ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງໄຊ ສະຫຼຸບຕີລາຄາການນຳພາ ຂອງຄະນະພັກຮາກຖານ ປະຈຳປີ 2021
ເວລາອອກຂ່າວ: 2022-01-13 08:56:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ:



ທ້າຍເດືອນທັນວາ 2021 ຜ່ານມາ, ກອງບັນຊາການທະ ຫານເມືອງໄຊ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບຕີລາ ຄາການນຳພາ ຂອງຄະນະພັກ ຮາກຖານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022, ໂດຍການເປັນປະທານ ຂອງສະ ຫາຍ ວາລີ ຈືນໍເຢັງ ກໍາມະການ ພັກແຂວງ ເລຂາພັກເມືອງເຈົ້າ ເມືອງ ເມືອງໄຊ, ມີ ສະຫາຍ ພັນ ໂທ ສົມເພັດ ສຸລິວັນ ຄະນະປະ ຈຳພັກເມືອງ ເລຂາຄະນະພັກ ຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ໄຊ, ມີພະນັກງານ, ສະມາຊິກພັກ ສົມບູນ, ສຳຮອງ ພ້ອມດ້ວຍແຂກ ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທອງ ແກ້ວປັນຍາ ຮອງເລຂາຄະນະ ພັກຮາກຖານ ຫົວໜ້າການທະ ຫານ ໄດ້ສະຫຼຸບຕີລາຄາການ ນຳພາຂອງຄະນະພັກຮາກຖານ ກອງບັນຊາການທະຫານເມືອງ ໄຊ ປະຈຳປີ 2021 ແລະ ວາງ ທິດທາງແຜນການປີ 2022 ໃຫ້ຮູ້ວ່າ: ການເຄື່ອນໄຫວຈັດ ຕັ້ງປະຕິບັດຊີ້ນຳ-ນໍາພາວຽກ ງານໃນໄລຍະ 1 ປີຜ່ານມາ, ຄະ ນະພັກຮາກຖານກອງບັນຊາ ການທະຫານເມືອງໄຊ ໄດ້ໃຫ້ ຄວາມສໍາຄັນໃນການສຶກສາອົບ ຮົມການເມືອງ ແນວຄິດ, ປັບປຸງ ແບບແຜນນໍາພາການເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງຂອງ ຕົນຕາມ 4 ໜ້າທີ່ໃຫຍ່ 26 ແຜນ ງານ ທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກເຊິ່ງມີຜົນ ສຳເລັດຫຼາຍດ້ານຄື: ສ້າງບ້ານ ປ້ອມໝັ້ນສູ້ຮົບໄດ້ 1 ບ້ານ, ບ້ານ ປ້ອງກັນຊາດເຂັ້ມແຂງໄດ້ 1 ບ້ານ, ສຳເລັດການລົງກໍ່ສ້າງຮາກ ຖານ 1 ຄັ້ງ, ຊ່ວຍປະຊາຊົນມອດ ໄຟລາມປ່າ 14 ຄັ້ງ, ປ້ອງກັນ ເສັ້ນທາງລົດໄຟ ລາວ-ຈີນ, ເຂື່ອນໄຟຟ້າ, ສະຖານີໄຟຟ້າ 23 ຄັ້ງ. ຕີລາຄາດ້ານຄຸນທາດການ ເມືອງ ມີສະມາຊິກພັກແຂງ 55 ສະຫາຍ, ກາງ 6 ສະຫາຍ, ສາ ມາດຢັ້ງຢືນໄດ້ໜ່ວຍປອດໃສ ເຂັ້ມແຂງ ໜັກແໜ້ນ 3 ໜ່ວຍ, ຂະ ຫຍາຍມະຫາຊົນເຂົ້າພັກສໍາຮອງ 4 ສະຫາຍ, ເລື່ອນສໍາຮອງຂຶ້ນ ສົມບູນ 2 ສະຫາຍ, ເປົ້າໝາຍ ຮຽນສະໜັບສະໜູນ 4 ສະຫາຍ. ພ້ອມກັນນັ້ນ ຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນໃສ່ບົດສະ ຫຼຸບ ແລະ ທິດທາງແຜນການ ເພື່ອ ເປັນການປັບປຸງແກ້ໄຂຈຸດທີ່ຍັງ ຄົງຄ້າງ ແລະ ເສີມຂະຫຍາຍ ຈຸດດີໃຫ້ນັບມື້ນັບດີຂຶ້ນ. ໂອກາດນີ້, ສະຫາຍ ວາລີ ຈືນໍເຢັງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ກອງບັນ ຊາການທະຫານເມືອງໄຊຍາດ ໄດ້ໃນໄລຍະ 1 ປີຜ່ານມາພ້ອມ ທັງ ເນັ້ນໜັກໃຫ້ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບມີ ແນວຄິດຫຼັກໝັ້ນ, ມີຄຸນທາດການ ເມືອງ, ສືບຕໍ່ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງຄວາມຮູ້, ຄວາມສາມາດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີ ແບບແຜນວິທີເຮັດວຽກ, ເພີ່ມທະ ວີ ຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ, ເຄື່ອນໄຫວວຽກ ງານວິຊາສະເພາະທີ່ພັກ-ລັດຂັ້ນ ເທິງມອບໝາຍໃຫ້ມີຄວາມເຂັ້ມ ແຂງຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ