຮັດ ກະເສດໃນເງື່ອນໄຂສະພາບ ແວດລ້ອມໃໝ່ຕິດພັນກັບການ ທ່ອງທ່ຽວ, ທີ່ຮັບປະກັນຄວາມຍືນ ຍົງ, ຫັນສູ່ທັນສະໄໝ ທັງສ້າງ ວຽກເຮັດງານທໍາໃຫ້ແກ່ປະຊາ ຊົນທີ່ຢູ່ໃກ້ຄຽງ. ຈາກນັ້ນ, ການ ນໍາຂອງເມືອງ ແລະ ຜູ້ພັດທະນາ ໂຄງການຍັງໄດ້ນໍາພາຄະນະ ຢ້ຽມຊົມການຕົກກ້າ, ການດໍານາ ດ້ວຍເຄື່ອງຈັກທັນສະໄໝ, ໄປ ເບິ່ງຟາມງົວ, ຟາມແບ້, ລະບົບຊົນ ລະປະທານ, ອ່າງເກັບນໍ້າ ແລະ ກິດຈະກຳຕ່າງໆ ພາຍໃນໂຄງ ການພັດທະນາດັ່ງກ່າວ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ