ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ພົງຊັບທະວີ ມອບລົດສະແຕ໋ກຫົດນ້ຳໃຫ້ ວປກ
ເວລາອອກຂ່າວ: 2022-01-14 09:01:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 956 | ຄວາມນິຍົມ:



ວັນທີ 11 ມັງກອນ 2022 ນີ້, ບໍລິສັດ ພົງຊັບທະວີ ຈຳກັດຜູ້ ດຽວໄດ້ນຳເອົາລົດສະແຕ໋ກຫົດ ນໍ້າ ຈຳນວນ 01 ຄັນ ມູນຄ່າ 100.000.000 ກີບ ມາມອບໃຫ້ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ (ວປກ). ໂດຍ ການມອບຂອງ ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າ ການເມືອງ ວປກ ພ້ອມດ້ວຍຄະໂດຍຊ້ອງໜ້າ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການ ກົມການເມືອງສູນກາງພັກ, ທີ່ ປຶກສາຄະນະຮັບຜິດຊອບການ ຄົ້ນຄວ້າແນວຄິດ ໄກສອນ ພົມ ວິຫານ. ໃນພິທີມອບ-ຮັບ, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ ກ່າວສະແດງຄວາມຂອບໃຈຕໍ່ ບໍລິສັດດັ່ງກ່າວທີ່ເຫັນໄດ້ຄວາມ ໝາຍຄວາມສຳຄັນໃນການ ປະກອບສ່ວນທາງດ້ານວຽກ ງານບົວລະບັດຮັກສາຕົ້ນໄມ້ ທຸກຊະນິດທົ່ວ ວປກ. ລົດທີ່ນໍາ ມາມອບໃນຄັ້ງນີ້ແມ່ນເພື່ອນໍາໃຊ້ເຂົ້າໃນການຫົດນໍ້າຕົ້ນໄມ້, ດອກໄມ້ປະດັບຕາມສວນອຸທິ ຍານ ວປກ, ສວນອຸທິຍານຂອງ ອົງການຈັດຕັ້ງມະຫາຊົນ, ດອກ ໄມ້ ແລະ ຕົ້ນໄມ້ປະດັບທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ສວຍສົດງົດງາມ ເປັນຕາໜ້າຢູ່ເພື່ອຕ້ອນຮັບຫຼາຍ ວັນສຳຄັນທີ່ຈະມາເຖິງ ໂດຍສະ ເພາະ ກໍແມ່ນ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ( 20 ມັງກອນ 1949-20 ມັງກອນ 2022) ແລະ ວັນສ້າງຕັ້ງວິທະຍາ ຄານປ້ອງ ກັນຊາດ ໄກສອນ ພົມວິຫານ ຄົບຮອບ 26 ປີ(13 ທັນວາ 1996-13 ທັນວາ 2022). ພ້ອມນີ້, ຍັງຮຽກຮ້ອງໃຫ້ກົມ ພະລາ-ເຕັກນິກ ໂດຍສະເພາະ ກໍແມ່ນພະແນກຄຸ້ມຄອງລົດ ຈົ່ງສືບຕໍ່ບົວລະບັດຮັກສາ ແລະ ນຳໃຊ້ພາຫະນະດັ່ງກ່າວໃຫ້ໄດ້ ຮັບໝາກຜົນ ແລະ ສາມາດນຳ ໃຊ້ໄດ້ຍາວນານ, ປະກອບສ່ວນ ເຂົ້າໃນການປະຕິບັດໜ້າທີ່ຮັບ ໃຊ້ໃນຫຼາຍໆດ້ານ. ບໍ່ວ່າຈະຢູ່ໃນ ໄລຍະໃດກໍຕາມ ເພື່ອເຮັດໃຫ້ກົມ ກອງມີຄວາມສະອາດຂຽວງາມ, ກາຍເປັນສະຖານທີ່ ທີ່ມີແບບແຜນ ທັນສະໄໝ, ເຊິ່ງມັນຮຽກຮ້ອງ ເຖິງພາຫະນະທີ່ທັນສະໄໝເປັນ ເງື່ອນໄຂອັນໜຶ່ງ ທີ່ເຮັດໃຫ້ກົມ ກອງກາຍເປັນກົມກອງວັດທະ ນະທຳ ແລະ ກົມກອງແບບຢ່າງ. ຂ່າວ: ດາວວີນ ໂສພາພອນ ພາບ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ