ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໂຄສະນາ-ອົບຮົມສຸມໃສ່ເຮັດໜ້າທີ່ການເມືອງ ເພື່ອຮັບປະກັນໃຫ້ແກ່ບັ້ນຊ້ອມຮົບ ຍິງລູກປືນແທ້
ເວລາອອກຂ່າວ: 2022-01-14 08:54:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 634 | ຄວາມນິຍົມ:



ເພື່ອຮັບປະກັນໃຫ້ ແກ່ບັ້ນ ຊ້ອມຮົບປະສານເຫຼົ່າສອງຂັ້ນ ຝ່າຍດຽວ, ຍິງລູກປືນແທ້ ເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງ ກອນ 2022) ກົມໂຄສະນາ-ອົບຮົມກົມໃຫຍ່ການເມືອງກອງ ທັບ ໄດ້ສຸມໃສ່ເຮັດໜ້າທີ່ການ ເມືອງຂອງຕົນຢ່າງຕັ້ງໜ້າ. ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວໜ້າກົມ ໂຄສະນາ-ອົບຮົມ ກົມໃຫຍ່ການ ເມືອງກອງທັບ, ທັງເປັນຫົວໜ້າ ອະນຸກໍາມະການດ້ານພິທີການ ຈັດສະຖານທີ່ ແລະ ວຽກງານໂຄ ສະນາ-ອົບຮົມ ຢູ່ໃນບັ້ນການຊ້ອມ ຮົບປະສານເຫຼົ່າສອງຂັ້ນຝ່າຍ ດຽວ, ຍິງລູກປືນແທ້ ເພື່ອຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມກອງທັບ ວ່າ: ພວກເຮົາຄະນະ ອະນຸກໍາມະການ ພ້ອມດ້ວຍອ້າຍ ນ້ອງວິຊາການ ໄດ້ຮ່ວມແຮງໃຈ ກັນຕັ້ງໜ້າສຸມໃສ່ເຮັດວຽກງານ ການເມືອງຂອງຕົນ ຕາມທີ່ຂັ້ນ ເທິງມອບໝາຍໃຫ້ເປັນຕົ້ນແມ່ນ ການກະກຽມສະຖານທີ່, ວຽກ ງານປະດັບປະດາຜາມໄຊ ບ່ອນ ທີ່ຈະສະແດງຕົວຈິງ ໃຫ້ເປັນລະ ບົບຈົບງາມ ໃຫ້ການນໍາພັກ-ລັດ ໄດ້ເຫັນເຖິງຄວາມເອົາໃຈໃສ່ ຂອງຄະນະອະນຸກໍາມະການ. ນອກຈາກນັ້ນ, ກໍຍັງໄດ້ສະໜອງ ຂໍ້ມູນໃຫ້ແກ່ສື່ມວນຊົນພາຍໃນ ກອງທັບ ເຊັ່ນ: ໂທລະພາບ, ວິທະ ຍຸ, ໜັງສີພິມ, ວາລະສານກອງທັບ ໄດ້ນໍາໄປເຜີຍແຜ່ໃຫ້ການນໍາພັກ-ລັດ ແລະ ສັງຄົມໄດ້ຮັບຮູ້ຢ່າງທົ່ວ ເຖິງ, ນອກຈາກວຽກງານການ ກະກຽມຢູ່ສະໜາມແຫ່ງນີ້ແລ້ວ ຍັງໄດ້ເຄື່ອນໄຫວເກັບກໍາຂໍ້ມູນ ຂ່າວສານຢູ່ແຕ່ລະຈຸດຕັ້ງທັບ ຕ່າງໆ ຂອງອ້າຍນ້ອງແຕ່ລະເຫຼົ່າ ຮົບຫັດແອບ ເພື່ອລາຍງານສະ ພາບການໃຫ້ແກ່ການນໍາພັກ-ລັດ ກໍຄືສັງຄົມໄດ້ຮັບຊາບກ່ຽວກັບວຽກງານກະກຽມພິທີດັ່ງກ່າວ. ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຍັງໄດ້ກ່າວຕື່ມອີກ ວ່າ: ກອງທັບປະຊາຊົນລາວ ຄົບຮອບ 73 ປີ ເປັນປີໜຶ່ງທີ່ມີ ຄວາມໝາຍສໍາຄັນທາງດ້ານປະ ຫວັດສາດຂອງຊາດ, ຂອງກອງ ທັບ ເນື່ອງຈາກວ່າຍາມໃດພັກ-ລັດ ກໍໄດ້ເອົາໃຈໃສ່ເຫັນກອງທັບ ເປັນກໍາລັງແຮງວຽກງານດ້ານ ຕ່າງໆ ການສະເຫຼີມສະຫຼອງນອກ ຈາກຈະເປັນການສ້າງບັນຍາ ກາດໃຫ້ມີຄວາມຄຶກຄື້ນແລ້ວ ຍັງ ເປັນການສືບຕໍ່ມູນເຊື່ອອັນດີງາມ ໃນການຕໍ່ສູ້ກູ້ຊາດ ປີນີ້ເຖິງວ່າຈະ ບໍ່ເປັນການສະເຫຼີມສະຫຼອງໃຫຍ່ ແຕ່ພວກເຮົາພ້ອມກັນສະເຫຼີມສະ ຫຼອງກັນຢ່າງເຕັມທີ່, ຄະນະອະ ນຸກໍາມະການພວກເຮົາ ນອກຈາກ ວຽກງານກະກຽມສະຖານທີ່ ແລ້ວຍັງໄດ້ກະກຽມຮັບແຂກ ການນໍາພັກ-ລັດ ກໍຄືການນໍາກະ ຊວງປ້ອງກັນປະເທດທີ່ຈະເຂົ້າ ມາຮ່ວມຊົມໃນມື້ສະເຫຼີມສະຫຼອງ ເພື່ອເຮັດໃຫ້ຂະບວນການສະ ເຫຼີມສະຫຼອງຄັ້ງນີ້ ມີບັນຍາກາດ ຄຶກຄື້ນ ເຕັມໄປດ້ວຍຄວາມໝາຍ ສໍາຄັນ. ພ້ອມນີ້, ພວກເຮົາຍັງໄດ້ ເຄື່ອນໄຫວຫຼາຍກິດຈະກໍາປິ່ນ ອ້ອມອີກດ້ວຍ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ