ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງຫຼວງພະບາງສະຫຼຸບວຽກງານ ປກຊ-ປກສ ປະຈໍາປີ 2021
ເວລາອອກຂ່າວ: 2022-01-14 09:00:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 817 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານ ປກຊ-ປກສ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2022, ທີ່ສະໂມສອນກອງບັນ ຊາການທະຫານແຂວງ, ໂດຍ ການເປັນປະທານຂອງ ທ່ານ ຮສ ປອ ພຸດ ສີມມາລາວົງ ກໍາມະ ການສູນກາງພັກ, ລັດຖະມົນຕີກະ ຊວງສຶກສາທິການ ແລະ ກີລາ, ຮອງຄະນະກໍາມະການສຶກສາ ອົບຮົມວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ມີ ທ່ານ ບຸນເລື່ອມ ມະນີວົງ ຄະນະປະ ຈໍາພັກແຂວງ, ຮອງເຈົ້າແຂວງໆ ຫຼວງພະບາງ, ມີຄະນະພັກ-ຄະ ນະບັນຊາສອງກອງບັນຊາການ ປກຊ - ປກສ ແຂວງ, ຕາງໜ້າກົມ ການທະຫານທ້ອງຖິ່ນ ພ້ອມດ້ວຍ ແຂກຖືກເຊີນຈາກບັນດາພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງ ແຂວງ. ໃນກອງປະຊຸມ, ສະຫາຍ ພັນ ເອກ ວິລ່ຽມ ວົງທິສານ ຮັກສາ ການເລຂາຄະນະພັກ, ຫົວໜ້າ ການທະຫານກອງບັນຊາການທະ ຫານແຂວງຫຼວງພະບາງ ໄດ້ ຜ່ານບົດລາຍງານການຈັດຕັ້ງ ປະຕິບັດວຽກງານໃນຊຸມປີຜ່ານ ມາແຂວງຫຼວງພະບາງມີໂຮງ ຮຽນມັດທະຍົມຕອນປາຍທັງໝົດ47 ແຫ່ງ, ມີໂຮງຮຽນເຕັກນິກ ວິຊາຊີບ 1 ແຫ່ງ, ວິທະຍາໄລ 6 ແຫ່ງ ແລະ ມະຫາວິທະຍາໄລ 1 ແຫ່ງ. ຄະນະກໍາມະການສຶກ ສາອົບຮົມວຽກງານ ປກຊ - ປກສ ແຂວງໄດ້ຖືເອົາວຽກງານອົບ ຮົມ-ຫັດແອບປະຈໍາປີເປັນບັນຫາ ສໍາຄັນເພື່ອຊີ້ນໍາມອບໝາຍຄວາມ ຮັບຜິດຊອບເປັນຕົ້ນ. ກອງບັນ ຊາການທະຫານເມືອງ, ກອງບັນ ຊາການ ປກສ ເມືອງສ້າງແຜນ ການຜ່ານອະນຸມັດປະທານ ປກຊ- ປກສ ເມືອງອົບຮົມໃຫ້ນັກຮຽນ ມັດທະຍົມຕອນປາຍ ມ5-ມ7, ພະແນກການທະຫານທ້ອງຖິ່ນ ໄດ້ສົມທົບກັບພະແນກສະກັດກັ້ນ ແລະ ຕ້ານອັກຄີໄພເພື່ອສ້າງ ແຜນການອະນຸມັດຄະນະກໍາມະ ການສຶກສາອົບຮົມຂັ້ນແຂວງ ເພື່ອອົບຮົມໃຫ້ສະຖາບັນຕ່າງໆ ໃນທົ່ວແຂວງຕາມພາລະບົດ ບາດ, ສິດ, ຂອບເຂດຮັບຜິດຊອບ ຂອງແຕ່ລະຂັ້ນ. ວຽກງານອົບ ຮົມ-ຫັດແອບໄດ້ຈັດຕັ້ງປະຕິບັດ ຄື: ອົບຮົມການນໍາພັກ-ລັດ, ເປົ້າ ໝາຍ 3-4 ຊຸດທີ 5 ໄດ້ 1 ຊຸດ ມີຈໍານວນພົນເຂົ້າຮ່ວມ 40 ສະ ຫາຍ, ຍິງ 5 ສະຫາຍ, ກໍານົດ ເວລາອົບຮົມ 160 ຊົ່ວໂມງ, ອົບ ຮົມ-ຫັດແອບວຽກງານສຶກສາ ປກຊ-ປກສ ໃຫ້ນັກສຶກສາ ໄດ້ 7 ແຫ່ງ, ມີຈໍານວນພົນເຂົ້າ ຮ່ວມ 2.578 ຄົນ, ຍິງ 1.182 ຄົນ, ກໍານົດເວລາອົບຮົມ 128 ຊົ່ວໂມງ, ອົບຮົມໃຫ້ໂຮງຮຽນວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ມີຈໍານວນພົນເຂົ້າຮ່ວມ 762 ຄົນ, ຍິງ 261 ຄົນ, ວິທະຍາ ໄລ ວິທະຍາສາດສຸຂະພາບ ມີຈໍາ ນວນພົນເຂົ້າຮ່ວມ 192 ຄົນ, ຍິງ 87 ຄົນ, ໂຮງຮຽນເຕັກນິກວິຊາ ຊີບແບບປະສົມ ເມືອງນໍ້າບາກ ມີຈໍານວນພົນເຂົ້າຮ່ວມ 220 ຄົນ, ຍິງ 146 ຄົນ. ວິທະຍາໄລ ການ ເງິນພາກເໜືອ ມີຈໍານວນພົນເຂົ້າ ຮ່ວມ 235 ຄົນ, ຍິງ 125 ຄົນ, ມະຫາວິທະຍາໄລ ສຸພານຸວົງ ຫຼວງ ພະບາງ ມີຈໍານວນພົນເຂົ້າຮ່ວມ 883 ຄົນ, ຍິງ 346 ຄົນ ແລະ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ພາກເໜືອ ມີຈໍານວນພົນເຂົ້າຮ່ວມ ອົບຮົມ 170 ຄົນ, ຍິງ 58 ຄົນ. ໄດ້ອົບຮົມ-ຫັດແອບວຽກງານ ສຶກສາພື້ນຖານປ້ອງກັນຕົວໃຫ້ ນັກຮຽນຊັ້ນມັດທະຍົມຕອນປາຍ ມ5-ມ7 ໄດ້ 47 ແຫ່ງໃນທົ່ວ ແຂວງ 11 ເມືອງ 1 ນະຄອນ ມີຈໍາ ນວນພົນເຂົ້າຮ່ວມ 12.503 ຄົນ, ຍິງ 5.388 ຄົນ, ກໍານົດເວລາ ອົບຮົມແຕ່ລະຊັ້ນຮຽນ ຄື: ມ5 ໃຊ້ເວລາ 35 ຊົ່ວໂມງ, ມ6 ໃຊ້ເວ ລາ 42 ຊົ່ວໂມງ ແລະ ມ7 ໃຊ້ ເວລາ 32 ຊົ່ວໂມງ, ເນື້ອໃນອົບ ຮົມ-ຫັດແອບແຕ່ລະເປົ້າໝາຍ ແມ່ນໄດ້ປະຕິບັດຕາມຫຼັກສູດ ການຮຽນ-ການສອນທີ່ກະຊວງ ໄດ້ກໍານົດໄວ້ ພ້ອມທັງຍົກໃຫ້ ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ ເຊິ່ງຈະໄດ້ ສຸມໃສ່ປັບປຸງແກ້ໄຂເພື່ອເຮັດ ໃຫ້ວຽກງານມີປະສິດທິຜົນສູງ ຂຶ້ນ ພ້ອມທັງວາງທິດທາງແຜນ ການອົບຮົມ-ຫັດແອບປະຈຳປີ 2022 ຄື: ສູ້ຊົນຂໍງົບປະມານ ນໍາຂັ້ນເທິງລົງປະກາດແຕ່ງ ຕັ້ງຄະນະກໍາມະການສຶກສາອົບ ຮົມວຽກງານ ປກຊ-ປກສ ຂັ້ນ ເມືອງໃນທົ່ວແຂວງໃຫ້ສໍາເລັດ, ຂຶ້ນແຜນອົບຮົມ-ຫັດແອບ ໃຫ້ ພະນັກງານການນໍາເປົ້າໝາຍ 3-4 ຊຸດທີ 6 ໃຫ້ໄດ້ 1 ຄັ້ງ ແລະ ຂຶ້ນແຜນອົບຮົມຫັດແອບໃຫ້ໂຮງ ຮຽນເຕັກນິກວິຊາຊີບ, ວິທະຍາ ໄລ, ມະຫາວິທະຍາໄລທາງພາກ ລັດ ແລະ ເອກະຊົນໃຫ້ໄດ້ 8 ແຫ່ງ. ຈາກນັ້ນ, ສະຫາຍ ພັນໂທ ຄໍາອຸ້ຍ ເມກສະຫັວນ ຮອງຫົວໜ້າພະ ແນກສຶກສາ ປກຊ ກົມການທະ ຫານທ້ອງຖິ່ນ, ກອງເລຂາສຶກ ສາອົບຮົມວຽກງານ ປກຊ-ປກສ ສູນກາງ ໄດ້ຜ່ານຂໍ້ຕົກລົງ ວ່າ ດ້ວຍການແຕ່ງຕັ້ງຄະນະກໍາມະ ການສຶກສາອົບຮົມວຽກງານ ປກຊ-ປກສ ຂັ້ນສູນກາງຂອງນາ ຍົກລັດຖະມົນຕີຕົກລົງແຕ່ງຕັ້ງ ຈໍານວນ 12 ສະຫາຍ ແລະ ຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດຄະນະກໍາມະ ການສຶກສາອົບຮົມວຽກງານ ປກຊ-ປກສ ຂັ້ນສູນກາງ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການສຶກສາອົບຮົມວຽກງານ ປກຊ-ປກສ ຂັ້ນແຂວງຫຼວງພະບາງ ຈໍານວນ 12 ສະຫາຍ. ຈາກນັ້ນ ທ່ານ ບຸນເລື່ອມ ມະນີວົງ ກໍໄດ້ ຂຶ້ນມີຄໍາເຫັນຊີ້ນໍາເພີ່ມເຕີມຕໍ່ ບັນດາສະຫາຍທີ່ໄດ້ຖືກແຕ່ງຕັ້ງ ເປັນຄະນະກໍາມະການສຶກສາ ອົບຮົມວຽກງານ ປກຊ-ປກສ ຂັ້ນ ແຂວງ ຕ້ອງຖືສໍາຄັນກ່ຽວກັບ ວຽກງານດັ່ງກ່າວໃຫ້ກາຍເປັນໜ້າທີ່ຂອງທົ່ວປວງຊົນປ້ອງກັນຊາດ, ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດອັນດີງາມ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບ ໝາຍ. ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ຈາກ ທ່ານ ຮສ ປອ ສີມມາລາວົງ ຕື່ມອີກ. ໂດຍ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ