ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການສະພາທະນາຍຄວາມ ມອບຜາອັດດັງ,ປາກ ໃຫ້ທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2022-01-13 08:55:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 764 | ຄວາມນິຍົມ:



ວັນທີ 6 ມັງກອນ 2022 ນີ້, ທ່ານ ຄຳພັນ ຫຼວງອາມາດ ຫົວໜ້າຫ້ອງການສະພາທະ ນາຍຄວາມ ປະຈຳແຂວງຄຳ ມ່ວນ ພ້ອມດ້ວຍຄະນະ ໄດ້ນຳ ເອົາຜ້າອັດດັງ,ປາກ ຈຳນວນ 1 ແກັດ ລວມມູນຄ່າ 2.000.000 ກີບ ມາມອບໃຫ້ທະຫານແຂວງ ຄໍາມ່ວນ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (ວັນທີ 20 ມັງ ກອນ1949-20 ມັງກອນ 2022) ເປັນການປະກອບສ່ວນເຂົ້າໃນ ການຕ້ານ ແລະ ສະກັດກັ້ນການ ແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ໂດຍກ່າວຮັບຂອງ ສະຫາຍ ພັນໂທ ບຸນສອງ ສີດາ ຄໍາ ຫົວໜ້າພະແນກບໍລິຫານ ຫ້ອງການ ກອງບັນຊາການທະ ຫານແຂວງຄຳມ່ວນ ພ້ອມທັງ ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຄຳພັນ ຫຼວງອາມາດ ທີ່ໄດ້ ນຳເອົາເຄື່ອງຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ອວຍພອນ ໄຊຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມ ຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າ ທີ່ວຽກງານ ແລະ ໃຫ້ຄຳໝັ້ນ ສັນຍາວ່າຈະນຳເອົາເຄື່ອງຈຳ ນວນດັ່ງກ່າວ ໄປແຈກຢາຍໃຫ້ ພະນັກງານ-ນັກຮົບພາຍໃນກົມ ກອງເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢ່າງ ທົ່ວເຖິງ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ